Homeນານາສາລະຄາບຫີນປູນ9ອັນຕະລາຍທີ່ຄົນເບິ່ງຂ້າມ

ຄາບຫີນປູນ9ອັນຕະລາຍທີ່ຄົນເບິ່ງຂ້າມ

Published on

14041179181404117999l

ການ​ເບິ່ງແຍງ​ຄວາມ​ສວຍງາມ​ຂອງ​ແຂ້ວສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ຈິດ​ສຳ​ນຶກ​ຫລື​ຄວາມ​ເອົາ​ໃຈ​ໃສ່​ໃນ​ສຸຂະ​ພາບ​ຂອງ​ຮ່າງກາຍ​ແລະ​ປາດຖະຫນາ​ຈະ​ເປັນ​ທີ່​ຮັກ​ຂອງ​ທຸກ​ຄົນ

ໃນ​ແຕ່​ລະ​ມື້ກ່ອນຫລັງຖູ​ແຂ້ວເຄີຍ​ສັງເກດ​ຫລື​ບໍ່​ວ່າມີ​ຄາບ​ຂາວ​ອອກ​ເຫລືອງ​ຫລື​ສີ​ຄີມ​ທີ່​ເກາະ​ທີ່​ແຂ້ວ​ນຳ​ຫລື​ບໍ່ເພາະ​ຫາກ​ຖິ້ມ​ໄວ້​ດົນຄາບ​ເຫລົ່າ​ນັ້ນ​ຈະ​ເກາະ​ຕິດ​ແໜ້ນບໍ່​ສາມາດ​ເອົາ​ອອກ​ໂດຍ​ການ​ແປງ​ແຂ້ວນີ້​ແຫລະ​ທີ່​ເອີ້ນວ່າ​ຫີນ​ປູນ

ຫີນ​ປູນ​ເກີດ​ຈາກ​ຫຍັງ?

ເກີດ​ຈາກ​ຄາບ​ນ້ຳ​ລາຍເຊື້ອ​ພະຍາດ​ຕ່າງໆສະ​ສົມ​ການ​ຖູແຂ້ວ​ຫລື​ບ້ວນ​ປາກ​ດ້ວຍ​ນ້ຳ​ຢາ​ບ້ວນ​ປາກ​ກໍ​ບໍ່​ສາມາດ​ກຳຈັດ​ຈຸລິນຊີ​ພວກ​ນີ້​ໄດ້​ເພາະ​ສະ​ນັ້ນ​ຫລາຍໆ​ຄົນ​ຕ້ອງ​ກຳຈັດ​ຫີນ​ປູນ​ໂດຍ​ການ​ເຂົ້າ​ພົບ​ທັນ​ຕະ​ແພດເພື່ອ​ໃຫ້​ໝໍ​ແຂ້ວ​ຂູດ​ຫີນ​ປູນ​ອອກ​ໃຫ້

ສ່ວນ​ຫລາຍ​ແລ້ວ​ຄາບ​ຫີນ​ປູນ​ຈະ​ເກີດ​ບໍລິ​ເວນ​ຊອກ​ແຂ້ວ​ລະຫວ່າງ​ແຂ້ວຫລື​ເກີດ​ທີ່ໂຄນ​ຂອງ​ແຂ້ວ​ທຸກ​ເຫລັ້ມໄດ້​ທັງ​ປາກ​ບໍ່​ເວັ້ນ​ແມ່ນ​ແຂ້ວ​ປອມສ່ວນ​ຫລາຍ​ເກີດ​ໃນ​ຊອກ​ແຂ້ວ​ດ້ານ​ໃນ​ເພາະ​ແຂ້ວ​ດ້ານ​ໜ້າ​ເຮົາຖູ​ແຂ້ວ​ໄດ້​ຖະຫນັດ​ເຮັດໃຫ້​ເຮັດ​ຄວາມ​ສະ​ອາດ​ໄດ້​ດີກວ່າ​ຊອກ​ແຂ້ວ​ຂ້າງໃນຖ້າ​ໃຜ​ລອງ​ເອົາ​ແວ່ນ​ສ່ອງ​ແຂ້ວ​ຫລາຍ​ສ່ອງ​ເບິ່ງ​ອາດຈະ​ຕ້ອງ​ຕົກ​ໃຈ​ກັບ​ຫີນ​ປູນ​ຂອງ​ເຮົາ​ເລີຍ​ກໍ​ໄດ້

ອັນຕະລາຍ​ຈາກ​ຫີນ​ປູນ

1.ເຮັດໃຫ້​ເລືອດ​ອອກ​ຂະນະ​ຖູ​ແຂ້ວເພາະ​ບາງ​ຄົນ​ອາດຈະ​ຄິດວ່າ​ມີ​ເສດ​ອາຫານ​ຕິດ​ຊອກ​ແຂ້ວ​ເຮັດໃຫ້​ພະຍາຍາມ​ສີ​ແຂ້ວ​ແຮງ​ໆແຕ່​ຫີນ​ປູນ​ບໍ່​ສາມາດ​ໃຊ້​ສີ​ແຂ້ວ​ເອົາ​ອອກ​ໄດ້ຈຶ່ງ​ອາດຈະ​ເກີດ​ການ​ໃຊ້​ແຮງ​ກົດ​ເກີນ​ໄປ​ຈົນ​ເລືອດ​ອອກ

2.ເຫງືອກ​ບວມສືບ​ເນື່ອງ​ຈາກ​ການ​ສີ​ແຂ້ວ​ໂດຍ​ເນັ້ນ​ແຮງ​ກົດ​ອາດຈະ​ເຮັດໃຫ້​ເລືອດ​ອອກ​ແລ້ວ​ເຫງືອກ​ຍັງ​ບວມ​ອັກ​ເສບຫລື​ເປັນ​ແຜ​ຊຶ່ງ​ເຮັດໃຫ້​ຫຍຸ້ງຍາກ​ແລະ​ທໍລະມານ​ກັບ​ການ​ກິນ​ອາຫານ​ໄດ້​

3.ແຂ້ວ​ເຫລືອງ​ສຸດໆເນື່ອງ​ຈາກ​ເປັນ​ແຄ​ຊຽມ​ແລະ​ຈຸລິນຊີ​ມາ​ເຄືອບ​ຜິວ​ແຂ້ວຈຶ່ງ​ເກີດ​ການ​ຕົກ​ຕະ​ກອນ​ເປັນ​ສີ​ເຫລືອງ​ເຮັດໃຫ້​ເສຍ​ບຸກຄະລິກກະພາບ

4.ມີ​ກິ່ນ​ປາກເພາະ​ຄາບ​ຫີນ​ປູນ​ກໍ​ມີ​ແບກ​ທີ​ເຣຍ​ຈາກ​ຂີ້​ແຂ້ວ​ທີ່​ເຮັດໃຫ້​ມີ​ກິ່ນ​ປາກ

5.ເຫງືອກ​ລົ່ນເພາະ​ຫີນ​ປູນ​ຖ້າເກາະ​ໂຕກັນ​ໃຫຍ່​ຫລາຍໆ​ມັນ​ກໍ​ຈະ​ດັນ​ລົງ​ຂ້າງ​ລຸ່ມດັນ​ເຫງືອກ​ຂອງ​ເຮົາ​ໃຫ້​ຖອຍ​ຕົວ​ລົງ​ໄປ

6.ແຂ້ວ​ໂຍກຖ້າ​ຫີນ​ປູນ​ດັນ​ເຫືອກ​ລົງ​ຫລາຍ​ໆແລ້ວ​ກໍ​ຈະ​ເຮັດໃຫ້​ເຫງືອກ​ຢຶດ​ແຂ້ວ​ໄດ້​ໜ້ອຍ​ເວລາ​ຫຍ້ຳ​ອາຫານ​ກໍ​ມີ​ໂອ​ກາດ​ສ່ຽງ​ເພີ່ມ​ຂຶ້ນ​ທີ່​ແຂ້ວ​ຈະ​ໂຍກແລະ​ຖ້າ​ຫີນ​ປູນ​ໃຫຍ່​ຂຶ້ນ​ກໍ​ຈະ​ດັນ​ແຂ້ວ​ຂ້າງໆ​ໄດ້​ເຮັດໃຫ້​ແຂ້ວ​ຫ່າງ​ກັນ

7.ແຂ້ວແມງເຊື້ອ​ຈຸລິນຊີ​ທີ່​ຍ່ອຍ​ອາຫານ​ແລ້ວ​ປ່ອຍ​ສານ​ທີ່​ເປັນ​ກົດ​ອອກ​ມາຈະ​ກັດ​ຝົນ​ຜິວ​ເຄືອບ​ແຂ້ວ​ໃຫ້ເປັນ​ຮ່ອງເປັນ​ຢ່າງ​ຕໍ່​ເນື່ອງ​ດົນ​ໆຈະ​ເຮັດໃຫ້​ຜິວ​ແຂ້ວ​ເປັນ​ຮູຊຶ່ງ​ເອີ້ນວ່າ​ແຂ້ວແມງ

8.ເຫງືອກ​ອັກ​ເສບເຊື້ອ​ຈຸລິນຊີ​ບາງ​ຈຳ​ພວກຈະ​ປ່ອຍ​ສານ​ພິດ​ອອກ​ມາ​ທຳລາຍ​ເຍື່ອ​ເຫງືອກເຮັດໃຫ້​ເກີດ​ເຫງືອກ​ອັກ​ເສບ

9.ພະຍາດ​ເຫງືອກອັກເສບຄາບ​ຫີນ​ປູນ​ຖ້າ​ເປັນ​ຢ່າງ​ຕໍ່​ເນື່ອງ​ດົນ​ໆເກີດ​ເປັນ​ພະຍາດ​    ເຫງືອກອັກເສບ​ໄດ້ເພາະ​ແຜ່ນ​ຄາບ​ຈຸລິນຊີ​ທີ່​ເກາະ​ເທິງ​ຫີນ​ປູນຈະ​ກຳຈັດ​ໄດ້​ຍາກ​ກວ່າ​ເທິງ​ຜິວ​ແຂ້ວດັ່ງ​ນີ້​ຖ້າ​ຕ້ອງ​ການ​ກຳຈັດ​ແຜ່ນ​ຄາບ​ຈຸລິນຊີ​ໃຫ້​ໝົດ​ຕ້ອງ​ກຳຈັດ​ຫີນ​ປູນ​ອອກ​ກ່ອນ

ວິທີ​ປ້ອງ​ກັນການ​ເກີດ​ຫີນ​ປູນ

ຈະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ຫີນ​ປູນ​ຂຶ້ນ​ອີກ​ເລີຍ​ໃນ​ປະຈຸບັນ​ຍັງ​ບໍ່​ສາມາດ​ເຮັດ​ໄດ້ແຕ່​ການ​ມີ​ຫີນ​ປູນ​ບໍ່ແມ່ນ​ການ​ເປັນ​ພະຍາດກໍ​ຄື​ໆກັບ​ການ​ເກີດ​ມີ​ຂີ້​ແຂ້ວ​ທີ່​ເກາະ​ທີ່​ໂຕແຂ້ວ​ຫລັງ​ກິນ​ອາຫານຖ້າ​ບໍ່​ກິນ​ກໍ​ຄົງ​ຈະ​ບໍ່​ເກີດແຕ່​ແທ້ໆແລ້ວ​ແມ່ນ​ບໍ່​ກິນ​ອາຫານ​ກໍ​ມີ​ຄາບ​ຂອງ​ໂປ​ຕີນ​ໃນ​ນ້ຳ​ລາຍ​ໄປ​ເກາະ​ທີ່​ຜິວ​ແຂ້ວ​ຢູ່​ດີພຽງ​ແຕ່​ເຮົາ​ເບິ່ງບໍ່ເຫັນແລະ​ບໍ່​ເປັນ​ອັນຕະລາຍ​ຕໍ່​ແຂ້ວ

ດັ່ງ​ນັ້ນ​ທີ່​ຈະ​ເຮັດ​ໄດ້​ຄືການເຮັດ​ຄວາມ​ສະ​ອາດ​ແຂ້ວ​ໃຫ້​ສະ​ອາດ​ທົ່ວ​ທັງ​ປາກ​ທຸກ​ໆມື້ກໍ​ຈະ​ເຮັດໃຫ້​ເກີດ​ຫີນ​ປູນ​ຊ້າ​ລົງ​ຫລື​ໜ້ອຍ​ລົງ

ນອກ​ຈາກ​ນີ້​ໃນ​ປະຈຸບັນ​ຍັງມີ​ການ​ພັດທະນາ​ການ​ເພີ່ມ​ສານ​ບາງຢ່າງ​ໃນ​ຢາ​ສີ​ແຂ້ວ​ເພື່ອ​ຫລຸດ​ການ​ເກາະ​ໂຕ​ຂອງ​ສານ​ປະກອບ​ແຄ​ຊຽມດັ່ງ​ນັ້ນ​ໃນ​ໄລ​ຍະ​ຍາວ​ກໍ​ອາດ​ມີ​ຜົນ​ທີ່​ເຫັນ​ໄດ້​ຊັດເຈນຊຶ່ງ​ຜູ້​ຊ່ຽວຊານ​ເຊື່ອ​ວ່າອາດຫ​ລຸດ​ການ​ເກີດ​ຫີນ​ປູນ​ໃນ​ປະຊາກອນ​ໄດ້​ຮ້ອຍ​ລະ 5-10

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...