spot_img
Homeຂ່າວທ້ອງຖິ່ນຮ​ສ​ສ ມອບ​ເຄື່ອງ​ຊ່ວຍ​ເຫລືອ ຜູ້​ປະ​ສົບ​ໄພ​ພາ​ຍຸ​ຢູ່​ເມືອງ​ຫາດ​ຊາຍ​ຟອງ

ຮ​ສ​ສ ມອບ​ເຄື່ອງ​ຊ່ວຍ​ເຫລືອ ຜູ້​ປະ​ສົບ​ໄພ​ພາ​ຍຸ​ຢູ່​ເມືອງ​ຫາດ​ຊາຍ​ຟອງ

Published on

20150318134616

ເພື່ອ​ແກ້​ໄຂ​ບັນເທົາ​ທຸກ-ໃຫ້ພໍ່​ແມ່​ປະຊາຊົນ ເມືອງ​ຫາດ​ຊາຍຟອງ ນະຄອນຫຼວງ​ວຽງ​ຈັນ ໂດຍສະເພາະ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ລົມ​ພະຍຸ​ພັດ​ໃນ​ຄັ້ງ​ວັນ​ທີ 18 ກຸມພາ 2015 ທີ່​ຜ່ານ​ມາ.

ວັນ​ທີ 18 ມີນາ 2015 ຢູ່​ທີ່ສຳນັກງານ​ອົງການ​ປົກຄອງເມືອງ​ຫາດ​ຊາຍ​ຟອງ​ກະຊວງ ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ຮ່ວມ​ກັບ​ພະ​ແນກ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ​ ນະຄອນຫຼວງ​ວຽງ​ຈັນ ນຳໂດຍ​ທ່ານ ຄຳ​ຂານ ພິນ​ສະຫວັນ ຫົວໜ້າ​ຫ້ອງການ ກະຊວງ​ແຮງງານ ແລະ ສະຫວັດດີ​ການ-ສັງຄົມ ແລະ ທ່ານ​ນາງ ດຳ​ດວນ ຈັນທະ​ວົງ ຫົວໜ້າ​ພະ​ແນກ​ແຮງງານ ແລະ ສະຫວັດດີ​ການ-ສັງຄົມ ນະຄອນຫຼວງ​ວຽງ​ຈັນ ໄດ້ມອບ​ເຄື່ອງ​ຊ່ວຍເຫຼືອ​ຜູ້​ປະສົບເຄາະ​ຮ້າຍ ​ຈາກ​ໄພພິບັດ​ຈາກ​ທຳມະ​ຊາດ ເຊິ່ງ​ເຄື່ອງ​ທີ່​ນຳ​ມາ​ມອບໃນ​ຄັ້ງ​ນີ້ ມີ​ສັງກະສີ ຈຳນວນ 3.470 ແຜ່ນ ແລະ ເຫຼັກ​ຕະປູ ຈຳນວນ 995 ກິ​ໂລ ລວມ​ມູນຄ່າ​ທັງ​ໝົດ 125 ລ້ານ​ກີບ ໃຫ້ກຽດ​ຮັບ​ຂອງ​ທ່ານ ຄຳ​ແຖ່ງ ດວງພະຈັນ ຮອງ​ເຈົ້າເມືອງ​ຫາດ​ຊາຍຟອງ ມີ​ພະນັກງານ​ອ້ອມ​ຂ້າງ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...