spot_img
Homeຂ່າວເຫດການສະເຫຼີມສະຫຼອງ ວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 60 ປີ

ສະເຫຼີມສະຫຼອງ ວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 60 ປີ

Published on

20150410185537

ຄະນະ​ບໍລິຫານ​ງານ​ຊາວໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ສ້າງ​ຂະບວນ​ການ​ຄຳນັບ​ຮັບ​ຕ້ອນ ​ວັນສ້າງຕັ້ງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ​ຄົບຮອບ 60 ປີ 14 ເມສາ 1955-14 ເມສາ 2015 ຂຶ້ນ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ເປັນ​ປະທານ​ຂອງ​ທ່ານ ບຸນ​ຕາ ເທບ​ພະ​ວົງ ເລຂາ​ຄະນະ​ບໍລິຫານງານ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດລາວ ນະຄອນຫຼວງ​ວຽງ​ຈັນ ເປັນກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງນະຄອນຫຼວງ​ວຽງ​ຈັນ ທ່ານ ​ດຣ. ວິໄລ​ວົງ ບຸດ​ດາ​ຄຳ ເລຂາ​ຄະນະບໍລິຫານ​ງານ​ຊາວ​ໜຸ່ມປະຊາຊົນປະຕິວັດ​ລາວ ພ້ອມ​ດ້ວຍ​ທ່ານຮອງ​ເຈົ້າ​ຄອງ ເຈົ້າເມືອງ ເລຂາຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມເມືອງ ສະມາຊິກ​ຊາວ​ໜຸ່ມ ເຍົາວະ​ຊົນ​ຫຼາຍ​ພັນ​ຄົນ.

ທ່ານ ບຸນ​ຕາ ເທບ​ພະ​ວົງ ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມປະຊາຊົນ​ປະຕິວັດ​ລາວ ນະຄອນຫຼວງ​ວຽງ​ຈັນ ໄດ້​ກ່າວ​ວ່າ: ການຈັດ​ງານ​ໃນ​ຄັ້ງ​ນີ້​ຂຶ້ນ​ ເພື່ອ​ເປັນການ​ເຕົ້າໂຮມ​ຄວາມ​ສາມັກຄີ​ຮັກແພງ​ອັນ​ດູດດື່ມ ແລະ ເປັນ​ການສ້າງ​ຂະ​ບວນ​ການ​ຊົມເຊີຍ ແລະ ກຽມ​ສະເຫຼີມສະຫຼອງ 2 ວັນ​ບຸນໃຫຍ່​ປະຫວັດສາດ​ຂອງ​ຊາດ-ຂອງ​ພັກ ຄື: ວັນ​ສ້າງຕັ້ງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ​ຄົບຮອບ 60 ປີ ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 40 ປີ ແລະ ສິ່ງ​ສຳຄັນທີ່​ສຸດ​ ແມ່ນ​ເພື່ອ​ສ້າງ​ຂະ​ບວນການ ແລະ ກິດຈະກຳ​ໃນ​ການກະກຽມ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ປະຊາຊົນ​ ປະຕິວັດລາວ​ ຄົບຮອບ 60 ປີ ເຊິ່ງ​ປະກອບມີ​ຫຼາຍ​ກິດຈະກຳ​ມະຫາ​ສາມັກຄີ ​ອອກກຳລັງ​ກາຍ​ເພື່ອ​ສຸຂະພາບ​ພະ​ລາ​ນາ​ໄມ ເປັນຕົ້ນ ເຕັ້ນແອໂລ​ບິດ ເພື່ອ​ສຸຂະພາບ ແລະ ກີລາ​ອື່ນໆ ລວມ​ທັງ​ຖາມ-ຕອບວິທະຍາສາດ ສ້າງ​ຄວາມ​ເບີກບານ​ມ່ວນຊື່ນ ແລະ ເປັນ​ຂະ​ບວນຟົດຟື້ນ ເຊິ່ງ​ງານ​ໃນ​ຄັ້ງ​ນີ້ ​ເກີດຂຶ້ນ​ໄດ້​ຍ້ອນ​ການ​ຊີ້​ນຳ-ນຳພາຢ່າງ​ໃກ້ຊິດຂອງ​ຄະນະ​ປະຈຳ​ພັກ ອົງການ​ປົກຄອງ​ນະຄອນຫຼວງວຽງ​ຈັນ ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ແລະ ທຸກ​ພາກສ່ວນ ທັງ​ພາກ​ລັດ ແລະ ເອກະຊົນ ທັງ​ໄດ້​ຮັບ​ການ​ສະໜັບ​ສະໜູນ ໂດຍ​ສະມາຄົມ​ນັກທຸລະກິດໝຸ່ມ ນວ ນອກຈາກ​ນີ້ ກິດຈະກຳສະເຫຼີມສະຫຼອງ​ດັ່ງກ່າວ​ແມ່ນ ຈະ​ສືບຕໍ່​ສ້າງ​ຂະ​ບວນ​ການ​ຢ່າງ​ຕໍ່ເນື່ອງ ເພື່ອ​ສ້າງ​ຂະ​ບວນ​ການ ແລະ ສ້າງ​ຄວາມ​ຟົດຟື້ນ​ມ່ວນຊື່ນ​ຕ້ອນຮັບ​ວັນ​ດັ່ງກ່າວ.

ກຳລັງ​ຊາວ​ໜຸ່ມ​ເປັນ​ກຳລັງແຮງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຈົງຮັກ​ພັກດີ​ຂອງ​ພັກ​ປະຊາຊົນ​ລາວ ແລະ ເປັນ​ແກ່ນສານ​ໃນ​ການ​ປະຈັນ​ບານ​ຮອບດ້ານ ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ ໂດຍການ​ເສຍສະຫຼະ​ເລືອດ​ເນື້ອ​ເຫື່ອແຮງ ແລະ ຊີວິດ​ເພື່ອ​ອຸທິດ​ໃຫ້ແກ່​ການ​ປະຕິວັດ​ຕະຫຼອດ​ມາ ດັ່ງນັ້ນ ພັກ​ປະຊາຊົນ​ປະຕິວັດ​ລາວ ຈິ່ງ​ໄດ້​ໃຫ້​ນາມມະຍົດ​ກັບ​ຊາວໜຸ່ມ ໂດຍ​ໃສ່​ຊື່​ດຽວ​ກັນ​ກັບ​ພັກຄື: ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດລາວ ນອກ​ນັ້ນ ພັກ​ຍັງ​ຂະໜານນາມ​ແກ່​ຊາວ​ໜຸ່ມ​ວ່າ​ເປັນ​ແຂນຂວາ​ຂອງ​ພັກ ເປັນ​ກະດູກ​ສັນຫຼັງຂອງ​ຊາດ ແລະ ປະທານ ​ໄກສອນ ພົມວິຫານ ອະດີດ​ຜູ້ນຳ​ທີ່​ແສນເຄົາລົບ​ຮັກ ​ກໍ່​ໄດ້​ຂະໜານ​ນາມຕື່ມ​ວ່າ “ຊາວ​ໜຸ່ມ​ປຽບ​ສະເໝືອນ​ນົກ​ອິນ​ຊີ​ທີ່​ບໍ່​ຫວັ່ນ​ກົວຕໍ່ພະຍຸ​ລົມແດງ ເປັນ​ສິນ​ໄຊ​ແຫ່ງຍຸກ​ສະໄໝ ແລະ ໃນ​ຄວາມ​ເປັນຈິງ​ແທ້ກໍ່​ແມ່ນ”ບ່ອນ​ໃດ​ຍາກຊາວ​ໜຸ່ມ​ບຸກ-ບ່ອນ​ໃດ​ທຸກ​ຊາວໜຸ່ມ​ ຜ່ານ​ຜ່າ ບ່ອນ​ໃດ​ຊາດ​ຕ້ອງການ ຊາວ​ໜຸ່ມ​ຂານ​ອາສາ​ຕະຫຼອດ​ມາ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...