Homeຄວາມງາມຮູ້ໄວ້ເລື່ອງຮ້າຍຂອງແຄບຊູນຂອງວິຕາມິນຊີ

ຮູ້ໄວ້ເລື່ອງຮ້າຍຂອງແຄບຊູນຂອງວິຕາມິນຊີ

Published on

107060474_235

ສາວໆຫລາຍ​ຄົນ​​ຮູ້​ຈັກ​ກັນ​ດີ​ຢູ່​ແລ້ວ​ກັບ​ເລື່ອງ​ລາວ​ຂອງວິ​ຕາ​ມິນຊີເພາະ​ວ່າ​ເປັນ​ໜຶ່ງ​ວິ​ຕາ​ມິນ​ພື້ນ​ຖານ​ທີ່​ເຮົາ​ມັກ​ຈະ​ຊື້​ມາກິນ​ກັນ​ໃນ​ຮູບ​ແບບ​ຂອງ​ແຄບ​ຊູນ​ທີ່​ມີ​ຂາຍ​ຕາມ​ຮ້ານ​ຂາຍ​ຢາຫລື​ແມ່ນແຕ່​ໃນ​ຫ້າງ​ສັບພະ​ສິນ​ຄ້າ​ກໍ​ຕາມ​ຫລາຍ​ຄົົນທີ່​ຊື້​ມາ​ກິນກໍ​ອາດ​ເພາະ​ມີ​ຄວາມ​ເຂົ້າໃຈ​ວ່າວິ​ຕາ​ມິນ​ຊີ​ຈະ​ເປັນ​ໜຶ່ງ​ໃນ​ຕົວ​ຊ່ວຍ​ທີ່​ເຮັດໃຫ້​ຜິວ​ຂາວ​ໃສ​ຂຶ້ນຫລື​ແມ່ນແຕ່​ກິນ​ວິ​ຕາ​ມິນ​ຊີ​ເພື່ອ​ໃຊ້​ປ້ອງ​ກັນ​ຫວັດຢ່າງໃດ​ກໍ​ດີມື້​ນີ້​ເຮົາ​ມີ​ເລື່ອງ​ລາວ​ກ່ຽວກັບ​ວິ​ຕາ​ມິນ​ຊີ5ຂໍ້​ທີ່​ຄວນ​ຮູ້ກ່ອນ​ຈະ​ຈົກ​ເງີນ​ໃນ​ກະ​ເປົ໋າ​ເພື່ອ​ຊື້ວິ​ຕາ​ມິນ​ຊີມາ​ກິນ

1.ວິ​ຕາ​ມິນຊີ ຊ່ວຍ​ປ້ອງ​ກັນ​ຫວັດ​ໄດ້ຕາມ​ຂໍ້​ມູນ​ທີ່​ເຮົາ​ໄດ້​ຄົ້ນ​ຄວ້າ​ມາ​ແລ້ວ​ນັ້ນ​ພົບ​ວ່າວິ​ຕາ​ມິນ​ຊີບໍ່​ໄດ້​ມີ​ສ່ວນ​ຊ່ວຍ​ໃນ​ການ​ປ້ອງ​ກັນ​ຫວັດ​ແຕ່​ຢ່າງ​ໃດເພາະ​ມີ​ການ​ທົດລອງ​ໃຫ້​ຄົນ​ຈຳນວນ​ໜຶ່ງ​ກິນວິ​ຕາ​ມິນ​ຊີ​ທຸກ​ມື້ ກັບ​ອີກ​ກຸ່ມ​ທີ່​ບໍ່​ໄດ້​ກິນຜົນ​ປາກົດ​ວ່າກຸ່ມ​ທີ່​ກິນວິ​ຕາ​ມິນ​ຊີ​ທຸກ​ມື້​ພັດມີ​ຈຳນວນ​ການ​ເປັນ​ຫວັດ​ບໍ່​ຕ່າງ​ຈາກ​ກຸ່ມ​ທີ່​ບໍ່​ໄດ້​ກິນ​ເລີຍດັ່ງ​ນັ້ນຄວາມ​ເຊື່ອ​ນີ້​ຕ້ອງ​ຕົກ​ໄປ

2.ຖ້າ​ບໍ່​ສາມາດ​ປ້ອງ​ກັນ​ຫວັດ​ໄດ້ວິ​ຕາ​ມິນ​ຊີກໍ​ໜ້າ​ຈະ​ຊ່ວຍ​ໃຫ້​ເຊົາ​ຈາກ​ຫວັດ​ໄດ້​ໄວ​ຂຶ້ນໃນ​ການ​ທົດລອງ​ດຽວ​ກັນ​ກັບ​ຂໍ້​ທີ່1.ນັ້ນ​ກໍ​ມີ​ການ​ພົບ​ຄືກັນ​ວ່າໃນ​ກຸ່ມ​ຂອງ​ຜູ້​ທີ່​ເປັນ​ຫວັດ​ໄດ້ຮັບ​ວິ​ຕາ​ມິນ​ຊີກັບ​ກຸ່ມ​ຂອງ​ຜູ້​ທີ່​ເປັນ​ຫວັດ​ແຕ່​ບໍ່​ໄດ້ຮັບ​ວິ​ຕາ​ມິນ​ຊີພັດ​ໄດ້​ຜົນວາໄລ​ຍະ​ເວລາ​ການ​ເປັນ​ຫວັດ​ບໍ່​ໄດ້​ຫລຸດລົງຫລື​ບັນເທົາ​ລົງ​ຕ່າງ​ກັນ​ແຕ່​ຢ່າງ​ໃດຢ່າງໃດ​ກໍ​ດີໃນ​ກຸ່ມ​ທີ່​ຈະ​ໄດ້​ຜົນດີີ​ຂຶ້ນ​ກໍ​ມີ​ແຕ່​ພຽງໃນ​ກຸ່ມ​ຂອງ​ຜູ້​ປ່ວຍ​ເດັກ​ນ້ອຍເທົ່າ​ນັ້ນ​ທີ່​ບັນເທົາ​ຈາກ​ອາການ​ຫວັດ​ໄດ້​ໄວ​ຂຶ້ນ

3.ການ​ກິນວິ​ຕາ​ມິນຊີທີ່​ມີ​ປະລິມານ​ຫລາຍ​ເກີນ​ຕໍ່​ຄວາມ​ຈຳ​ເປັນ​ຕໍ່​ມື້​ຈະ​ເຮັດໃຫ້​ເກີດ​ອາການ​ເຈັບທ້ອງ​​ຮຸນ​ແຮງ

4.ວິ​ຕາ​ມິນ​ຊີມີ​ລິດ​ເປັນ​ກົດ​ສູງໂດຍ​ສະເພາະ​ກັບ​ວິ​ຕາ​ມິນ​ຊີ​ທີ່​ມີ​ວາງ​ຈຳ​ໜ່າຍ​ໃນ​ຕະຫ​ລາດ​ປະຈຸບັນດັ່ງ​ນັ້ນ ຖ້າ​ຕ້ອງ​ການ​ກິນ​ຕ້ອງ​ເລືອກ​ວິ​ຕາ​ມິນ​ຊີ​ທີ່​ມີ​ລະ​ດັບ​ຄ່າpHທີ່ 7.68ເທົ່າ​ນັ້ນບໍ່​ສະ​ນັ້ນ​ຈະ​ເຮັດໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ​ກະເພາະ​ອາຫານແລະ​ຖ້າ​ປ່ອຍ​ໄວ້​ດົນອາດ​ເກີດ​ເປັນ​ແຜ​ທີ່​ກະເພາະ​ອາ​ຫານ

  1. ວິ​ຕາ​ມິນຊີມີ​ຄຸນສົມບັດ​ດູດ​ຊັບ​ທາດ​ເຫລັກ​ໄດ້​ເປັນ​ຢ່າງ​ດີດັ່ງ​ນັ້ນຖ້າຮ່າງກາຍ​ເຮົາ​ໄດ້ຮັບ​ວິ​ຕາ​ມິນ​ຊີ​ໃນ​ປະລິມານ​ຫລາຍ​ເກີນ​ໄປຈະ​ກໍ່​ໃຫ້​ເກີດ​ບັນຫາ​ການ​ສະ​ສົມ​ທາດ​ເຫລັກ​ທີ່​ຂໍ້​ກະດູກຊຶ່ງ​ນັ້ນ​ກໍ​ຄື​ສາ​ເຫດ​ຂອງ​ພະຍາດ​ປະດົງແລະ​ພາ​ວະ​ຂໍ້​ເສື່ອມ

ຮູ້​ແບບ​ນີ້​ແລ້ວ​ກໍ​ຢ່າຮີບຮ້ອນ​ຕັດ​ສິນ​ໃຈ​ກິນໂດຍ​ບໍ່​ສຶກ​ສາ​ໃຫ້​ດີ​ກ່ອນແຕ່​ຖ້າ​ໃຜ​ຢາກ​ໄດ້​ວິ​ຕາ​ມິນ​ຊີ​ແບບ​ດີ​ທີ່ສຸດເຮົາ​ແນະ​ນຳ​ໃຫ້​ເລືອກ​ກິນຜັກ​ຫມາກໄມ້​ທີ່​ມີ​ວິ​ຕາ​ມິນ​ຊີ​ສູງ​ແທນ​ກໍ່ຄືໝາກກ້ຽງ,ສີດາ,ໝາກຮຸ່ງ​ສຸກເປັນ​ຕົ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...