Homeຂ່າວຕ່າງປະເທດLG ເປີດ​ໂຮງ​ງານໃໝ່​ຢູ່​ຫວຽດ​ນາມ ເພື່ອ​ຜ​ະ​ລິດ​ສິນ​ຄ້າ​ສົ່ງ​ອອກ​ຂາຍ​ທົ່ວ​ໂລກ

LG ເປີດ​ໂຮງ​ງານໃໝ່​ຢູ່​ຫວຽດ​ນາມ ເພື່ອ​ຜ​ະ​ລິດ​ສິນ​ຄ້າ​ສົ່ງ​ອອກ​ຂາຍ​ທົ່ວ​ໂລກ

Published on

558000003795901

ບໍ​ລິ​ສັດ​ແອວ​ຈີ ເອ​ເລັກ​ໂຕ​ນິກ (LG) ຂອງ​ເກົາ​ຫລີ​ໃຕ້ ເປີດ​ຖານ​ການ​ຜະ​ລິດ​ແຫ່ງ​ໃໝ່​ໃນ​ຫວຽດ​ນາມ ເພື່ອ​ຜະ​ລິດ​ສິນ​ຄ້າ​ສຳ​ຄັນ​ສຳ​ລັບ​ການ​ສົ່ງ​ອອກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 30 ມີ​ນາ​ຜ່ານ​ມາ​ນີ້​ວ່າ ໃນ​ມື້​ວັນ​ທີ 27 ມີ​ນາ ໄດ້​ມີ​ພິ​ທີ​ເປີດ​ຖານ​ການ​ຜະ​ລິດ​ແຫ່ງ​ໃໝ່ ຂອງ​ບໍ​ລິ​ສັດ​ແອວ​ຈີ ຢູ່​ນະ​ຄອນ​ຮາຍ​ຟອງ (Hai Phong) ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ຫວຽດ​ນາມ ເທິງ​ເນື້ອ​ທີ່ 8 ແສນ​ຕາ​ແມັດ ເພື່ອ​ຜະ​ລິດ​ສິນ​ຄ້າ​ເອ​ເລັກ​ໂຕ​ນິກ​ ໃນ​ລາ​ຄາ​ທີ່​ສາ​ມາດ​ແຂ່ງ​ຂັນ​ໄດ້ ເຊິ່ງ​ປະ​ກອບ​ມີ​ໂທ​ລະ​ພາບ ແລະ ສະ​ມາດ​ໂຟນ ເພື່ອ​ສົ່ງ​ອອກ​ຈຳ​ໜ່າຍ​ໃນ​ທົ່ວ​ໂລກ.

ບໍ​ລິ​ສັດ ແອວ​ຈີ ໄດ້​ວາງ​ແຜນ​ຈະ​ລົງ​ທຶນ​ປະ​ມານ 1,5 ຕື້​ໂດ​ລາ​ສະ​ຫະ​ລັດ ຕໍ່​ສູນ​ການ​ຜະ​ລິດ​ຄົບ​ວົງ​ຈອນຢູ່​ນະ​ຄອນ​ຮາຍ​ຟອງ​ນີ້ ໄປ​ຈົນ​ເຖິງ​ປີ 2028 ໂດຍ​ປັດ​ຈຸ​ບັນ ບໍ​ລິ​ສັດ​ແອວ​ຈີ ມີ​ໂຮງ​ງານ​ໃນ​ຫວຽດ​ນາມ​ແລ້ວ 2 ແຫ່ງ​ຄື ໂຮງ​ງານ​ໃນ​ແຂວງຮຶງ​ອຽນ (Hung Yen) ທີ່​ສາ​ມາດ​ຜະ​ລິດ​ສະ​ມາດ​ໂຟນ ແລະ ໂທ​ລະ​ພາບ, ສ່ວນ​ອີກ​ໂຮງ​ງານ​ໜຶ່ງ​ແມ່ນ​ຢູ່​ໃນ​ນະ​ຄອນ​ຮາຍ​ຟອງ​ນີ້ ເຊິ່ງ​ຜະ​ລິດ​ຈັກ​ຊັກ​ເຄື່ອງ, ເຄື່ອງ​ປັບ​ອາ​ກາດ ແລະ ເຄື່ອງ​ດູດ​ຝຸ່ນ ເຊິ່ງ​ທັງ​ໝົດ 2 ໂຮງ​ງານ​ດັ່ງ​ກ່າວ ແມ່ນ​ມີ​ແຜນ​ຈະ​ຖືກ​ຍົກ​ຍ້າຍ​ເຂົ້າ​ມາ​ໄວ້​ໃນ​ສູນ​ຜະ​ລິດ​ນະ​ຄອນ​ຮາຍ​ຟອງ​ບ່ອນ​ດຽວ.

ບໍ​ລິ​ສັດ​ແອວ​ຈີ ເປັນ​ຜູ້​ຜະ​ລິດ​ໂທ​ລະ​ພາບ​ລາຍ​ໃຫຍ່​ອັນ​ດັບ 2 ຂອງ​ໂລກ ເຊິ່ງ​ມີ​ແຜນ​ຈະ​ຍ້າຍ​ສາຍ​ການ​ຜະ​ລິດໂທ​ລະ​ພາບ ຈາກ​ບໍ​ລິ​ສັດ​ທີ່​ຢູ່​ພາຍ​ໃນ​ປະ​ເທດ​ໄທ ໄປ​ຜະ​ລິດ​ຢູ່​ຫວຽດ​ນາມ​ແທນ ເນື່ອງ​ຈາກ​ມີ​ປະ​ສິດ​ທິ​ພາບ​ດ້ານ​ການ​ຈັດ​ສົ່ງ​ສິນ​ຄ້າ ແລະ ຄ່າ​ໃຊ້​ຈ່າຍ ຕາມ​ການ​ລະ​ບຸ​ຂອງ​ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຢູ່​ປະ​ເທດ​ໄທ, ໂດຍ​ທາງ​ກຸ່ມ​ບໍ​ລິ​ສັດ​ຕ້ອງ​ການ​ຈະ​ມີ​ຖານ​ການ​ຜະ​ລິດ ທີ່​ມີ​ຄຸນ​ນະ​ພາບ​ທຽບ​ເທົ່າ​ກັບ​ໂຮງ​ງານ​ຢູ່​ເກົາ​ຫລີ​ໃຕ້ ເຊິ່ງ​ພິ​ຈາ​ລະ​ນາ​ແລ້ວ​ເຫັນ​ວ່າ ຢູ່​ຫວຽດ​ນາມ​ເປັນ​ສະ​ຖານ​ທີ່​ທີ່​ເໝາະ​ສົມ​ທີ່​ສຸດ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...