spot_img
Homeມູມໄອທີລາວຫຼຸດມາແລ້ວ! HTC One M9 Plus ພາບຊັດໆ ມີປຸ່ມໂຮມ ແລະ ມີ 2 ກ້ອງຫຼັງ!

ຫຼຸດມາແລ້ວ! HTC One M9 Plus ພາບຊັດໆ ມີປຸ່ມໂຮມ ແລະ ມີ 2 ກ້ອງຫຼັງ!

Published on

2

ກ່ອນໜ້ານີ້ ຢູ່ບ່ອນງານເປີດໂຕໃຫຍ່ຂອງ HTC ໄດ້ມີສະມາຣ໌ທໂຟນ Smart Phone ລຸ້ນໃໝ່ພຽງລຸ້ນດຽວເທົ້ານັ້ນກໍ່ຄື HTC One M9 ແຕ່ຫຼັງຈາກນັ້ນບໍ່ດົນກໍ່ມີຂ່າວລືກ່ຽວກັບມືຖືຂອງ HTC ອີກລຸ້ນໜຶ່ງທີ່ລໍຖ້າຕໍ່ຄີວເປີດໂຕ ໃນປີນີ້ອີກຄືກັນ ທີ່ອາດຈະໃສ່ຊື່ວ່າ “HTC One M9 Plus”

bgr-htc-one-m9-28

ຫຼຸດມາແລ້ວ! HTC One M9 Plus ພາບຊັດໆ ມີປຸ່ມໂຮມ ແລະ ມີ 2 ກ້ອງຫຼັງ!

 

ແຕ່ຫຼ້າສຸດຂ່າວລືນີ້ເບິ່ງທ່າທີ່ວ່າຈະເປັນຄວາມຈິງຊະແລ້ວ ເມື່ອມີພາບຢ່າງບໍ່ເປັນທາງການຂອງ “HTC One M9 Plus” ຫຼຸດອອກມາທາງ ທະວິຕເຕີຣ໌ ໂດຍມີການປຽບທຽບຂະໜາດກັບ One M9 ລຸ້ນທີ່ຫາກໍ່ຈະເປີດໂຕໄປແລ້ວນັ້ນ ຊຶ່ງຕາມຂໍ້ມູນບອກວ່າ M9 Plus ຈະມີຂະໜາດໜ້າຈໍ 5.2 ນີ້ວ ໃຫຍ່ຂຶ້ນກວ່າ M9 ທີ່ມີຂະໜາດ 5ນີ້ວ ລອງເບິ່ງພາບດ້ານລຸ່ມນີ້ເລີຍ!

htc-one-m9-vs-htc-one-m9-plus

Htc one m9 Vs htc one m9 plus

 

ຈຸດສັງເກດທີ່ສໍາຄັນຈາກຮູບພາບຂ້າງເທີງນີ້ກໍ່ຄື HTC One M9 Plus ຈະມາພ້ອມກັບ “ປຸ່ມໂຮມ” ຄ້າຍຄືກັບມືຖືຂອງ Samsung ແຕ່ຕອນນີ້ຍັງບໍ່ມີຂໍ້ມູນວ່າປຸ່ມນີ້ຈະໃຊ້ເຮັດຫຍັງໄດ້ແດ່ ຫຼືອາດຈະໃຊ້ເປັນບ່ອນສະແກນລາຍມືກໍ່ເປັນໄດ້ ນອກຈາກນີ້ທາງດ້ານກ້ອງຫຼັງ ຈະມາພ້ອມກັບ ກ້ອງສອງໂຕ ທີ່ຄືກັບ HTC One M8 ອີກດ້ວຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...