spot_img
Homeນານາສາລະ6ເຄັດລັບທີ່ເຮັດໃຫ້ຊີວິດປະສົບຄວາມສຳເລັດໄດ້ຢ່າງງ່າຍ

6ເຄັດລັບທີ່ເຮັດໃຫ້ຊີວິດປະສົບຄວາມສຳເລັດໄດ້ຢ່າງງ່າຍ

Published on

36927cb1e

ຊີວິດ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ນັ້ນ​ເປັນ​ສິ່ງ​ທີ່​ຫລາຍ​ຄົນ​ໃຝ່​ຝັນແຕ່​ການ​ທີ່​ຈະ​ໄປ​ເຖິງ​ຈຸດ​ນັ້ນ​ໄດ້​ເຮົາ​ຈະ​ຕ້ອງ​ມີ​ເຄັດ​ລັບ​ກັນ​ໜ້ອຍໜຶ່ງເພາະ​ຄວາມ​ສະຫລາດ​ນັ້ນ​ບໍ່ແມ່ນ​ຄຳ​ຕອບ​ທັງ​ໝົດ​ຂອງ​ຊີວິດຖືກ​ບໍ່?ວ່າ​ແຕ່​ຈະ​ມີ​ເຄັດ​ລັບ​ຫຍັງ​ທີ່​ຈະ​ພາ​ໄປ​ສູ່​ຄວາມ​ສຳ​ເລັດ​ໄດ້ເຮົາ​ໄປ​ເບິ່ງ​ກັນ​ດີກວ່າ​

1.ຢ່າ​ວາດ​ຝັນ​ຈົນ​ເກີນ​ກຳ​ລັງ
ການ​ວາງ​ເປົ້າ​ໝາຍ​ສູງໆນັ້ນ​ກໍ​ເປັນ​ແຮງ​ຜັກ​ດັນ​ທີ່​ດີແຕ່​ໃນ​ບາງເທື່ອ​ຖ້າ​​ລອງ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ແບບ​ຄົົນທີ່​ເຂົ້າໃຈ​ຊີວິດກໍ​ຈະ​ເຮັດໃຫ້​​ໄປ​ເຖິງ​ເປົ້າ​ໝາຍ​ໄດ້​ເຊັ່ນ​ກັນຊຶ່ງ​ເຖິງແມ່ນວ່າ​ຈະ​ເປັນ​ໄປ​ຢ່າງ​ຊ້າ​ໆຄ່ອຍ​ໆໄປແຕ່​ກໍ​ແມ້ນກວ່າ​ແນ່ນອນ

2.ບໍ່​ນອນ​ເດິກ​ຕື່ນ​ສວາຍ
ສະໄໝ​ນີ້​ຈະ​ນອນ​ປະມານ20:00-21:00​ກໍ​ເປັນ​ເລື່ອງ​ທີ່​ຍາກ​ແລ້ວຮູ້​ບໍ່​ວ່າ​ການ​ນອນ​ເດິກ​ຈະ​ເຮັດໃຫ້​ຄວາມ​ສາມາດ​ໃນ​ການ​ຈື່ຈໍາ​ຂອງ​ສະຫມອງ​ເຮັດວຽກ​ຫລຸດ​ຫນ້ອຍ​ລົງ​ແລະ​ຍັງ​ເປັນ​ສາ​ເຫດ​ຂອງ​ຄວາມ​ຕຸ້ຍນໍາອີກ​ນອກ​ຈາກ​ນີ້ການ​ນອນ​ເດິກ​ຍັງ​ເຮັດໃຫ້​ຕື່ນ​ສວາຍຊຶ່ງ​ຈະ​ເຮັດໃຫ້​​ພາດ​ໂອ​ກາດ​ດີໆໄປນໍາ​ອີກ​

3.ອ່ານ​ຂ່າວ​ສານ​ນຳ​ກໍດີ
ຄວາມ​ຮູ້​ຮອບ​ໂຕຄື​ສິ່ງ​ສຳຄັນ​ຂ່າວ​ສານ​ທີ່ເກີດຂື້ນ​ໃນ​ທຸກ​ໆມື້​ກໍ​ເປັນ​ໂຕວັດ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ເຮົາ​ໄດ້​ເປັນ​ຢ່າງ​ດີດັ່ງ​ນັ້ນ​​ຄວນ​ໝັ່ນ​ເບິ່ງ​ຂ່າວ​ໄລຍະ​ເຊົ້າ,ໄລຍະ​ຄ່ຳ​ນຳວ່າ​ໂລກ​ຂອງ​ເຮົາ​ມື້​ນີ້​ມີ​ຫຍັງ​ທີ່ເກີດຂື້ນ​ແລະ​ປ່ຽນ​ແປງ​ໄປ​ນຳຊຶ່ງ​ກໍ​ຈະ​ຊ່ວຍ​ໃຫ້​ຊີວິດ​ຂອງ​ເຂົ້າ​ໃກ້​ຄວາມ​ສຳ​ເລັດ​ໄດ້​ຫລາຍ​ຂຶ້ນ​

4.ກິນ​ອາຫານ​ທີ່​ມີ​ປະ​ໂຫຍດ
ຢ່າ​ມົວ​ແຕ່​ກິນ​ອາຫານ​​ທີ່​ມີ​ໄຂ​ມັນ​ບໍ່ດີ​ຢູ່ໃນ​ປະລິມານ​ຫລາຍລອງ​ຫັນ​ມາ​ກິນ​ອາຫານ​ເພື່ອ​ສຸຂະພາບ​ນຳ​ຈະ​ດີກວ່າ​ຕົວຢ່າງ​ເຊັ່ນ:ອາຫານ​ຄີນ​ທີ່​ດຽວ​ນີ້​ມີ​ເມ​ນູ​ຫລວງຫລາຍ​ໃຫ້​ໄດ້ Enjoy Eating ກັນຮູ້​ບໍ່​ວ່າ​ການ​ກິນ​ອາຫານ​ເພື່ອ​ສຸຂະພາບ​ຈະ​ຊ່ວຍ​ໃຫ້​ສະມັດຖະພາບ​ການເຮັດວຽກງານ​ຂອງ​ຄວາມ​ຄິດ​ເຮັດວຽກ​ໄດ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຍິ່ງ​ຂຶ້ນແລະ​ຍັງ​ເຮັດໃຫ້​ສະຫມອງ​ປອດ​ໂປ່ງ​ຄິດ​ຫຍັງ​ໄດ້​ງ່າຍ​ຂຶ້ນ​ນໍາອີກ

5.ອອກ​ກຳ​ລັງ​ກາຍ​ແນ່
ການ​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ຫລັ່ງ​ສານ​ເອັນ​ໂດ​ຟິນ​ອອກ​ມາ​ຫລາຍ​ຂຶ້ນຊຶ່ງ​ສານ​ໂຕ​ນີ້​ຈະ​ຊ່ວຍ​ເພີ່ມ​ຄວາມ​ສຸກ​ແລະ​ຫລຸດ​ຄວາມ​ຄຽດ​ໃຫ້​ໄດ້​ຫລາຍ​ເລີຍ​ນອກ​ຈາກ​ນີ້​ການ​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຍັງ​ຊ່ວຍ​ໃຫ້​ມີ​ສຸຂະພາບ​ທີ່​ດີ​ແລະ​ແຂງ​ແຮງ​ຂຶ້ນ​ນໍາອີກ​

6.ເຊົາເຮັດ​ພຶດຕິກຳທີ່ບໍ່ດີ
ນິ​ໄສ​ທີ່​ມັກ​ກິນ​ອາຫານ​ຕາມ​ໃຈ​ປາກນອນ​ໜ້ອຍ​ນອນ​ເດິກບໍ່​ຄ່ອຍ​ອອກ​ກຳ​ລັງ​ກາຍ​ເຊົາຊະ ເພາະ​ນອກ​ຈາກ​ພຶດຕິກຳ​ເຫລົ່າ​ນີ້​ຈະ​ເຮັດໃຫ້​​ກາຍ​ເປັນ​ຄົນ​ຂີ້ຄ້ານ​ແລ້ວຍັງ​ເຮັດໃຫ້​ຮ່າງກາຍ​ອ່ອນແອ​ໄດ້​ນໍາອີກ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...