Homeນານາສາລະອັນຕະລາຍຈາກແປ້ງນົວ

ອັນຕະລາຍຈາກແປ້ງນົວ

Published on

ผงชูรส

ໃຜ​ທີ່​ເຄີຍ​ກິນອາຫານແລ້ວ​ມີ​ອາການ​ຊາ​ຕາມ​ມືແລະ​ຮ້ອນ​​ທີ່​ປາກ,ລິ້ນ,​ໜ້າແລະ​ຮູ້ສຶກ​ແໜ້ນ​ໜ້າ​ເອິກ,ຫາຍ​ໃຈ​ບໍ່​ສະ​ດວກບາງເທື່ອ​ອາດ​ມີ​ຜື່ນ​ແດງ​ຂຶ້ນ​ຕາມ​ໂຕອາການ​ແບບ​ນີ້ຄື ພະຍາດ​ພັດ​ຕາ​ຄານ​ຈີນ(Chinese Restaurant Syndrome)ຫລື​ພະຍາດ​ແພ້​ແປ້ງນົວ ຖ້າກິນ​​ອາຫານ​ທີ່​ມີ​ປະລິມານ​ແປ້ງນົວ​ຫລາຍໆເປັນ​ປະຈຳ​ຍ່ອມ​ເກີດ​ອັນຕະລາຍ​ຕໍ່​ສຸຂະພາບ​ໄດ້ດັ່ງນີ້

– ທຳລາຍ​ລະບົບ​ປະສາດ​ຕາສາຍ​ຕາ​ເສຍ​ຫລື​ເກີດ​ຕາບອດ​ໄດ້

– ທຳລາຍ​ກະດູກ​ແລະ​ໄຂ​ກະດູກຊຶ່ງ​ຜະລິດ​ເມັດ​ເລືອດ​ແດງ​ໃນ​ຮ່າງກາຍອາດ​ເຮັດໃຫ້​ເກີດ​ພະຍາດ​ເລືອດ​ຈາງໄດ້

– ເຮັດໃຫ້​ວິ​ຕາ​ມິນ​ໃນ​ຮ່າງກາຍ​ຫລຸດລົງໂດຍ​ສະເພາະ​ຢ່າງ​ຍິ່ງ​ວິ​ຕາ​ມິນບີ6ເຮັດ​ໃຫ້ເປັນ​ພະຍາດ​ຜິວ​ໜັງ​ໄດ້​ງ່າຍ

– ທຳລາຍ​ສະຫມອງ​ສ່ວນ​ໜ້າ​ຫລື​ໄຮ​ໂປ​ທາ​ລາ​ມັດເຮັດໃຫ້​ການ​ຈະເລີນ​ເຕີບໂຕ​ຊ້າ ປັນຍາ​ອ່ອນແລະ​ເປັນ​ໝັນ

– ທຳລາຍ​ລະບົບ​ປະສາດ​ສ່ວນ​ກາງເຮັດ​ໃຫ້ເປັນ​ພະຍາດ​ປະສາດ​ໄດ້​ງ່າຍ​ຂຶ້ນສຳລັບ​ຜູ້​ທີ່​ຖືພາ

ຖ້າ​ກິນ​ແປ້ງນົວ​ຫລາຍ​ໆຈະ​ມີ​ຜົນ​ຕໍ່​ການ​ປ່ຽນ​ແປງ​ໂຄ​ໂມ​ໂຊມ​ຂອງ​ເດັກນ້ອຍ​ໃນ​ມົດລູກ ເຮັດໃຫ້​ຮ່າງກາຍ​ຂອງ​ເດັກ​ນ້ອຍເກີດ​ຄວາມ​ຜິດ​ປົກກະຕິ,ປາກ​ແຫວ່ງ,ແຂນ​ຂາ​ພິ​ການ​ໄດ້ ຮູ້​ແບບນີ້​ແລ້ວກໍ​ຢ່າ​ກິນ​ແປ້ງນົວ​ຫລາຍ​ຈົນ​ເກີນ​ໄປຄວນ​ກິນ​ແຕ່ພໍ​ປະ​ມານ​ຈະ​ດີກວ່າເພື່ອ​ສຸຂະພາບ​ທີ່​ດີ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...