spot_img
Homeຂ່າວທ້ອງຖິ່ນນາງສັງຂານຫຼວງພະບາງປະຈຳປີ ພສ. 2558

ນາງສັງຂານຫຼວງພະບາງປະຈຳປີ ພສ. 2558

Published on

ນາງສັງຂານຫຼວງພະບາງປະຈຳປີ ພສ. 2558

ງານປະກວດນາງສັງຂານ ທີ່ເມືອງມໍລະດົກໂລກຫຼວງພະບາງ ໄດ້ຈັດຂຶ້ນທຸກໆປີ ສືບທອດກັນມາເປັນເວລາດົນນານ ແລະ ໃນປີ ພສ 2558 ກໍຄືປີ ຄສ 2015 ນີ້, ໄດ້ຈັດພິທີປະກວດຂຶ້ນທີ່ເດີ່ນກິລາໃນຮົມ ບ້ານນາສ້າງເຫວີຍ ມີນາງສາວງາມພາຍໃນແຂວງຫຼວງພະບາງ ສົ່ງເຂົ້າປະກວດທັງໝົດ 29 ນາງສາວ, ຜ່ານການປະກວດເປັນເວລາ 2 ຄືນ ລະຫວ່າງວັນທີ 11-12 ເມສານີ້ ເຫັນວ່ານາງສາວທີ່ພຽບພ້ອມໄປດ້ວຍກິລິຍາມາລະຍາດ ຕາມທີ່ຄະນະກຳມະການຈັດງານໄດ້ວາງໄວ້.

– ຜູ້ທີ່ໄດ້ຄວ້າອັນດັບທີ 1 ໄດ້ແກ່ ນາງສາວງາມໝາຍເລກ 3 ນາງ ມຸທິດາ ພະຜົນໄຊ ໄດ້ຮັບລາງວັນເປັນມຸງກຸດ 1 ອັນ ພ້ອມດ້ວຍເງິນສົດ ລວມມູນຄ່າທັງໝົດ 20.500.000 ກີບ ແລະໄດ້ດຶ່ມນ້ຳດຶ່ມມີນີໂລຟຼີ ເປັນເວລາ 1 ປີ.
– ຜູ້ທີ່ໄດ້ຄວ້າອັນດັບທີ 2 ແມ່ນນາງສາວໝາຍເລກ 16 ນາງ ສຸດທິດາ ສີວົງສາ ໄດ້ຮັບເງິນສົດ 10.000.000 ກີບ, ໄດ້ດຶ່ມນ້ຳດຶ່ມມີນີໂລຟຼີ ເປັນເວລາ 1 ປີ.
– ຜູ້ທີ່ໄດ້ຄວ້າອັນດັບທີ 3 ແມ່ນນາງສາວໝາຍເລກ 4 ນາງ ມຸກດາວັນ ອີນທະວັນ ໄດ້ຮັບລາງວັນເງິນສົດ 9.000.000 ກີບ, ໄດ້ດຶ່ມນ້ຳດຶ່ມມີນີໂລຟຼີ ເປັນເວລາ 1 ປີ.
– ຜູ້ທີ່ໄດ້ຄວ້າອັນດັບທີ 4 ແມ່ນນາງສາວໝາຍເລກ 25 ໄດ້ຮັບລາງວັນເງິນສົດ 8.000.000 ກີບ.
– ຜູ້ທີ່ໄດ້ຄວ້າອັນດັບທີ 5 ແມ່ນນາງສາວໝາຍເລກ 11 ນາງ ສຸດາລັກ ພົມມະວົງ ໄດ້ຮັບລາງວັນເງິນສົດ 7.000.000 ກີບ.
– ຜູ້ທີ່ໄດ້ຄວ້າອັນດັບທີ 6 ແມ່ນນາງສາວໝາຍເລກ 28 ນາງ ແສງເດືອນ ສີລາກອນ ໄດ້ຮັບລາງວັນເງິນສົດ 6.000.000 ກີບ.
– ຜູ້ທີ່ໄດ້ຄວ້າອັນດັບທີ 7 ແມ່ນນາງສາວໝາຍເລກ 19 ນາງ ເມກສຸລີ ສີລາຕິກຸນ ໄດ້ຮັບລາງວັນເງິນສົດ 5.000.000 ກີບ.

ນອກຈາກນີ້ ຍັງມີລາງວັນມິດຕະພາບ ແລະ ລາງວັນນາງສາວຂວັນໃຈມະຫາຊົນ ໂດຍຜ່ານການໂຫວດຈາກການສົ່ງຂໍຄວາມຜ່ານມືຖືເຄື່ອນຂ່າຍ ອີທີແອວ ເຊິ່ງທັງ 2 ລາງວັນນັ້ນ ແມ່ນຕົກເປັນຂອງ ນາງສາວ ໝາຍເລກ 16 ສາວງາມຮອງອັນດັບທີ 2 ໄດ້ຮັບເງິນລາງວັນລວມ 6.000.000 ກີບ.

ສ່ວນອັນດັບທີ່ 8 ຫາ ອັນດັບທີ 15 ແມ່ນໄດ້ຮັບລາງວັນເງິນສົດ ນາງສາວລະ 2.500.000 ກີບ ແລະ ລາງວັນຊົມເຊີຍອັນດັບທີ 16 ຫາ 29 ແມ່ນໄດ້ຮັບ ລາງວັນລະ 2.000.000 ກີບ. ເຂົ້າຮ່ວມພິທີປະກວດນາງສັງຂານ ປະຈຳ ປີ ພສ 2558 ຄັ້ງນີ້ ມີ ທ່ານ ດຣ ຄຳແພງ ໄຊສົມແພງ ເຈົ້າແຂວງຫລວງພະບາງ, ມີທ່ານຮອງເຈົ້າແຂວງ, ທ່ານ ເຈົ້າເມືອງ ຫລວງພະບາງ ແລະ ແຂກຖືກເຊີນ ແລະ ກອງເຊຍຂອງນາງສາວເຂົ້າຮ່ວມຢ່າງຄືກຄື້ນ.

ຄວາມເປັນມາຂອງນາງສັງຂານ (ປີໃໝ່ລາວ) ແມ່ນການຄັດເລືອກນາງສາວ ເພື່ອເປັນຕົວແທນໃຫ້ແກ່ລູກສາວຂອງ ພະຍາກະບິນລະພົມ ທັງ 7 ນາງສາວ ຕາມຕຳນານທີ່ກ່າວມາເຫີງນານ ເຊີ່ງໃນປີ ພສ 2558 ນີ້ ແມ່ນກົງກັບ ວັນທີ 14 ເມສາ 2015 ແຮມ 11 ຄຳເດືອນ 5 ເຊີ່ງລູກພະຍາກະບິນລະພົມ ແມ່ນນາງເທພພະທິດາທີ່ 3 ຊົງພະນາມວ່າ “ຮາກສະເທວີ” ຊົງພາຫູຣັດທັດດອກບົວຫຼວງ, ອາພອນໄປດ້ວຍແກ້ວໂມລາ (ແກ້ວລາຍ) ສເວີຍໂລຫິດ (ເລືອດ) ເປັນພັກສາຫາຣ, ພະຫັດຕຖ໌ຂວາຊົງຕຣີສູລ (ມືຂວາຈັບຫອກສາມງ່າມ) ພະຫດັຊາຍຊົງທະນູ, (ມືຊາຍຈັບທະນູ) ສະເດັດໄສຍາສນ໌ຫຼັບພະເນຕມາເທິງຫຼັງວະຣາຫະ (ຂີ່ໝູ) ເປັນພາຫະນະ.

ງານເທສະການບຸນປີໃໝ່ລາວ ທີ່ຫລວງພະບາງ ຄັ້ງນີ້ ແມ່ນຈະໄດ້ດຳເນີນນັບແຕ່ ວັນທີ 10 ຫາ 20 ເມສາ 2015 ຈິ່ງຈະສຳເລັດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...