Homeສຸຂະພາບ ແລະ ສີ່ງແວດລ້ອມລີ້ນປ່ຽນສີ”ບອກໄດ້ວ່າກຳລັງເປັນພະຍາດຫຍັງ?

ລີ້ນປ່ຽນສີ”ບອກໄດ້ວ່າກຳລັງເປັນພະຍາດຫຍັງ?

Published on

14267908471426791189l

ການ​ທີ່”ລີ້ນ”ມີ​ສີ​ຫລື​ລັກສະນະ​ທີ່​ຜິດ​ປົກກະຕິ​ໄປ​ຈາກ​ແຕ່ກ່ອນເປັນ​ລັກສະນະ​ທີ່​ບົ່ງ​ບອກ​ເຖິງ​ຄວາມ​ຜິດ​ປົກກະຕິ​ທີ່​ກຳ​ລັງ​ເກີດ​ຂຶ້ນສ່ວນ​ຄົົນທີ່ມີ​ສຸຂະພາບ​ດີເລືອດ​ລົມ​ດີລິ້ນຈະ​ມີ​ສີ​ບົວບໍ່​ມີ​ຝ້າ​ຂາວ​ຫລື​ເຫລືອງ​ປະ​ປົນ​ຢູ່​ລິ້ນ

ແພດ​ຈີນ​ເຊື່ອ​ວ່າການ​ທີ່​ຮ່າງກາຍ​ສະແດງ​ອາການ​ຜິດ​ປົກກະຕິຄື​ການ​ສົ່ງ​ສັນ​ຍານ​ເຕືອນ​ວ່າລະບົບ​ພາຍ​ໃນ​ຮ່າງກາຍ​ກຳ​ລັງ​ມີ​ບັນຫາເຊັ່ນການ​ທີ່ລິ້ນມີ​ສີ​ຫລື​ລັກສະນະ​ທີ່​ຜິດ​ປົກກະຕິ​ໄປ​ຈາກ​ແຕ່ກ່ອນເປັນ​ລັກສະນະ​ທີ່​ບົ່ງ​ບອກ​ເຖິງ​ຄວາມ​ຜິດ​ປົກກະຕິ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ແລະ​ຕໍ່ໄປ​ນີ້​ຄືອາການ​ຕ່າງໆ​ທີ່​ອາດ​ກຳ​ລັງ​ເກີດ​ຂຶ້ນເມື່ອ​ລິ້ນ​ມີ​ລັກສະນະ​ດັ່ງ​ນີ້

1.ລິ້ນ​ມີ​ສີ​ຂາວ​ຊີດບົ່ງ​ບອກວ່າຮ່າງກາຍ​ກຳ​ລັງ​ປະ​ສົບ​ບັນຫາເລືອດ​ຈາງຫລື​ອາດ​ມີ​ເລືອດ​ອອກ​ໃນ​ລະບົບ​ທາງເດີນ​ອາຫານ​ໂດຍ​ບໍ່​ຮູ້​ໂຕ

2.ລິ້ນ​ມີ​ສີ​ຂຽວ​ມ້ວງໝາຍ​ຄວາມ​ວ່າຮ່າງກາຍ​ກຳ​ລັງ​ຂາດ​ອົກຊິ​ເຈນຫລືອາດ​ເປັນ​ພະຍາດ​ກ່ຽວກັບ​ຫົວ​ໃຈຫລື​ພົບ​ໄດ້​ໃນ​ຄົົນທີ່​ມີ​ອາການ​ຕັບ​ວາຍ

3.ລິ້ນ​ເປັນ​ຝ້າ​ຄ້ຳເກີດ​ຈາກ​ການ​ສູບ​ຢາໜັກຫລື​ການ​ກິນ​ຢາປະ​ຕິ​ຊີວະ​ນະ​ຫລາຍ​ເກີນ​ໄປ ຊຶ່ງ​ໄປ​ທຳລາຍ​ແບັກ​ທີ​ເຣຍ​ທີ່​​ດີຂອງລິ້ນ

4.ລິ້ນ​ເປັນ​ຝ້າ​ຂາວອາດ​ພົບ​ໃນ​ເດັກນ້ອຍຄົນ​ເຖົ້າຫລື​ຜູ້​ທີ່​ມີ​ພາ​ວະ​ພູ​ມ​ຄຸ້ມ​ກັນ​ບົກຜ່ອງຊຶ່ງ​ອາດ​ເຮັດໃຫ້​ເກີດ​ເຊື້ອ​ຣາ​ທີ່​ລິ້ນຫລື​ອາດ​ບົ່ງ​ບອກວ່າ​ເປັນ​ຄົົນທີ່​ມີ​ບັນຫາ​ສຸຂະພາບ​ໃນ​ປາກ​ຊຳເຮື້ອ

5.ລິ້ນ​ແດງ​ແລະ​ມີ​ອາການ​ເຈັບເກີດ​ຈາກ​ການ​ຂາດ​ສານ​ອາຫານພວກ​ວິ​ຕາ​ມິນ​ບີ1ຈຳ​ພວກ ທັນຍະ​ພືດຫລືຖົ່ວ​ຕ່າງໆ

6.ລິ້ນ​ອັກ​ເສບແດງ​ແລະ​ເຈັບມີ​ເລືອດ​ອອກ​ງ່າຍຮ່ວມ​ກັບ​ບໍລິເວນ​ຂອບ​ລິ້ນ​ແຕກ​ຮ່ອງ​ເປັນ​ບາດແຜເກີດ​ຈາກ​ການ​ທີ່​ຂາດ​ສານ​ອາຫານ​ຈຳ​ພວກວິ​ຕາ​ມິນ​ບີ5ທີ່​ພົບ​ໃຫ້​ອາຫານ​ຈຳ​ພວກ ຖົ່ວ​ດິນ,ງາ,ອາ​ໂວ​ຄາ​ໂດ,ແອັບ​ເປີ້ນ

7.ທົ່ວ​ລິ້ນ​ມີ​ຝ້າ​ຂາວແລະ​ມີ​ຈຸດ​ແດງໆ​ຢູ່​ລິ້ນລວມ​ເຖິງ​ເປັນໄຂ້ນໍາບົ່ງ​ບອກວ່າ​ກຳ​ລັງ​ຕິດ​ເຊື້ອ​ແບກ​ທີ​ເຣຍ​ຫລື​ໄວ​ຣັສ​ບາງ​ຊະນິດ

ສ່ວນ​ຜູ້​ທີ່​ມີ​ສຸຂະພາບ​ດີ,ເລືອດ​ລົມ​ດີ,ລິ້ນຈະ​ມີ​ສີບົວມີ​ຄວາມ​ຊຸ່ມ​ຊື່ນ​ບໍ່​ມີ​ຝ້າ​ຂາວ​ຫລື​ເຫລືອງ​ປະ​ປົນ​ຢູ່​​ລິ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...