Homeເກັບຕົກ-ເລື່ອງແປກບໍ່ນ່າເຊື່ອວ່າໂລກໃຕ້ນໍ້າ ຈະມີຄວາມລຶກລັບສິ່ງນີ້ຢູ່ດ້ວຍ

ບໍ່ນ່າເຊື່ອວ່າໂລກໃຕ້ນໍ້າ ຈະມີຄວາມລຶກລັບສິ່ງນີ້ຢູ່ດ້ວຍ

Published on

ພາບທີ່ປາກົດຕໍ່ສາຍຕາຂອງທ່ານຕໍ່ໄປນີ້ ມັນເບິ່ງແລ້ວອາດຈະບໍ່ຢາກເຊື່ອ ວ່າຈະມີຢູ່ແທ້ ໂດຍເປັນຝີມືການຖ່າຍພາບຂອງ ເຈສັນ ເດ ແຄຣສ໌ ເທຍ໌ເລີຣ໌ ປະຕິມາກອນທີ່ຊື່ດັງຂອງອັງກິດ ຊຶ່ງເປັນທັງຄູສອນດໍານໍ້າ, ຊ້າງພາບ ແລະ ເປັນນັກອະນຸລັກລະບົບນິເວສໃຕ້ນໍ້າ

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MxMl8xNDI3NDQ3ODk0LmpwZw

ບໍ່ນ່າເຊື່ອວ່າໂລກໃຕ້ນໍ້າ ຈະມີຄວາມລຶກລັບສິ່ງນີ້ຢູ່ດ້ວຍ

ທັ່ງນີ້ ເຈສັນ ເດ ແຄຣສ໌ ເທຍ໌ເລີຣ໌ ກໍ່ບໍ່ສາມາດຊອກຫາ ສະຖານທີ່ສໍາລັບສ້າງສັນຜົນງານສິລະປະໄດ້ ຈຶ່ງຄິດນໍາຄວາມຮູ້ ທັງໝົດມາໃຊ້ ແລະ ຕັດສິນໃຈສ້າງພິພິທະພັນໃນທ້ອງທະເລທົ່ວໂລກ ໂດຍສ້າງພິພິທະພັນໃຕ້ນໍ້າແຫ່ງທໍາອິດຢູ່ທີ່ປະເທດໝູ່ເກາະ ກຣານາດາ ໃນທະເລ ແຄຣິບບຽນ ເມື່ອປີ 2006 ຈົນໃນທີ່ສຸດ ເທຍ໌ເລີຣ໌ ໄດ້ສ້າງ “ພິພິທະພັນ ໃຕ້ນໍ້າກັງກຸນ” ແຫຼ່ງລວບລວມປະຕິມາກໍາໃຕ້ນໍ້າທີ່ໃຫຍ່ທີ່ສຸດໃນໂລກ ນັບແລ້ວຫຼາຍກວ່າ 500ຊິ້ນ ບໍລິເວັນຊາຍຝັ່ງເມືອງກັງກຸນ ໃນເຂດພຶ້ນທີ່ອຸທະຍານແຫ່ງຊາດທາງທະເລກັງກຸນ ປະເທດແມັກຊີໂກ

ໂດຍລາວຕ້ອງການໃຫ້ງານສິລະປະຂອງລາວ ສາມາດເຮັດໜ້າທີ່ເປັນແນວປະກາລັງທຽມ ເພື່ອເປັນທີ່ຢູ່ອາໃສຂອງສັດທະເລ ອາທິ ປຣາກາຕູນ ເມ່ນທະເລ ຟອງນໍ້າ ເຕົ່າທະເລ ຫຼື ແມ່ນແຕ່ ສະຫຼາມ ຊຶ່ງຈະບໍ່ຖືກທໍາລາຍໂດຍຄົນ ຫຼືທໍາມະຊາດ ໄດ້ງ່າຍໆ

ເພາະປະຕິມາກໍາເຫຼົ່ານີ້ສ້າງຂຶ້ນຈາກ ຄອນກຣີດຊະນິດພິເສດ ບໍ່ຖືກກັດເຊາະ ແລະ ມີຄ່າ PH ເປັນກາງຈຶ່ງບໍ່ເປັນອັນຕະລາຍຕໍ່ລະບົບນິເວດວິທະຍາໃຕ້ທະເລ ແລະ ເປັນການເພີ່ມພື້ນທີ່ແນວປະກາລັງ ທີ່ປົກກະຕິຈະມີພຽງ 10-15 ສ່ວນຮ້ອຍຂອງພື້ນທີ່ທັ່ງໝົດໃນທ້ອງທະເລທົວໂລກ.

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MwM18xNDI3NDQ3ODg4LmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MwMV8xNDI3NDQ3ODg3LmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MwNV8xNDI3NDQ3ODg5LmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MwOF8xNDI3NDQ3ODkxLmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MwOV8xNDI3NDQ3ODkyLmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MxM18xNDI3NDQ3ODk1LmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MxMF8xNDI3NDQ3ODkzLmpwZw

aHR0cDovL3AzLmlzYW5vb2suY29tL2NhLzAvdWkvMjc1LzEzNzY5NjkvY2MxMl8xNDI3NDQ3ODk0LmpwZw

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...