spot_img
Homeຂ່າວເຫດການລັດ​ຖະ​ບານ ມອບ​ເງິນ​ນະ​ໂຍ​ບາຍ ໃຫ້​ທະ​ຫານ​ນາມ​ມະ​ຍົດ​ນັກ​ຮົບແຂ່ງ​ຂັນ 2 ທ່ານ

ລັດ​ຖະ​ບານ ມອບ​ເງິນ​ນະ​ໂຍ​ບາຍ ໃຫ້​ທະ​ຫານ​ນາມ​ມະ​ຍົດ​ນັກ​ຮົບແຂ່ງ​ຂັນ 2 ທ່ານ

Published on

mop ngern

ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ແນວທາງ​ຂອງພັກ ​ແລະ ລັດຖະບານ ​ໃນ​ການ​ປະຕິບັດນະ​ໂຍບາຍ​ໃຫ້​ແກ່​ພະ ນັກງານ​ບຳນານ ​ແລະ ນັກຮົບ​ແຂ່ງຂັນ​ທີ່​ມີ​ຄຸນງາມ ຄວາມ​ດີ​ຕໍ່ພາລະກິດ​ປະຕິວັດ ​ແລະ ປົກ​ປັກ​ຮັກສາ-ສ້າງສາ​ພັດທະ​ນາປະ​ເທດ​ຊາດ. ດັ່ງນັ້ນ, ​ໃນ​ຕອນ​ແລງ​ວັນ​ທີ 3 ​ເມສາຜ່ານ​ມາ ທີ່​ຫ້ອງ​ວ່າການ​ລັດຖະບານ(ຫລບ) ​ໄດ້​ມີ​ພິທີ​ມອບ​ເງິນ​ນະ​ໂຍບາຍ​ໃຫ້​ແກ່ ທ່ານ​ນາງ ກອງ​ສີ ​ແກ້ວ​ກິນ​ນາລີ ​ພະນັກງານ​ບຳນານອາວຸ​ໂສ ​ແລະ ທ່ານ ພັນ​ໂທ ບົວ​ສອນ ຂັນ​ມະນີ ທີ່​ໄດ້​ຮັບ​ນາມມະຍົດ ນັກຮົບ​ແຂ່ງຂັນ ​ໂດຍ​ເປັນກຽດມອບ​ ທ່ານ ສອນ​ໄຊ​ ສີ​ພັນ​ດອນ ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ.

ໃນ​ການ​ມອບ​ເງິນ​ນະ​ໂຍບາຍ​ຄັ້ງນີ້ ​ແມ່ນ​ໄດ້​ປະຕິບັດ​ຕາມ​ດຳລັດ 343 ຂອງ​ນາຍົກລັດຖະມົນຕີ ສຳລັບ​ພະນັກ ງານ​ປະຕິວັດອາວຸ​ໂສ ທີ່​ເຂົ້າການ​ປະຕິວັດ ນັບ​ແຕ່ປີ 1954 ຄືນຫຼັງ. ໃນ​ນັ້ນ, ທ່ານ​ນາງ ກອງ​ສີ ​ແກ້ວ​ກິນ​ນາລີ ​ແມ່ນໄດ້​ເລີ່​ມ​ເຂົ້າການ​ປະຕິວັດ​ໃນ​​ເດືອນ​ຕຸລາ 1954 ​ແລະ ຕົກລົງ​ຮັບ​ບຳນານ​ ​ໃນ​ເດືອນ​ຕຸລາ 1987, ທ່ານ ພັນ​ໂທ ບົວ​ສອນ ຂັນ​ມະນີ ໄດ້​ເລີ່​ມ​ເຂົ້າຮ່ວມການ​ປະຕິວັດ​ໃນ​​ປີ 1950​ ແລະ ​ຮັບ​ເບັ້ຍ​ບຳນານ​ ​ໃນ​ເດືອນທັນວາ 1991 ​ເຊິ່ງທັງ​ສອງ​ທ່ານ ຕ່າງ​ກໍ່​ໄດ້​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ ຈົນ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ ກໍ່ຍັງ​ສືບຕໍ່ປະຕິບັດໜ້າທີ່ຂອງ​ຕົນ​​ໃນ​

ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ການ​ມອບໝາຍໜ້າທີ່​ວຽກງານ​ຈາກ ພັກ-ລັດ. ດັ່ງນັ້ນ, ພັກ ​ແລະ ລັດຖະບານ ຈຶ່ງ​ໄດ້​ມອບ​ເງິນ​ນະ​ໂຍບາຍ​ ສົກ​ປີ 2014-2015 ໃຫ້​ແກ່ ທ່ານ​ນາງ ກອງ​ສີ ​ແກ້ວ​ກິນ​ນາລີ ຈຳນວນ 99 ລ້ານ​ກວ່າ​ກີບ ​ແລະ ຈຳນວນ 10 ລ້ານ​ກີບ ​ໃຫ້​ແກ່ ທ່ານ ພັນ​ໂທ ບົວ​ສອນ ຂັນ​ມະນີ ທີ່​ໄດ້​ຮັບ​ນາມມະຍົດ​ນັກຮົບ​ແຂ່ງຂັນ ສຳລັບ​ສົກ​ປີ 2014-2015. ​ໃນ​ໂອກາດ​ດັ່ງກ່າວ ທ່ານ ສອນ​ໄຊ ສີ​ພັນ​ດອນ ໄດ້​ສ​ະແດງຄວາມ​ຊົມ​ເຊີຍ ຕໍ່ບັນດາໝາກຜົນ ​ແລະ ຜົນງານ​ຂອງ​ທັງ​ສອງ​ທ່ານ ທີ່​ໄດ້​ປະກອບສ່ວນ​ຕໍ່ການ​ປະຕິວັດ​ໃນ​ເມື່ອ​ກ່ອນ ​ແລະ ການ​ປະຕິບັດ​ສອງໜ້າທີ່​ຍຸດ​ທະ​ສາດ ພາຍຫຼັງປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ. ອັນ​ເປັນ​ການ​ເອກອ້າງ ​ແລະ ສະ​ແດງ​ເຖິງ​ກຽດສັກ​ສີ​ຂອງ​ກົມ​ກອງ ທີ່​ໄດ້​ມີ​ພະນັກງານດີ​ເດັ່ນ-ຫ້າວຫັນ. ພ້ອມ​ທັງ ​ເຊື່ອໝັ້ນວ່າ ບັນດາ​ທ່ານ ທີ່​ໄດ້​ພັກ ຜ່ອນ​ຮັບ​ເບັ້ຍບຳນານ​ໄປ​ນັ້ນ ຈະສືບຕໍ່​ເປັນ​ກຳລັງ​ແຮງ​ສຶກສາ​ອົບຮົມ​ພະນັກງານ, ລູກຫຼານ ປະຊາຊົນ ທີ່​ຕົນ​ສັງກັດ​ຢູ່​ຮາກ​ຖານ​ທ້ອງ​ຖິ່ນ​ນັ້ນ ​ເຮັດ​ໃຫ້​ເຂົາ​ເຈົ້າກາຍ​ເປັນ​ຮຸ່ນສືບ​ທອດ ​ແລະ ​ເປັນ​ກຳລັງ​ແຮງ​ອັນ​ສຳຄັນ ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຂອງ​​ຊາດ​ໃນ​ໄລຍະ​ໃໝ່.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...