Homeຂ່າວຕ່າງປະເທດມຽນ​ມາ - ກຸ່ມ​ຕິດ​ອາ​ວຸດ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ລົງ​ນາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ ປູ​ທາງ​ເຂົ້າ​ສູ່ AEC

ມຽນ​ມາ – ກຸ່ມ​ຕິດ​ອາ​ວຸດ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ລົງ​ນາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ ປູ​ທາງ​ເຂົ້າ​ສູ່ AEC

Published on

EyWwB5WU57MYnKOuFtJCBc6wQCHqI9AMXoiR9LNPzyxat2iILX6Wb4

ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ເປັນ​ປະ​ທານກອງ​ປະ​ຊຸມ​ລົງ​ນາມ​ຢຸດ​ຍິງ​ທົ່ວ​ປະ​ເທດ ເພື່ອ​ກ້າວ​ເຂົ້າ​ສູ່​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ຫລື AEC.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ເມ​ສາ​ນີ້​ວ່າ ທ່ານ ເທັນ ເຊັນ ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ແຫ່ງ​ສະ​ຫະ​ພາບ​ມຽນ​ມາ ໄດ້​ເດີນ​ທາງ​ມາ​ເປັນ​ປະ​ທານ​ປິດກອງ​ປະ​ຊຸມ ຮ່ວມ​ກັບ​ບັນ​ດາ​ຜູ້​ນຳ ແລະ ຜູ້​ແທນ​ຂອງ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ຈາກ​ທົ່ວ​ປະ​ເທດ ເພື່ອ​ຮ່ວມ​ກັນ​ລົງ​ນາມ​ຢຸດ​ຍິງ ແລະ ຢຸ​ຕິ​ການ​ສູ້​ຮົບ​ຕາມ​ແນວ​ຊາຍ​ແດນ​ທຸກ​ພື້ນ​ທີ່​ກັບ​ຊົນ​ກຸ່ມ​ນ້ອຍ ເຊິ່ງ​ຖື​ວ່າ​ເປັນ​ກອງ​ປະ​ຊຸມ​ຄັ້ງ​ທີ 7 ໃນ​ປີ 2015 ນີ້ ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ ເພື່ອສ້າງ​ສັນ​ຕິ​ພາບ​ແຫ່ງ​ສະ​ຫະ​ພາບ (UPWC) ນຳ​ໂດຍ ທ່ານ ອ່ອງ ມິນ ລັດ​ຖະ​ມົນ​ຕີ​ປະ​ຈຳ​ທຳ​ນຽບ​ລັດ​ຖະ​ບານ​ມຽນ​ມາ ໃນ​ຖາ​ນະ​ຮອງ​ຫົວ​ໜ້າ​ UPWC ເຊິ່ງ​ໄດ້​ປະ​ຊຸມ ແລະ ເຈ​ລະ​ຈາ​ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຢຸ​ຕິ​ການ​ສູ້​ຮົບ ທີ່​ມາ​ຈາກ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ໃນ​ທົ່ວ​ປະ​ເທດ ຢູ່​ຫ້ອງ​ປະ​ຊຸມ​ສູນ​ສ້າງ​ສັນ​ຕິ​ພາບ​ມຽນ​ມາ ຫລື MPC ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຢາງ​ກຸ້ງ ນະ​ຄອນ​ຢາງ​ກຸ້ງ.

ການ​ລົງ​ນາມ​ຢຸດ​ຍິງ​ດັ່ງ​ກ່າວ​ນີ້ ຖື​ເປັນ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫລວງ ສຳ​ລັບ​ລັດ​ຖະ​ບານ​ມຽນ​ມາ ແລະ ເປັນ​ຄວາມ​ຫວັງ​ໃໝ່​ຂອງ​ຊາວ​ມຽນ​ມາ ກໍ​ຄື​ຊາວ​ອາ​ຊຽນ ເພື່ອ​ກ້າວ​ເຂົ້າ​ສູ່​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ຫລື AEC ຢ່າງ​ເຕັມ​ຕົວ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...