spot_img
Homeຂ່າວທ້ອງຖິ່ນປະຊາຊົນສອງບ້ານ ຢູ່ເມືອງວຽງຄຳ ໄດ້ຮັບຜົນກະທົບຈາກໝາກເຫັບຕົກ

ປະຊາຊົນສອງບ້ານ ຢູ່ເມືອງວຽງຄຳ ໄດ້ຮັບຜົນກະທົບຈາກໝາກເຫັບຕົກ

Published on

ice

ເວລາ​ປະມານ 19:30 ​ໂມງ​ຂອງ​ວັນ​ທີ 23 ມີນາ ຜ່ານ​ມາ​​ໄດ້​ເກີດ​ມີລົມ​ແຮງ ​ແລະ ໝາກ​ເຫັບ​ຕົກ​ຢູ່​ເມືອງ​ວຽງ​ຄໍາ ແຂວງຫລວງພະບາງ ສົ່ງຜົນໃຫ້ບ້ານ​ນາ​ນ້ອຍ ​ແລະ ບ້ານ​ຫ້ວຍ​ມອນ ​ເມືອງ​ດັ່ງກ່າວ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ດ້ານ​ທີ່ຢູ່​ອາ​ໄສ​, ​ສັດລ້ຽງ​ຫລາຍ​ປະ​ເພດ​ຕາຍ​ເປັນ​ຈໍ​ານວນ​ຫລວງຫລາຍ ຄາດວ່າ ຈະມີມູນ​ຄ່າ​ເສຍ​ຫາຍຫລາຍກວ່າ​ 300 ​ລ້ານ​ກີບ. ຕໍ່ສະພາບການດັ່ງກ່າວ, ​ການ​ນໍາ​ແຂວງ ແລະ ເມືອງກໍ​ໄດ້ຮີບຮ້ອນ​​ໃຫ້ການ​ຊ່ວຍ​ເຫລືອ​ເບືອ​ງຕົ້ນ​ແລ້ວ.

ທ່ານ​ເຈົ້າ​ເມືອງ​ວຽງຄໍາ ​ໃຫ້​ຮູ້​​ວ່າ:​ ເຫດການດັ່ງກ່າວໄດ້​ສ້າງ​ຄວາມ​ເສຍ​ຫາຍບໍ່ໜ້ອຍ​​ໃຫ້ປະຊາຊົນຈຳນວນ 51 ຄອບຄົວ ໃນບ້ານນານ້ອຍ, ໃນນັ້ນ ​ມີ​ໂຮງຮຽນ 1 ຫລັງ​ຖືກ​ເປ່​ເພ, ມີ​ກະ​ເບື້ອງ​ເສຍ​ຫາຍ 1.542 ​ແຜ່ນ, ສັງກະສີ 3.611 ​ແຜ່ນ, ຈານ​ດາວ​ທຽມ 15 ຊຸດ, ໝູ ແລະ ສັດປີກຕາຍເປັນຈຳນວນຫລາຍ, ສ່ວນ​ບ້ານ​ຫ້ວຍ​ມອນ​ມີ​ 44 ຄອບຄົວ ໄດ້ຮັບຜົນກະທົບ, ໃນນັ້ນ ມີ​​ໂຮງຮຽນ 2 ຫລັງ, ກະ​ເບື້ອງ 2.070 ​ແຜ່ນ, ສັງກະສີ 3.262 ​ແຜ່ນ, ແບ້ ແລະ ສັດປີກຕາຍຈຳນວນຫລາຍໄດ້ຮັບຄວາມເສຍຫາຍ ​ແລະ ​ໂຊກ​ດີ​ບໍ່​ມີ​ຜູ້ເສຍ​ຊີວິດ, ມີ​ພຽງ​ໄດ້​ຮັບ​ບາດ​ເຈັບ 7 ຄົນ.

​ໃນ​ວັນ​ທີ 26 ມີນາ​ນີ້, ທ່ານ ດຣ. ຄໍາ​ແພງ​ ໄຊ​ສົມ​ແພງ ​ເຈົ້າ​ແຂວງ​ຫລວງ​ພະ​ບາງ ​ໄດ້​ເດີນທາງ​ໄປ​ເມືອງ​ວຽງ​ຄໍາ​ ເພື່ອລົງກວດກາ ແລະ ​ນໍາ​ເຄື່ອງ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸຸກຂັ້ນ​ຕົ້ນ​ຈໍານວນ​ຫນຶ່ງ ​ພ້ອມ​ເງິນສົດ 50 ລ້ານ​ກີບ ມອບ​ໃຫ້ການ​ນໍາ​ຂອງ​ເມືອງ​ໄປ​ແຈກ​ຍາຍ​ແກ່​ປະຊາ​ຊົນຜູ້ໄດ້ຮັບຜົນກະທົບ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...