spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມກິນແບບໃດບໍ່ທຳຮ້າຍຕັບ

ກິນແບບໃດບໍ່ທຳຮ້າຍຕັບ

Published on

645hh14_n

ຕັບເປັນ​ອະໄວຍະວະ​ສຳຄັນ​ໃນ​ການ​ປ່ຽນ​ແປງ​ສານ​ອາຫານ,ສານ​ເຄ​ມີ,ຢາ​ແລະ​ສານ​ຕ່າງໆທີ່​ເຂົ້າ​ສູ່​ຮ່າງກາຍແລະ​ຍັງມີ​ຫນ້າທີ່​ສຳຄັນໃນ​ການ​ຜະລິດ​ນ້ຳບີ​ເພື່ອ​ໃຊ້​ໃນ​ການ​ຍ່ອຍ​ໄຂ​ມັນດັ່ງ​ນັ້ນ​ຜູ້​ປ່ວຍ​ທີ່​ເປັນມະ​ເຮັງ​ຕັບຈຶ່ງ​ຕ້ອງ​ເບິ່ງແຍງ​ຕົນເອງ​ເປັນ​ພິເສດ​ໂດຍ​ສະເພາະ​ເລື່ອງ​ອາ​ຫານ

ສານ​ອາຫານ​ຊະນິດ​ທີ່1ຄືໄຂ​ມັນ

ຜູ້​ປ່ວຍ​ຄວນ​ລະ​ວັງ​ການບໍ​ລິ​ໂພກ​ໄຂ​ມັນ​ເປັນ​ພິເສດເພາະ​ເມື່ອ​ມະ​ເຮັງ​ເກີດ​ຂຶ້ນ​ທີ່​ຕັບ​ເຮັດໃຫ້​ການສ້າງ​ນ້ຳບີ​ອາດຈະ​ມີ​ໜ້ອຍ​ລົງ​ຖ້າ​ກິນ​ໄຂ​ມັນ​ໃນ​ປະລິມານ​ສູງ​ເຂົ້າໄປໄຂ​ມັນ​ຈະ​ຍ່ອຍ​ຍາກ​ຫລື​ບໍ່​ສາມາດ​ຍ່ອຍ​ໄດ້ເຮັດໃຫ້​ເກີດ​ພາ​ວະ​ຖ່າຍ​ເປັນ​​ໄຂ​ມັນ(steatorrhea)ແໜ້ນ​ທ້ອງ,ທ້ອງ​ອືດ,ຈາກ​ການ​ທີ່​ມີ​ໄຂ​ມັນ​​ຄ້າງຈຸລິນຊີ​ໃນ​ລຳ​ໄສ້​ຈະ​ປ່ຽນ​ໄຂ​ມັນ​ເປັນ​ກາສເຮັດໃຫ້​ເກີດ​ກາສໃນ​ທາງເດີນ​ອາຫານຈຶ່ງ​ເປັນ​ສາ​ເຫດ​ຂອງ​ອາການ​ທ້ອງ​ອືດ,ແໜ້ນ​ທ້ອງໃນ​ບາງກໍລະນີ​ແພດ​ແລະ​ນັກ​ກຳນົດ​ອາຫານ​ມັກ​ຈະ​ກຳນົດ​ໄຂ​ມັນ​ສາຍ​ປານ​ກາງຫລື MCT (medium chain triglyceride)ໃຫ້​ຜູ້​ປ່ວຍ​ທົດ​ແທນ​ໄຂ​ມັນ​ປົກກະຕິເພາະໄຂ​ມັນ​ຊະນິດ​ນີ້ ຮ່າງກາຍ​ສາມາດ​ນຳ​ໄປ​ໃຊ້​ໄດ້​ເລີຍ​ໂດຍ​ບໍ່​ຕ້ອງ​ຜ່ານ​ການ​ປ່ຽນ​ແປງ​ທີ່​ຕັບ​ກ່ອນໂດຍ​ແພດ​ຫລື​ນັກ​ກຳນົດ​ອາຫານ​ຈະ​ເປັນ​ຜູ້​ສັ່ງ​ໃຫ້​ກິນ​ໃນ​ຮູບ​ແບບ​ອາຫານ​ທາງ​ການ​ແພດ

ສານ​ອາຫານ​ຊະນິດ​ທີ່2ຄືໂປ​ຕີນ

ໃນ​ຜູ້​ປ່ວຍມະ​ເຮັງ​ຕັບຖ້າ​ມີ​ອາການ​ບວມ​ນ້ຳ​ທີ່​ມີ​ສາ​ເຫດ​ມາ​ຈາກ​ການ​ມີ​ໂປ​ຕີນອັນ​ບູ​ມິນ  (albumin)ຕ່ຳຄວນ​ໄດ້ຮັບ​ການ​ເສີມ​ອາຫານ​ປະ​ເພດ​ໂປ​ຕີນ​ໂດຍ​ສະ​ພາະໄຂ່​ລວກທີ່​ເອົາ​ສະເພາະ​ສ່ວນ​ໄຂ່​ຂາວ​ມາ​ໃຊ້ເພາະ​ໃນ​ໄຂ່​ຂາວ​ຈະ​ມີ​ໂປ​ຕີນ,ອັນ​ບູ​ມິນ,ຢູ່​ສູງຄຸນສົມບັດ​ຂອງ​ໂປ​ຕີນ​ນີ້​ຄືຊ່ວຍ​ອຸ້ມ​ນ້ຳ​ດັ່ງ​ນັ້ນ​ຈຶ່ງ​ສາມາດ​ເຮັດໃຫ້ອາການ​ບວມ​ນ້ຳ​ທີ່ເກີດຂື້ນ​ມີ​ອາການ​ດີ​ຂຶ້ນ​ໄດ້ຈຶ່ງ​ອາດ​ກິນໄຂ່​ຂາວ​ລວກ​ມື້​ລະ2ໜ່ວຍເພື່ອ​ເພີ່ມ​ອັນ​ບູ​ມິນ​ແກ່​ຮ່າງກາຍຖ້າ​ໃນ​ບາງກໍລະນີ​ຜູ້​ປ່ວຍ​ມີ​ພາ​ວະHepatic encephalopathyຮ່ວມ​ດ້ວຍຄື​ມີ​ອາການ​ທາງ​ລະບົບ​ປະສາດ​ທີ່​ເປັນ​ສາ​ເຫດ​ມາ​ຈາກ​ຕັບໄດ້​ແກ່ມຶນ​ງົງການ​ຄວບ​ຄຸມ​ຕົນເອງ​ຜິດ​ປົກກະຕິ​ອາດ​ເຖິງ​ຂັ້ນ​ເກືອບ​ໄດ້ການ​ກິນໂປ​ຕີນ​ຈະ​ໄດ້ຮັບ​ໃນ​ປະລິມານ​ຫລາຍ​ບໍ່​ໄດ້ຄວນ​ຕ້ອງ​ໄດ້ຮັບ​ການ​ເບິ່ງແຍງ​ແລະ​ຄວບ​ຄຸມ​ເປັນ​ພິເສດໂດຍ​ສະເພາະ​ໂປ​ຕີນ​ທີ່​ປະກອບ​ໄປ​ດ້ວຍກົດ​ອະ​ມິ​ໂນ ຊະນິດ​ວົງ​ແຫວນໄດ້​ແກ່ phenylalanine ຊຶ່ງ​ພົບ​ຫລາຍ​ໃນ​ຊີ້ນ​ສັດເປັນ​ຕົ້ນດັ່ງ​ນັ້ນ​ຊີ້ນ​ສັດ​ຫລື​ອາຫານ​ທີ່​ເປັນ​ແຫລ່ງ​ຂອງ​ໂປ​ຕີນ​ອື່ນ​ທີ່​ໄດ້ຮັບຕ້ອງ​ໃຫ້​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ພິເສດ​ຢູ່​ພາຍໃຕ້​ການ​ຄວບ​ຄຸມ​ເບິ່ງແຍງ​ຂອງ​ນັກ​ກຳນົດ​ອາຫານ​ຢ່າງ​ໃກ້​ຊິດເພາະ​ຖ້າ​ໄດ້ຮັບ​ສານ​ອາຫານ​ໂປ​ຕີນ​ບໍ່​ຖືກ​ຕ້ອງ​ອາດ​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ໄດ້ແຕ່​ຢ່າງໃດ​ກໍ​ຕາມບໍ່ແມ່ນ​ວ່າ​ຜູ້​ເປັນ​ມະ​ເຮັງ​ຕັບ​ຈະ​ມີ​ອາການ​ດັ່ງ​ກ່າວ​ທຸກ​ຄົນຜູ້​ປ່ວຍ​ຈຶ່ງ​ຄວນ​ປຶກ​ສາ​ແພດ​ເພື່ອ​ໄດ້ຮັບ​ຄຳ​ວິ​ນິ​ໄສ​ທີ່​ຖືກ​ຕ້ອງ​ເພື່ອ​ການ​ເບິ່ງແຍງ​ຕົນເອງ​ທີ່​ຖືກ​ຕ້ອງ

ສານ​ອາຫານ​ຊະນິດ​ທີ່3ຄື ຄາ​ໂບ​ໄຮ​ເດດ

ສານ​ອາຫານ​ຊະນິດ​ນີ້​ສາມາດ​ກິນໄດ້​ຕາມ​ປົກກະຕິ​ຫລື​ອາດຈະ​ເພີ່ມ​ໄດ້​ນຳ​ໃນ​ຜູ້​ປ່ວຍ​ທີ່​ບໍ່​ເປັນ​ພະຍາດ​ເບົາ​ຫວານ​ຫລືມີ​ພາ​ວະ​ດື້​ຕໍ່​ອິນ​ສຸ​ລິນ​ແຊກ​ຊ້ອນແຕ່​ຄວນ​ເປັນ​ຄາລໂບ​ໄຮ​ເດ​ດ​ທີ່​ຍ່ອຍ​ງ່າຍບໍ່​ຄວນ​ບໍລິ​ໂພກ​ທັນ​ຍະພືດ​ໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປ​ເພາະ​ອາດ​ສົ່ງ​ຜົນ​ໃຫ້​ລະບົບ​ທາງເດີນ​ອາຫານ​ເຮັດວຽກ​ຫລາຍ​ຂຶ້ນ​ແລະ​ເກີດ​ອາການ​ແໜ້ນ​ທ້ອງຫລາຍ​ຂຶ້ນ​ໄດ້

ການ​ກິນ​ອາຫານ​ໂດຍ​ທົ່ວ​ໄປ​ຂອງ​ຜູ້​ປ່ວຍມະ​ເຮັງ​ຕັບພົບ​ວ່າ​ບາງເທື່ອ​ອາດ​ມີ​ການ​ຍ່ອຍ​ອາຫານ​ຍາກ​ເຮັດໃຫ້​ບໍ່​ສາມາດ​ກິນ​ອາຫານ​ໃນ​ປະລິມານ​ເທົ່າ​ກັບ​ຄົນ​ປົກກະຕິ​ທົ່ວ​ໄປ​ໄດ້ ເນື່ອງ​ຈາກ​ອາດ​ເກີດ​ພາ​ວະ​ແນ້ນທ້ອງ,ທ້ອງ​ອືດໄດ້​ງ່າຍ​ດັ່ງ​ນັ້ນ​ໃນ​ການ​ກຳນົດ​ອາຫານ​ໃຫ້​ຜູ້​ປ່ວຍ​ຖ້າ​ພົບ​ອາການ​ດັ່ງ​ກ່າວ​ຄວນ​ກະ​ຈາຍ​ອາຫານ​ຈາກ​ປົກກະຕິ3ຄາບເປັນ5-6ຄາບ ເຊັ່ນ​ຈາກ​​ແຕ່ກ່ອນກິນ​ອາຫານ3ຄາບເຊົ້າ,ສວາຍ,ແລງ ກໍ​ເພີ່ມ​ເປັນເຊົ້າ,ວ່າງ​ເຊົ້າ,ສວາຍ ວ່າງສວາຍ​,ແລງ,ກ່ອນ​ນອນໂດຍ​ໃນ​ສ່ວນ​ຂອງ​ຄາລ​ໂບ​ໄຮ​ເດ​ດ​ປະ​ເພດ​ເຂົ້າ​ຖ້າໄດ້ຮັບ​ໃນ​ປະລິມານ​ທີ່​ຫລາຍ​ບໍ່​ໄດ້ອາດ​ຈະໃຫ້​ຜູ້​ປ່ວຍ​ໄດ້ຮັບ​ໃນ​ຮູບ​ແບບ​ຂອງ​ນ້ຳ​ຫວານ​ເພີ່ມ​ເພື່ອ​ທີ່​ຈະ​ປ້ອງ​ກັນ​ການ​ເກີດ​ພາ​ວະ​ທຸບ​ໂພສະ​ນາ​ການເຮັດໃຫ້​ນ້ຳ​ໜັກ​ໂຕຫລຸດລົງ​ຢ່າງ​ວ່ອງໄວ ຮ່າງກາຍ​ດຶງ​ໂປ​ຕີນ​ມາ​ໃຊ້​ເຮັດໃຫ້​ກ້າມ​ຊີ້ນອ່ອນ​ແຮງຊຶ່ງ​ຖ້າ​ເກີດ​ພາ​ວະ​ດັ່ງ​ກ່າວ​ຈະ​ເຮັດໃຫ້​ຜູ້​ປ່ວຍ​ເກີດ​ພາ​ວະ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໄດ້​ງ່າຍເຮັດໃຫ້​ມີ​ໂອ​ກາດ​ເກີດ​ພະຍາດ​ແຊກ​ຊ້ອນ​ໄດ້​ສູງ

ຜູ້​ປ່ວຍ​ມະ​ເຮັງ​ຕັບ​ຄວນ​ໄດ້ຮັບ​ການ​ເບິ່ງແຍງ​ຢ່າງ​ໃກ້​ຊິດ​ແລະ​ໃຫ້​ພໍ​ພຽງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍປາສະຈາກ​ສິ່ງ​ປົນ​ເປື້ອນ​ເພາະ​ຖ້າ​ໄດ້ຮັບ​ສິ່ງ​ປົນ​ເປື້ອນ​ຈະ​ເຮັດໃຫ້​ຕັບ​ຕ້ອງ​ເຮັດວຽກ​ໃນ​ການ​ກຳຈັດ​ສານ​ພິດ​ຫລາຍ​ຂຶ້ນທີ່​ສຳຄັນ​ຜູ້​ປ່ວຍ​ມະ​ເຮັງ​ຕັບ​ຈະ​ມີ​ການ​ປ່ຽນ​ແປງ​ຂອງ​ສະພາ​ວະ​ຮ່າງກາຍ​ເກີດ​ຂຶ້ນ​ໄດ້​ເລື້ອຍດັ່ງ​ນັ້ນ​ຄວນ​ໄດ້ຮັບ​ການ​ເບິ່ງແຍງ​ຈາກ​ແພດ​ຢ່າງ​ໃກ້​ຊິດແລະ​ໄດ້ຮັບ​ຄຳ​ແນະ​ນຳ​ທາງ​ໂພສະ​ນາ​ການ​ຈາກ​ນັກ​ກຳນົດ​ອາຫານ​ເພື່ອ​ການ​ເບິ່ງແຍງ​ຕົນເອງ​ທີ່​ຖືກ​ຕ້ອງ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...