Homeຄວາມງາມແດດລະດູຮ້ອນກັບເຫື່ອທີ່ຈຸດລັບ

ແດດລະດູຮ້ອນກັບເຫື່ອທີ່ຈຸດລັບ

Published on

14267387571426936052l

ເພາະ​ບໍລິເວນ​ອະໄວຍະວະ​ເພດ​ພາຍນອກ,ງ່າມ​ຂາ,ກໍ​ເປັນ​ຜິວ​ໜັງຊຶ່ງ​ມີ​ຕ່ອມ​ເຫື່ອແລະ​ຕ່ອມ​ໄຂ​ມັນ​ເຊັ່ນ​ກັນ​ສາມາດ​ປຽກ​ຊຸ່ມ,ມີ​ກິ່ນ​ອັບ​ເຫື່ອບໍ່​ພ່າຍແພ້​ຂີ້ແຮ້​ເລີຍ​ເພາະ​ເຫື່ອ​ທີ່​ສະ​ສົມບໍ່​ວ່າ​ຈະ​ບ່ອນ​ໃດເປັນ​ແຫລ່ງ​ຂະຫຍາຍ​ໂຕ​ທີ່​ດີ​ຂອງ​ແບກ​ທີ​ເຣຍ

ເມື່ອ​ແບກ​ທີ​ເຣຍເລີ່ມອອກ​ກໍ​ຈະ​ມີ​ກິ່ນ​ຕາມ​ມາ​ໄດ້ແລະ​ນອກ​ຈາກ​ແບກ​ທີ​ເຣຍຄວາມ​ປຽກ ຄວາມ​ອັບ​ກໍ​ເປັນ​ແຫລ່ງ​ຈະເລີນ​ເຕີບໂຕ​ທີ່​ດີ​ຂອງ​ເຊື້ອ​ລາ​ເຊັ່ນ​ກັນ

ຊຶ່ງ​ເຮັດ​ໃຫ້​ເກີດ​ພະຍາດ​ຜິວ​ໜັງ​ທີ່​ເກີດ​ຈາກ​ເຊື້ອ​ລາມີ​ອາການ​ຄັນ​ນໍາມາ​ໄດ້​ອີກ

ໂດຍ​ສະເພາະ​ໃນ​ຄົນ​ຕຸ້ຍທີ່​ມີ​ເນື້ອ​ບໍລິເວນ​ຕົ້ນ​ຂາ​ຫລາຍເຫື່ອ​ທີ່​ອອກ​ມາ​ກໍ​ລະບາຍ​ບໍ່​ໄດ້ ລະ​ເຫຍ​ບໍ່​ທັນຍິ່ງ​ອັບ​​ໄດ້​ງ່າຍ​ຂຶ້ນ​​ແລ້ວເຮົາ​ຈະ​ປະຕິບັດ​ໂຕຮັບ​ມື​ກັບ​ລະດູ​ຮ້ອນ​ແບບໃດ​ບໍ່ໃຫ້​ອັບ​ແລະ​ແຫ້ງ​ສະບາຍ​ດີ

-ຄວນ​ອາບ​ນ້ຳ​ເຮັດ​ຄວາມ​ສະ​ອາດ​ທຸກ​ມື້​ເປັນ​ປະຈຳຢ່າງ​ໜ້ອຍເຊົ້າ,ແລງ
-ຫລັງ​ອອກ​ກຳ​ລັງ​ກາຍຫລື​ກິດຈະກຳ​ທີ່​ມີ​ເຫື່ອ​ອອກ​ຫລາຍ​ໆຄວນ​ປ່ຽນ​ໂສ້ງຊ້ອນ​ໃນຫລື​ຖ້າ​ຈະໃຫ້​ດີອາບ​ນ້ຳ​ໄປ​ເລີຍ​
-ໂສ້ງຊ້ອນ​​ໃນຄວນ​ເຮັດ​ຈາກ​ຜ້າ​ຝ້າຍເພື່ອ​ລະບາຍ​ເຫື່ອ​ທີ່​ດີຄວນ​ຫລີກ​ລ້ຽງ​ໃຍ​ສັງ​ເຄາະ
-ຫລີກ​ລ້ຽງ​ໂສ້ງຮັດ​ໆ

-ການ​ໃສ່​ກະ​ໂປງ​ສັ້ນ​ທີ່​ຄິດວ່າເຢັນ​ສະບາຍ​ລະບາຍ​ລົມແຕ່​ຄວາມຈິງ​ແລ້ວເວລາ​ໃສ່​ກະ​ໂປງ​ສັ້ນ​ຜູ້ຍິງ​ມັກ​ນັ່ງ​ກັນ​ຢ່າງ​ລະ​ມັດ​ລະ​ວັງໜີບ​ໄວ້ດັ່ງ​ນັ້ນຍິ່ງ​ໜີບຍິ່ງ​ມີ​ການ​ລະບາຍ​ເຫື່ອ​ໄດ້​ຍາກຍິ່ງ​ອັບ
-ຢ່າ​ສວນ​ລ້າງ​ຊ່ອງຄອດເພາະ​ກິ່ນ​ທີ່​ເກີດ​ຈາກ​ເຫື່ອເກີດ​ຈາກ​ຜິວ​ໜັງ​ຂ້າງ​ນອກ​ບໍ່​ໄດ້​ເກີດ​ຈາກ”ຂ້າງ​ໃນ”ຊ່ອງຄອດ
-ຖ້າ​ເຫື່ອ​ອອກ​ຫລາຍ​ຜິດ​ປົກກະຕິອາດ​ເກີດ​ຈາກ​ບາງ​ພະຍາດ​ເຊັ່ນ​ກັນອາດ​ອອກ​ທັງ​ໂຕ​ຫລື​ສະເພາະ​ທີ່ເຊັ່ນ:ຂີ້ແຮ້,ງ່າມ​ຂາ,ມື,ຕີນ,ງ່າມ​ກົ້ນຖ້າ​ອອກ​ຫລາຍ​ຜິດ​ປົກກະຕິຄວນ​ປຶກ​ສາ​ແພດໝໍ
-ບໍ່​ຄວນ​ໃຊ້​ສະ​ເປຍ​ລະ​ງັບ​ເຫື່ອຫລື​ລະ​ງັບ​ກິ່ນ​ກາຍ​ບໍລິເວນ​ດັ່ງ​ກ່າວເພາະ​ບໍລິເວນ​ຈຸດ​ລັບ ມີ​ອະໄວຍະວະ​ທີ່​ອ່ອນໄດ້​ແກ່ຊ່ອງຄອດ,ຊຶ່ງ​ເປັນ​ເຍື່ອ​ຫຸ້ມເປັນ​ບໍລິເວນ​ທີ່​ບາງໆລະ​ຄາຍ​ເຄືອງ​ຕໍ່​ສານ​ເຄ​ມີ​ໄດ້​ງ່າຍ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...