spot_img
Home​ຂ່າວທ່ອງທ່ຽວ8 ສະຖານທີ່ ຈຸດຊົມວິວດອກຊາກຸລະ ທີ່ງາມທີ່ສຸດໃນ ຍີ່ປຸ່ນ

8 ສະຖານທີ່ ຈຸດຊົມວິວດອກຊາກຸລະ ທີ່ງາມທີ່ສຸດໃນ ຍີ່ປຸ່ນ

Published on

8 ສະຖານທີ່ ຊົມວິວດອກຊາກຸລະ ທີ່ງາມທີ່ສຸດໃນ ຍີ່ປຸ່ນ

ອົງການສົ່ງເສີມການທ່ອງທ່ຽວແຫ່ງປະເທດຍີ່ປຸ່ນ (JNTO) ໄດ້ລວບລວມສະຖານທີ່ສໍາລັບ ຊົມວິວດອກຊາກຸລະ ທີ່ສວຍງາມທີ່ສຸດທົ່ວ ຍີ່ປຸ່ນ ໂດຍຄັດເລືອກມາສະເພາະສະຖານທີ່ເດັດໆມາໃຫ້ເບິ່ງ. ທາງທີມງານ laopost.com ກໍ່ບໍ່ພາດທີ່ຈະນໍາມາໃຫ້ທຸກທ່ານໄດ້ຊື່ນຊົມຄວາມງົດງາມນໍາກັນ, ວ່າແຕ່ມີບ່ອນໃດແດ່ນັ້ນເຮົາມາເບິ່ງພ້ອມໆກັນເລີ່ຍ…

1 ສ່ວນ Isshingyo ແຂວງ Kumamoto

สวน Isshingyo จังหวัด Kumamoto

ສ່ວນແຫ່ງນີ້ມີຕົນຊາກຸລະຂະໜາດໃຫຍ່ທີ່ມີອາຍຸກວ່າ 400ປີ ເຖີງແມ່ນວ່າຈະຜ່ານໄພພິບັດ ຕ່າງໆມາຫຼາຍຄັ້ງກໍ່ຕາມ ແຕ່ຕົ້ນຊາກຸລະເຫຼົ່ານີ້ກໍ່ຍັງຄົງຜະລິດດອກອອກມາຢ່າງສວຍງາມໃຫ້ເຮົາໄດ້ເບິ່ງຊື້ນຊົມຄວາມງາມຢູ່ທຸກປີ ນັບວ່າເປັນອີກໜຶ່ງສັນຍາລັກຂອງເກາະຄິວຊູ

ທີ່ຢູ່: 3226-1 Nakamatsu, Minamiaso-mura, Aso-gun, Kumamoto

ວິທີການເດີນທາງ: ນັ່ງລົດໄຟສາຍ Minamiaso ລົງສະຖານີ Nakamatsu ແລະ ຍ່າງຕໍ່ອີກ 15 ນາທີ

ຊ່ວງເວລາປະມານ: ທ້າຍເດືອນ ມີນາ – ຕົ້ນເດືອນ ເມສາ

 

2 ພຸເຂົາ Shiude ແລະ ທະເລ Seto ແຂວງ Kagawa

จังหวัด Kagawa

ສະຖານທີ່ແຫ່ງນີ້ ນັກທ່ອງທ່ຽວສາມາດຊົມຊາກຸລະ ໄດ້ຫຼາຍສາຍພັນ ເຊັ່ນ: Somei Yoshino ແລະ Yae ພ້ອມກັບຄວາມສວຍງາມຂອງທະເລ ເຊະໂຕະ ໄປພ້ອມກັນ

ທີ່ຢູ່: 451-1 Ohama-otsu, Takuma-cho, Mitoyo-shi, Kagawa

ວິທີການເດີນທາງ: ນັ່ງລົດໄຟລົງທີ່ສະຖານີ JR Takuma ຕໍ່ລົດເມລົງປ້າຍ Shiudeyama Tozanguchi ປະມານ1 ຊົ່ວໂມງ ແລະ ຍ່າງຕໍ່

ຊ່ວງເວລາປະມານ: ທ້າຍເດືອນ ມີນາ – ກາງເດືອນ ເມສາ

 

3 ວັດ Toji ແຂວງ Kyoto

วัด Toji จังหวัด Kyoto

ເຈດີ 5 ຊັ້ນ Kyoo-Gokoku-ji ທີ່ເປັນມໍລະດົກໂລກຂອງກຽວໂຕ ຄູກັບຊາກຸລະ ທີ່ປະສານຄວາມງົດງາມກັບແສງໄຟໃນຍາມຄໍ່າຄືນ ສຸດຍອດຄວາມງາມແບບອາລັງການ

ທີ່ຢູ່: 1 Kujo-cho, Minami-ku, Kyoto-shi, Kyoto

ວິທີເດີນທາງ: ນັ່ງລົດໄຟ Kintetsu ລົງສະຖານີ Toji ແລະ ຍ່າງຕໍ່ອີກ 10 ນາທີ

ຊ່ວງເວລາ: ທ້າຍເດືອນ ມີນາ – ຕົ້ນດືອນ ເມສາ

 

4 Mitake ແຂວງ Mie

Mitake จังหวัด Mie

ລະຫວ່າງທາງໄປວີດ Shinpuku-in ດອກຊາກຸລະ ທີ່ປູກຮຽງໄວ້ຄູ່ກັບທົ່ງນາຂັ້ນໃດ ເຫັນເປັນພາບສະທ້ອນຂອງຕົ້ນຊາກຸລະ ແລະ ກີບດອກຊາກຸລະ ທີ່ຫຼົ່ນໃນນໍ້າກາຍເປັນສີສົມພູຮັບກັບທ້ອງຟ່າສີຄາມ

ທີ່ຢູ່: Mitake, Misugi-cho, Tsu-shi, Mie

ວິທີການເດີນທາງ: ນັ່ງລົດໄຟລົງທີ່ສະຖານີ JR Ise-Okitsu ຕໍ່ລົດເມລົງປ້າຍ Sugihira ປະມານ 10 ນາທີ ແລະ ເດີນທາງຕໍ່ອີກ 5 ນາທີ

ຊ່ວງເວລາ: ກາງເດືອນ ເມສາ

 

5 Ieyama ແຂວງ Shizuoka

 Ieyama จังหวัด Shizuoka

ສະເໜຂອງລົດຈັກອາຍນໍ້າທີ່ອາດຈະຫາເບິ່ງຍາກໃນປັດຈຸບັນ ແຕ່ຍັງຄົງມີໃຫ້ເຫັນຢູ່ ຂະບວນລົດໄຟສາຍ Oigawa ທີ່ແລ່ນລຽບແມ່ນນໍ້າ Oi ໃນແຂວງ ຊິຊຶໂອກະເປັນປະສົບການສຸດໂຣແມນຕິກ ທີ່ມີໂອກາດນັ່ງເທີງລົດໄຟ ສຸດຄລາດສິກທ່າມກາງຕົ້ນຊາກຸລະ ທີ່ໂອມລ້ອມຮອບທິດທາງ

ທີ່ຢູ່: Ieyama, Kawane-cho, Shimada-shi, Shizuoka

ວິທີການເດີນທາງ: ນັ່ງລົດໄຟສາຍ Oigawa ລົງສະຖານີ Ieyama ແລະ ຍ່າງຕໍ່ອີກ 10​ນາທີ

ຊ່ວງເວລາ: ທ້າຍເດືອນມີນາ-ຕົ້ນເດືອນ ເມສາ

 

6 ຄູເມືອງ Chidorigafuchi ແຂວງ Tokyo

คูเมือง Chidorigafuchi จังหวัด Tokyo

ຈາກພະລາຊະວັງ ອິມພີຣຽວລ໌ (imperial palace) ສວນຂະໜາດໃຫຍ່ທີ່ເຕັມໄປດ້ວຍ ຕົ້ນຊາກຸລະ ຂະໜາດມະຫຶມາ ລຽງຢູ່ຕາມຄູນໍ້າໃນ Chidorigafuchi ເປັນອີກໜຶ່ງຈຸດທີ່ຊາວເມືອງ ໂຕກຽວ ແລະ ນັກທ່ອງທ່ຽວນິຍົມມາເຊົ່າເຮືອພາຍ ຊົມວິວອຸໂມງຄ໌ ຕົ້ນຊາກຸລະ ເທີງຄອງນໍ້າ

ທີ່ຢູ່: 2 Kudanminami, Chiyoda-ku, Tokyo

ວິທີການເດີນທາງ: ນັ່ງລົດໃຕ້ດິນສາຍ Hanzomon/Tozai/Toei Shinjuku ລົງສະຖານີ Kudanshita ທາງອອກ2 ແລະ ຍ່າງຕໍ່ອີກ 5​ນາທີ

ຊ່ວງເວລາ: ທ້າຍເດືອນມີນາ – ຕົ້ນເດືອນເມສາ

 

7 Tokyo Skytree ແຂວງ Tokyo

Tokyo Skytree จังหวัด Tokyo

ກາຍເປັນຈຸດຍອດນິຍົມໃນການຊົມຊາກຸລະໄປແລ້ວ ສໍາລັບແລນມາຣ໌ກແຫ່ງໃໝ່ຂອງ ກຸງໂຕກຽວ ບັນຍາຍາກາດ ທີ່ເຂົ້າກັນຂອງຕົ້ນຊາກຸລະ ທີ່ຕັ້ງຢູ່ລຽບສອງຂ້າງແມ່ນໍ້າ ສຸມິດະ ແລະ ມີສາກຫຼັງ ເປັນ Tokyo Skytree

ທີ່ຢູ່: Mukojima, Sumida-ku, Tokyo

ວິທີການເດີນທາງ: ນັ່ງລົດໃຕ້ດິນສາຍ Ginza ລົງສະຖານີ Asakusa ແລະ ຍ່າງຕໍ່ອີກ 5 ນາທີ ຫຼື ຍ່າງມາກໍ່ໄດ້ຈາກສະຖານີ Tobu Tokyo Skytree

ຊ່ວງເວລາ: ທ້າຍເດືອນ ມີນາ – ຕົ້ນເດືອນ ມສາ

 

8 ສວນ Goryokaku ແຂວງ Hokkaido

 สวน Goryokaku จังหวัด Hokkaido

ເມື່ອດອກຊາກຸລະບານ ຈະປ່ຽນປ້ອມປາການຮູບດາວ ແຫ່ງເມື່ອງ ຮາໂກດາຕະ ໃຫ້ກາຍເປັນສີສົມພູ

ທີ່ຢູ່: Goryokaku-cho, Hakodate-shi, Hokkaido

ວິທີການເດີນທາງ: ນັ່ງລົດໄຟລາງລົງປາຍທາງ Goryokaku Koen-mae ແລະ ຍ່າງຕໍ່ອີກ 15 ນາທີ

ຊ່ວງເວລາ: ແຕ່ຕົ້ນເດືອນ- ກາງເດືອນ ພຶດສະພາ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...