Homeສຸຂະພາບ ແລະ ສີ່ງແວດລ້ອມພະຍາດປວດເສັ້ນປະສາດໜ້າ

ພະຍາດປວດເສັ້ນປະສາດໜ້າ

Published on

headache455555

ພະຍາດ​ປວດ​ເສັ້ນ​ປະສາດ​​ໜ້າເປັນ​ພະຍາດ​ທີ່​ພົບ​ໄດ້​ເລື້ອຍ​ພະຍາດ​ໜຶ່ງ​ສ່ວນ​ໃຫຍ່​ມັກ​ຈະ​ພົບ​ໃນ​ໄລຍະ​ຜູ້ໃຫຍ່​ເຖິງ​ສູງ​ອາຍຸຜູ້​ປ່ວຍ​ຈະ​ມີ​ອາການ​ປວດ​ທີ່​ໜ້າ​ຂ້າງໃດ​​ໜຶ່ງ​ລວມ​ທັງ​ອາດຈະ​ປວດ​ໃນ​ບໍລິເວນ​​ແກ້ມ,ເຫງືອກ​ແລະ​ແຂ້ວ​ໄດ້​ຢ່າງ​ຮຸນແຮງອາການ​ປວດ​ຈະ​ເກີດ​ຂຶ້ນ​ມາ​ເອງ​ໂດຍ​ຜູ້​ປ່ວຍ​ຈະ​ມີ​ຄວາມ​ຮູ້ສຶກ​ເຈັບຄື​​ເຂັມ​ປັກ,ຄື​ໄຟ​ຊັອດຫລື​ອາດ​ປວດ​ແບບ​ແສບ​ຮ້ອນ​ທີ່​ບໍລິເວນ​​ໜ້າ​ລວມ​ທັງ​ເຫງືອກບາງ​ຄົນ​ອາດ​ມີ​ອາການ​ເຈັບຄື​ກັບເຈັບ​ແຂ້ວ​ເຮັດໃຫ້​ເຂົ້າໃຈ​ຜິດ​ວ່າ​ເປັນ​ພະຍາດ​ແຂ້ວແມງ​ແລະ​ໄດ້ຮັບ​ການ​ຖອນ​ແຂ້ວ​ອອກ​ໂດຍ​ບໍ່​ຈຳ​ເປັນ ອາການ​ປວດ​ມັກ​ຈະ​ເກີດ​ຮຸນແຮງ​ເປັນ​ໄລຍະໆໃນ​ເວລາ​ສັ້ນໆ​ແຕ່​ສາມາດ​ເກີດ​ຂຶ້ນ​ໄດ້​ຊ້ຳ​ໆ ຕະຫລອດ​ມື້​ແລະ​ນຳ​ມາ​ຊຶ່ງ​ຄວາມ​ທຸກທໍລະມານ​ເປັນ​ຢ່າງ​ຫລວງຫລາຍຜູ້​ປ່ວຍ​ບາງ​ຄົນ​ອາດ​ມີ​ຕຳແໜ່ງບໍລິເວນ​​ຫນ້າທີ່​ເມື່ອ​ໄປ​ກະຕຸ້ນ​ສຳ​ຜັດ​ຖືກ​ຈະໃຫ້​ມີ​ອາການ​ເຈັບເກີດ​ຂຶ້ນ​ມາຜູ້​ປ່ວຍ​ເຫລົ່າ​ນີ້​ອາດຈະ​ມີ​ພຶດຕິກຳ​ຫລີກ​ລ້ຽງ​ການ​ກະຕຸ້ນ​ຕຳແໜ່ງ​ດັ່ງ​ກ່າວ​ເຊັ່ນ:ບໍ່​ລ້າງ​ໜ້າຖູແຂ້ວ,ບໍ່​ແຖ​ໜວດຫລື​ຫລີກ​ລ້ຽງ​ການ​ໂອ້ລົມ​ເປັນ​ຕົ້ນ

ສາ​ເຫດ​ຂອງພະຍາດ​ປວດ​ເສັ້ນ​ປະສາດໜ້າ

ພະຍາດ​ປວດ​ເສັ້ນ​ປະສາດ​ໜ້າເກີດ​ຂຶ້ນ​ໄດ້​ຈາກ​ຫລາຍ​ສາ​ເຫດ​ແຕ່​ຜູ້​ປ່ວຍ​ສ່ວນ​ໃຫຍ່​ມັກ​ເກີດ​ຂຶ້ນ​ຈາກ​ທີ່​ມີ​ເສັ້ນ​ເລືອດ​ສະຫມອງ​ໄປ​ກົດ​ທັບ​ເສັ້ນ​ປະສາດ​ຄູ່​ທີ່​ຫ້າຊຶ່ງ​ເຮັດ​ຫນ້າທີ່​ຮັບ​ຄວາມ​ຮູ້ສຶກ​ຈາກ​ບໍລິເວນ​​ໜ້າ​ແລະ​​ປາກ​ຈຶ່ງ​ເຮັດໃຫ້​ມີ​ອາການ​ປວດ​ເກີດ​ຂຶ້ນ​ທີ່​ບໍລິເວນ​ດັ່ງ​ກ່າວ​ສ່ວນ​ສາ​ເຫດ​ອື່ນໆຈະ​ພົບ​ໄດ້​ບໍ່​ຫລາຍເຊັ່ນ:ມີ​ຊີ້ນປົ່ງ​ສະຫມອງ,​ປະສາດ​ເສື່ອມ  (multiple sclerosis)ຫລື​ເປັນ​ຜົນ​ແຊກ​ຊ້ອນ​ຈາກ​ຕິດ​ໄວ​ຣັສ​ກ່ຽວກັບຜິວໜັງເຊັ່ນ:ຕານເຕັ້ນ​ທີ່​ບໍລິເວນ​​ໜ້າເປັນ​ຕົ້ນ

ການ​ປິ່ນປົວພະຍາດ​ປວດ​ເສັ້ນ​ປະສາດ​​ໜ້າໂດຍຢາ

ໃນ​​ໄລ​ຍະ​ທຳອິດ​ອາການ​ປວດ​ມັກ​ຈະ​ປິ່ນປົວ​ໄດ້​ຜົນດີີ​ຫລາຍ​ໂດຍ​ການ​ກິນ​ຢາແພດ​ໝໍມັກ​ຈະໃຫ້​ຢາ​ແກ້​ອາການ​ປວດ​ເສັ້ນ​ປະສາດເຊັ່ນ:Tegretal, Trileptal, Dilantin, Neurontinຫລື Baclofenຢາ​ດັ່ງ​ກ່າວ​ພຽງ​ແຕ່​ຊ່ວຍ​ບໍ່​ໃຫ້​ມີ​ອາການ​ປວດ​ແຕ່​ບໍ່​ໄດ້​ປິ່ນປົວ​ສາ​ເຫດ​ຂອງ​ພະຍາດຫລື​ເຮັດໃຫ້​ຫາຍ​ຂາດ​ຈາກ​ພະຍາດດັ່ງ​ນັ້ນ​ເມື່ອ​ເຊົາ​ກິນ​ຢາ​ອາການ​ປວດ​ຈະ​ກັບ​ມາ​ເປັນ​ຊ້ຳ​ອີກຫລື​ມີ​ຜູ້​ປ່ວຍ​ຈຳນວນ​ໜຶ່ງ​ເມື່ອ​ກິນ​ຢາ​ໄປ​ໄລ​ຍະ​ໜຶ່ງ​ມັກ​ຈະ​ບໍ່​ໄດ້​ຜົນດີີ​ຄືໃນ​ໄລຍະ​ທຳອິດ​ແລະ​ຈຳ​ເປັນ​ຕ້ອງ​ປ່ຽນ​ໄປ​ໃຊ້​ວິທີ​ປິ່ນປົວ​ໂດຍ​ວິທີ​ອື່ນ

ການ​ປິ່ນປົວພະຍາດ​ປວດ​ເສັ້ນ​ປະສາດ​​ໜ້າໂດຍ​ການ​ທຳລາຍ​ເສັ້ນ​ປະ​ສາດ

ເມື່ອ​ປິ່ນປົວ​ດ້ວຍ​ຢາ​ບໍ່​ໄດ້​ຜົນ​ອີກ​ຕໍ່ໄປ​ການ​ປິ່ນປົວ​ໂດຍ​ການ​ທຳລາຍ​ເສັ້ນ​ປະສາດ​ຄູ່​ທີ່​ຫ້າ (ບາງ​ສ່ວນ)ເປັນ​ທາງ​ເລືອກ​ທາງ​ໜຶ່ງ​ໃນ​ການ​ຄວບ​ຄຸມ​ອາການ​ປວດຊຶ່ງ​​ມີ​ວິທີ​ການ​ທີ່​ໃຊ້​ກັນ​ຫລາຍ​ຢູ່​ສອງ​ວິທີ​ຄື

1.ການ​ທຳລາຍ​ເສັ້ນ​ປະສາດ​ໂດຍ​ຄວາມ​ຮ້ອນ(Percutaneous radiofrequency rhizotomy)

2.ການ​ທຳລາຍ​ເສັ້ນ​ປະສາດ​ໂດຍ​ລັງສີ(Radiosurgery)

ນອກ​ເໜືອ​ຈາກ​ສອງ​ວິທີ​ດັ່ງ​ກ່າວ​ແລ້ວ​ຍັງມີ​ວິທີ​ອື່ນໆໃນ​ການ​ທຳລາຍ​ເສັ້ນ​ປະສາດ​ຄູ່​ທີ່​ຫ້າ ເຊັ່ນການ​ໃຊ້​ປູມເປົ້າ​ກົດ​ທຳລາຍ​ເສັ້ນ​ປະສາດ​ຫລື​ການ​ສີດ​ສານ​ກີ​ເຊີ​ລອນ​ທຳລາຍ​ປອກ​ປະສາດເປັນ​ຕົ້ນການ​ປິ່ນປົວ​ໂດຍ​ການ​ທຳລາຍ​ເສັ້ນ​ປະສາດ​ບໍ່​ວ່າ​ຈະ​ໂດຍ​ວິທີ​ໃດ​ກໍ​ຕາມ​ຈະ​ມີ​ຂໍ້​ດີ​ແລະ​ຂໍ້​ເສຍ​ຄືໆກັນ​ເປັນ​ວິທີ​ທີ່​ບໍ່​ຕ້ອງ​ໄດ້ຮັບ​ການ​ດົມ​ຢາ​ສະຫລົບ​ຫລື​ຜ່າ​ຕັດບໍ່​ມີ​ບາດແຜ​ບໍ່​ຈຳ​ເປັນ​ຕ້ອງ​ພັກ​ຟື້ນ​ໃນ​ໂຮງໝໍ​ມີ​ຄວາມ​ສ່ຽງ​ຕ່ຳ​ສາມາດ​ເຮັດ​ໄດ້​ໃນ​ຜູ້​ທີ່​ສຸຂະພາບ​ບໍ່​ແຂງ​ແຮງເຊັ່ນມີ​ອາ​ຍຸ​ຫລາຍ​ຫລື​ມີ​ພະຍາດ​ປະຈຳ​ໂຕລວມ​ທັງ​ເປັນ​ວິທີ​ການ​ປິ່ນປົວ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງຜູ້​ປ່ວຍ​ສ່ວນ​ໃຫຍ່​ເຊົາ​ທຸກທໍລະມານ​ຈາກ​ອາການ​ປວດແຕ່​ຈະ​ເນື່ອງ​ຈາກ​ບາງ​ສ່ວນ​ຂອງ​ເສັ້ນ​ປະສາດ​ຄູ່​ທີ່​ຫ້າ​ຖືກ​ທຳລາຍ​ຈາກ​ການ​ປິ່ນປົວ​ດັ່ງ​ນັ້ນ​ຈະ​ມີ​ຜົນ​ຂ້າງ​ຄຽງ​ຄື​ຈະ​ມີ​ອາການ​ຊາ​ທີ່​ໜ້າ​ຄື​ໄດ້ຮັບ​ການ​ສີດ​ຢາມຶນ​ແລະ​ອາດຈະ​ເປັນ​ບັນຫາ​ຊວນ​ລຳ​ຄານ​ໄດ້​ຢ່າງ​ຫລວງຫລາຍ​ໃນ​ຜູ້​ປ່ວຍ​ບາງຄົນ

ການ​ປິ່ນປົວພະຍາດ​ປວດ​ເສັ້ນ​ປະສາດ​ໜ້າໂດຍ​ການ​ຜ່າ​ຕັດ

ເນື່ອງ​ຈາກພະຍາດ​ປວດ​ເສັ້ນ​ປະສາດ​​ໜ້າສ່ວນ​ໃຫຍ່​ເກີດ​ຂຶ້ນ​ຈາກ​ການ​ທີ່​ມີ​ເສັ້ນ​ເລືອດ​ສະຫມອງ​ໄປ​ກົດ​ບຽດ​ເສັ້ນ​ປະສາດ​ຈຶ່ງ​ມີ​ການ​ປິ່ນປົວ​ໂດຍ​ການ​ຜ່າ​ຕັດ​ສະຫມອງ​ເຂົ້າໄປ​​ປ່ຽນ​ຕຳແໜ່ງ​ຂອງ​ເສັ້ນ​ເລືອດການ​ປິ່ນປົວ​ໂດຍ​ວິທີ​ນີ້​ເປັນ​ການ​ແກ້​ໄຂ​ທີ່​ສາ​ເຫດ​ໂດຍ​ກົງ​ດັ່ງ​ນັ້ນ​ຈຶ່ງ​ມີ​ອັດຕາ​ການ​ຫາຍ​ຂາດ​ຈາກ​ພະຍາດ​ສູງອີກ​ທັງ​ຜູ້​ປ່ວຍ​ຈະ​ບໍ່​ມີ​ບັນຫາ​ເລື່ອງ​​ໜ້າ​ຊາ​ພາຍ​ຫລັງ​ການ​ປິ່ນປົວ​ເນື່ອງ​ຈາກ​ບໍ່​ມີ​ການ​ທຳລາຍ​ໃດໆຕໍ່​ເສັ້ນ​ປະ​ສາດດ້ວຍ​ຄວາມ​ກ້າວ​ໜ້າ​ຂອງ​ເຕັກ​ນິກ​ປະສາດ​ຈຸນ​ສັນຍະ​ກຳ​ໃນ​ປະ​ຈຸ​ບັນເຖິງແມ່ນວ່າ​ຈະ​ເປັນ​ການ​ປິ່ນປົວ​ທີ່​ຕ້ອງ​ມີການ​ຜ່າ​ຕັດ​ສະຫມອງ​ແຕ່​ກໍ​ຈັດ​ວ່າ​ມີ​ຄວາມ​ສ່ຽງ​ຕ່ຳ​ຫລາຍ​ໂດຍ​ທົ່ວ​ໄປ​ຜູ້​ປ່ວຍ​ພັກ​ຟື້ນ​ຢູ່ໃນ​ໂຮງໝໍ​ໃຊ້ເວລາບໍ່ຫລາຍມື້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...