spot_img
Home​ຂ່າວທ່ອງທ່ຽວ ປີໃໝ່ນີ້ ນະຄອນຫລວງ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

ປີໃໝ່ນີ້ ນະຄອນຫລວງ ຈັດຫລາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ

Published on

10390182_465698530252787_8080604449104563656_n

ໃນອາທິດຜ່ານມາ, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນ ຫລວງ ວຽງຈັນ, ຫົວໜ້າຄະ ນະຮັບຜິດ ຊອບຈັດງານບຸນປີໃໝ່ລາວປີ 2015, ​ໄດ້ຖະແຫລງຕໍ່ສື່ມວນຊົນລາວວ່າ: ​ເພື່ອເຮັດໃຫ້ການສະ ຫລອງບຸນປີໃໝ່ລາວປີນີ້ ມີບັນຍາກາດ​​ເບີກບານມ່ວນຊື່ນແລະ ຄຶກຄື້ນ, ຮັບປະກັນໄດ້ຄວາມສະຫງົບປອດໄພແລະ ທັງເປັນການດຶງດູດການທ່ອງທ່ຽວນັ້ນຊຶ່ງນະຄອນຫລວງວຽງຈັນໄດ້ເລີ່ມຈັດກິດ ຈະກຳຕ່າງໆມາແຕ່ວັນທີ 6 ​ເມສາ, ​​ໂດຍໄດ້ຈັດງານວາງສະແດງ ແລະ ຂາຍສິນຄ້າ, ຈັດການແຂ່ງຂັນສິລະປະວັນນະຄະດີຈາກ 9 ຕົວເມືອງທົ່ວນະຄອນຫລວງວຽງຈັນແລະ ສະເພາະຄ່ຳຄືນວັນທີ 10 ເມສານີ້, ຈະມີການຈັດງານປະກວດນາງສາວງາມນະຄອນວຽງຈັນ, ທີ່ສູນການຄ້າລາວໄອເຕັກ, ເຊິ່ງຈະເລີ່ມແຕ່ 19:30 – 22:30 ໂມງເປັນຕົ້ນໄປ; ພ້ອມກັນນັ້ນ ໃນວັນທີ 14 ເມສາ, ເຊິ່ງເປັນມື້ສັງຂາຍລ່ວງໃນເວລາປະມານ 13:00 ໂມງ ຈະໄດ້ຈັດຕັ້ງຂະ ບວນແຫ່ພະພຸດ ທະຮູບສັກສິນຄູ່ບ້ານ, ຄູ່ເມືອງ, ແລະ ຂະບວນແຫ່ນາງສາວງາມນະຄອນວຽງຈັນ ປະຈຳປີ ພສ 2558, ໂດຍເລີ່ມຈາກວັດອິນແປງແຫ່ໄປຕາມ ເສັ້ນທາງເສດຖາທິລາດແລ້ວໄປລ້ຽວຢູ່ 4 ແຍກໄຟແດງໂຮງໝໍມະໂຫສົດ ອອກສູ່ຖະໜົນຟ້າງຸ່ມແຫ່ຂຶ້ນໄປສິ້ນ ສຸດຢູ່ວັດ ອິນແປງ.

20186_465698556919451_5822015592315012646_n

ສໍາລັບກິດຈະກຳຢູ່ຫາດດອນຈັນ, ເມືອງຈັນທະບູລີ ແມ່ນຈະຈັດໃຫ້ມີງານປະຕິມະກຳຊາຍ, ໂດຍຈະເລີ່ມແຕ່ວັນທີ 11-19 ເມສານີ້, ນັບແຕ່ເວລາ 9-18:00 ໂມງ ແມ່ນເຂົ້າຊົມງານຄວັດ ແລະ ສະລັກຊາຍ, ຮູບປັ້ນປະເພດຕ່າງໆ ແລະ 18-20:00 ໂມງ ແມ່ນຊົມການແຕ້ມຮູບດ້ວຍມື ໂດຍການນຳເອົາເມັດຊາຍນ້ອຍໆມາແຕ້ມເປັນຮູບ, ຈາກຜູ້ຊ່ຽວຊານມາແຕ່ ຕ່າງປະເທດ ແລະ ນະຄອນຫລວງວຽງຈັນ, ສຳລັບການເຂົ້າຊົມແມ່ນບໍ່ໄດ້ເສຍຄ່າ; ໃນວັນທີ 11-16 ຈະ​ມີການແຂ່ງຂັນກິລາ

ຫາດຊາຍຈາກ 9 ຕົວເມືອງເຊັ່ນ: ບານເຕະ, ບານສົ່ງຫາດຊາຍ, ກະ ຕໍ້ຫວາຍຊາຍ ແລະ ກິລາປະເພດອື່ນໆ, ສະເພາະໃນ ວັນທີ 16, ຈະໄດ້ຈັດໃຫ້ມີການແຂ່ງຂັນຕົບພະທາດຊາຍຄັ້ງຍິ່ງໃຫຍ່ ແລະ ມີພິທີມອບລາງວັນໃຫ້ຜູ້ຊະນະເລີດໃນການແຂ່ງ ຂັນຈາກກິລາປະເພດຕ່າງໆ, ພ້ອມນັ້ນ ຍັງມີງານຕະຫລາດນັດຂາຍສິນຄ້າຜະລິດຕະພັນລາວ, ເຄື່ອງທີ່ລະນຶກຕ່າງໆ.

11146256_465698546919452_6511126669243926715_n

ສ່ວນກິດຈະກຳຫົດສົງນ້ຳສະຫລອງບຸນປີໃໝ່ລາວນີ້,​ ​ໃນ​ມື້ສັງຂານລ່ວງ, ຕອນເຊົ້າເວລາ 8:00 ໂມງ ຈະມີການຈັດຕັ້ງ ພິທີກຳທາງສາສະໜາ, ສ່ວນເວລາ 13:00 ໂມງ, ຈະນຳເອົາພະພຸດທະຮູບສັກສິດຄູ່ບ້ານ, ຄູ່ເມືອງລົງຫົດສົງເພື່ອຕ້ອນຮັບ ປີໃໝ່ລາວ ພສ 2558. ໃນວັນທີ 15 ເມສານີ້, ຊຶ່ງ​ຈະ​ມີ​ການຫົດສົງພະພຸດທະຮູບ ເພື່ອເປັນສິລິ ມຸງຄຸນເຊັ່ນ: ຢູ່ວັດອິນແປງ, ວັດຫາຍໂສກ, ວັດອົງຕື້, ວັດຈັນ, ວັດມີໄຊ, ວັດຊຽງຢືນ, ວັດສີສະເກດ, ວັດສີເມືອງ ແລະ ວັດເກົ້າຍອດ ​ແລະ ຕາມວັດຕ່າງໆ ຕາມອັດທະຍາໄສ ແລະ ໃນວັນສຸດທ້າຍວັນທີ 16 ເມສາ, ເປັນມື້ສັງຂານຂຶ້ນ (ວັນປີໃໝ່), ເລີ່ມແຕ່ເວລາ 7:30 ຈະມີພິທີໃສ່ບາດຖະຫວາຍ ສັງຂະທານ, ຢູ່ວັດອົງຕື້ມະຫາວິຫານ ແລະ ໃນເວລາປະມານ 9:00 ໂມງ ຫາ 18:00 ໂມງ ຈະມີການຫົດສົງນ້ຳມວນຊົນຕາມສະຖານທີ່ຕ່າງໆ ຮອດເວລາ 17:00 ໂມງບັນດາວັດຕ່າງໆ.

ພິເສດໃນປີນີ້ ຢູ່ຖະໜົນເສດຖາທິລາດ, ຈະຈັດໃຫ້ເປັນທາງຄົນຍ່າງຫລິ້ນຫົດສົງນ້ຳເຊິ່ງກັນ ແລະ ກັນ, ຈະໄດ້ປິດບໍ່ໃຫ້ພາຫະນະສັນຈອນໄປ-ມາ, ຊຶ່ງໄດ້ກຳນົດແຕ່ 4 ແຍກໄຟແດງວັດອິນແປງໄປຈົນເຖິງນ້ຳພຸ (ບ້ານຊຽງຢືນ), ເຊິ່ງຈະເລີ່ມປິດແຕ່ເວລາ 13:00-17:00 ໂມງຂອງວັນທີ 14-16 ເມສານີ້. ສ່ວນພາຫະນະທຸກຊະນິດ ແມ່ນໃຫ້ເວັ້ນໄປໃຊ້ເສັ້ນທາງຖະໜົນສາມແສນໄທ, ຖະໜົນຟ້າງຸ່ມ ແລະ ເສັ້ນທາງອື່ນໆ ສຳລັບຜູ້ທີ່ຈະມາສົງພະຢູ່ວັດຕ່າງໆໃນຂອບເຂດດັ່ງກ່າວນັ້ນ ຈະຕ້ອງໄດ້ຈອດລົດໄວ້ຢູ່ ຕາມທາງຮ່ອມ, ທາງຊອຍ ແລະ ຖະໜົນຕ່າງໆ ທີ່ເຈົ້າໜ້າທີ່ໄດ້ ກະກຽມໄວ້.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...