Homeຄວາມງາມໃສ່ ບິ໊​ກ​ອາຍ ດົນ​ນັບ​ເດືອນ ຕິດ​ເຊື້ອ​ຕໍ້​ຫິນ

ໃສ່ ບິ໊​ກ​ອາຍ ດົນ​ນັບ​ເດືອນ ຕິດ​ເຊື້ອ​ຕໍ້​ຫິນ

Published on

206023

      ເລື່ອງນີ້​ຄາດ​ວ່າ​ໜ້າ​ຈະ​ເປັນ​ອຸ​ທາ​ຫອນ​ໃຫ້​ສາວໆ​ຫລາຍ​ຄົນທີ່​ມັກ​ໃສ່​ຄອນ​ແທັກ​ເລນ​ແລ້ວ​ບໍ່​ຮັກສາ​ຄວາມ​ສະ​ອາດ​ໃຫ້​ດີ,ບໍ່​ໝັ່ນ​ປ່ຽນ​ຄູ່​ເລນຫລື​ບໍ່​ກໍ​ເວລາ​ເລືອກ​ຊື້​ບໍ່​ລະ​ວັງ​ໃຫ້​ດີຮູ້​ຫລື​ບໍ່ວ່າເວັບ​ໄຊຂ່າວ​ຂອງ​ຈີນ​ເຂົາ​ອອກ​ມາ​ລາຍ​ງານວ່າ​ມີ​ຍິງ​ສາວ​ຄົນ​ໜຶ່ງ​ໃນ​ມົນ​ທົນ​ເຈີ້​ຈຽງຕາ​ເປັນ​ຕໍ້​ຫິນເພາະ​ວ່າ​ໃສ່​ຄອນ​ແທັກ​ເລນ​ແບບ​ໃຊ້​ແລ້ວ​ຖິ້ມ​ຕິດ​ຕໍ່​ກັນ​ເດືອນ​ນຶງ​ໂດຍ​ບໍ່​ປ່ຽນ​ເລີຍ

ຕາມລາຍ​ງານ​ລະ​ບຸ​ວ່າ​ສາວ​ຄົນ​ດັ່ງ​ກ່າວ​ໄປ​ຊື້​ຄອນ​ແທັກ​ເລນບິ໊​ກອາຍ”ລາ​ຄາ​ຖືກ​ມາເພາະ​ຢາກ​ຕາ​ໃຫຍ່ຄືຕຸ໊​ກະ​ຕາແລ້ວ​ກໍ​ໃສ່​ຢູ່​ແນວນັ້ນ​ຄູ່​ດຽວຈົນກະທັ້ງ​ເລີ່ມ​ມີ​ອາການ​ປວດ​ແສບ​ປວດ​ຮ້ອນ​ໃນ​ຕາຈຶ່ງ​ໄດ້​ໄປ​ພົບ​ແພດແລ້ວ​ກໍ​ຮູ້​ວ່າຕາ​ຕິດ​ເຊື້ອ​ຕໍ້​ຫິນ​ແລ້ວແລະ​ຕ້ອງ​ໃຊ້​ເຂັມ​ຂູດ​ອອກ ເຫດການລັກສະນະ​ນີ້​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ​ໃນ​ໄຕ້​​ຫວັນມີ​ຍິງ​ສາວ​ຄົນ​ໜຶ່ງ​ຖືກ​ເຊື້ອ​ພະຍາດ​ກັດ​ກິນ​ມ່ານ​ຕາ​ຈົນ​ໝົດເພາະ​ໃສ່​ຄອນ​ແທັກ​ເລນ​ຄູ່​ເດີມ​ຕິດ​ຕໍ່​ກັນ1ປີທາງແພດ​ກໍ​ໄດ້​ເຕືອນ​ໄວ້​ວ່າໃຜ​ທີ່​ໃສ່​ຄອນ​ແທັກ​ເລນ​ແບບ​ລາຍ​ມື້ຄວນ​ຈະ​ໝັ່ນ​ປ່ຽນ​ຢູ່​ສະເໝີແລະ​ບໍ່​ຄວນ​ໃສ່​ຂະນະ​ອາບ​ນ້ຳຫລື​ລອຍ ເພາະ​ຈະ​ຕິດ​ເຊື້ອ​ໄດ້​ງ່າຍ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...