Homeຂ່າວຕ່າງປະເທດສຸດຊ໊ອກ! ຄລິບນາທີທີ່ນັກມວຍປໍ້າ ຖືກຖີບຈົນຕາຍຄາສັງວຽນ ຕໍ່ໜ້າຜູ້ຊົມເຕັມສະໜາມ

ສຸດຊ໊ອກ! ຄລິບນາທີທີ່ນັກມວຍປໍ້າ ຖືກຖີບຈົນຕາຍຄາສັງວຽນ ຕໍ່ໜ້າຜູ້ຊົມເຕັມສະໜາມ

Published on

ສຸດຊ໊ອກ! ຄລິບນາທີທີ່ນັກມວຍປໍ້າ ຖືກຖີບຈົນຕາຍຄາສັງວຽນ ຕໍ່ໜ້າຜູ້ຊົມເຕັມສະໜາມ

ເວັບໄຊທ໌ຕ່າງປະເທດລາຍງານວ່າ ເກີດເຫດໂສກນາຕະກໍາ ໃນການແຂ່ງຂັນມວຍປໍ້າ ທີ່ເວທີໃນເມືອງ ຕິຈົວນ່າ ປະເທດແມັກຊີໂກ ເມື່ອນັກມວຍປໍ້າຊື່ດັງ ເປໂດຣ ອະກົວໂຢ ຣາມິເຣຊ ເສຍຊີວິດຄາທີ່ລະຫວ່າງການແຂ່ງຂັນຕໍ່ໜ້າຜູ້ຊົມຈໍານວນຫຼາຍ

ເຫດເກີດລະຫວ່າງການແຂ່ງຂັນມວຍປໍ້າເມື່ອ ເປໂດຣ ອະກົວໂຢ ຣາມິເຣຊ ໄວ 35ປີ ຕ້ອງລົງແຂ່ງປະເພດທີມກັບ ເຣຍ໌ ມິສເຕີຣິໂອ ອາດີດນັກມວຍປໍ້າຊື້ດັງຂອງ WWE ແຕ່ຂະນະທີ່ການແຂ່ງຂັນກໍາລັງດໍາເນີນໄປຢູ່ນັ້ນ ກໍ່ເກີດອຸປະຕິເຫດທີ່ບໍ່ຄາດຄິດຂຶ້ນ ເມື່ອ ເຣຍ໌ ມິສເຕີຣິໂອ ໃຊ້ລູກເຕະສົ່ງ ຣາມິເຣຊ ໃຫ້ໄປພາດກັບເຊືອກຂ້າງສະໜາມ ແຕ່ຄໍຂອງ ຣາມິເຣຊ ກັບກະທົບກັບເຊືອກເຂົ້າຢ່າງແຮງ ຈົນເຖີງກັບຊຸດລົງ ແລະ ມິດໄປ

ແຕ່ນັກມວຍປໍ້າ ຄົນອຶ່ນໆເທີງເວທີຍັງບໍ່ຮູ້ວ່າເກີດຫຍັງຂຶ້ນ ກັບຣາມິເຣຊ ຈຶ່ງຍັງຄົງທໍາການແຂ່ງຂັນຕໍ່ໄປອີກຫຼາຍນາທີ ແຕ່ໃນທີ່ສຸດເມື່ອສັງເກດເຫັນວ່າ ຣາມິເຣຊ ບໍ່ເໜັງຕີງ ທາງຜູ້ຈັດການແຂ່ງຂັນຈຶ່ງຟ່າວນໍາໂຕລາວສົງໂຮງໝໍ ແຕ່ກໍ່ບໍ່ທັນການເພາະທາງໂຮງໝໍແຈ່ງວ່າລາວໄດ້ເສຍຊີວິດ ໜຶ່ງຊົ່ວໂມງຕໍ່ມາ, ແຕ່ທັ່ງນີ້ເປັນການຄາດເດົາວ່າ ຣາມິເຣຊ ອາດຈະເສຍຊີວິດຄາທີ່ຕັ້ງແຕ່ຢູ່ເທີງເວທີແລ້ວ

https://www.youtube.com/watch?v=OFkX-8x6xKQ#t=181

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...