Homeສຸຂະພາບ ແລະ ສີ່ງແວດລ້ອມດື່ມກາເຟທຸກມື້ເຮັດຄວາມສະອາດເສັ້ນເລືອດ

ດື່ມກາເຟທຸກມື້ເຮັດຄວາມສະອາດເສັ້ນເລືອດ

Published on

images

ທີມ​ວິ​ໄຈ​ທາງ​ການ​ແພດ​ຈາກ​ສ.ເກົາ​ຫລີ​ເຜີຍແຜ່​ຜົນ​ການ​ວິ​ໄຈ​ອັນ​ໜຶ່ງ​ສະແດງ​ໃຫ້​ເຫັນ​ວ່າ ການ​ດື່ມກາເຟໃນ​ລະ​ດັບ​ປານ​ກາງບໍ່​ຫລາຍ​ບໍ່​ໜ້ອຍ​ຈົນ​ເກີນ​ໄປ​ທຸກ​ມື້ອາດ​ສົ່ງ​ຜົນ​ໃຫ້​ເສັ້ນ​ເລືອດ​ຂອງ​ຄົນ​ເຮົາ​ສະ​ອາດ​ຂຶ້ນຫລຸດ​ຄວາມ​ສ່ຽງ​ຕໍ່​ການ​ປ່ວຍ​ເປັນ​ພະຍາດ​ຫົວ​ໃຈ​ອັນ​ເນື່ອງ​ຈາກ​ເສັ້ນ​ເລືອດ​ອຸດ​ຕັນ​ລົງ​ໄດ້

ງານ​ວິ​ໄຈ​ດັ່ງ​ກ່າວ​ໃຊ້​ວິທີ​ການສຶກສາ​ກຸ່ມ​ຕົວ​ຢ່າງ​ທັງ​ຊາຍ​ແລະ​ຍິງ​ທີ່​ເປັນ​ພະ​ນັກ​ງານ​ປະຈຳ​ຫລາຍກວ່າ25, 000ຄົນຊຶ່ງ​ເປັນ​ຜູ້​ທີ່​ເຂົ້າ​ຮັບ​ການ​ກວດ​ສຸຂະພາບ​ເປັນ​ປະຈຳ​ຢ່າ​ງສະຫ​ມ່ຳ​ສະເໝີແລະ​ແຕ່​ລະ​ບໍ່​ມີ​ສັນ​ຍານ​ສະແດງ​ອາການ​ພະຍາດ​ຫົວ​ໃຈ​ໃດໆອອກ​ມາ​ພາຍນອກ ແຕ່​ຈາກ​ກາ​ນສະແກນ​ພົບ​ວ່າ1ໃນ10ຂອງ​ກຸ່ມ​ຕົວ​ຢ່າງ​ຖູ​ກສະ​ແກນ​ພົບ​ພາ​ວະ​ແຄ​ຊຽມ​ເກາະ​ຝາ​ເສັ້ນ​ເລືອດ​ຫົວ​ໃຈຊຶ່ງ​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ການ​ອຸດ​ຕັນ​ຂອງ​ເສັ້ນ​ເລືອດ​ຢູ່​ແລ້ວ

ຫລັງ​ຈາກ​ນັ້ນ​ທີມ​ວິ​ໄຈ​ນຳ​ເອົາ​ຜົນ​ກາ​ນສະ​ແກນ​ມາ​ປຽບທຽບ​ກັບ​ພຶດຕິກຳ​ການ​ດື່ມ​ກາ​ເຟ​ຂອງ​ກຸ່ມ​ຕົວ​ຢ່າງ​ທັງ​ໝົດ(ໂດຍ​ຄຳ​ນຶງ​ເຖິງ​ປັດ​ໄຈ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ຫົວ​ໃຈ​ອື່ນໆ ປະກອບ​ດ້ວຍ​ຕົວຢ່າງການ​ສູບ​ຢາ,ການ​ອອກ​ກຳ​ລັງ​ກາຍ​ແລະ​ປະຫວັດ​ການ​ປ່ວຍ​ເປັນ​ພະຍາດ​ຫົວ​ໃຈ​ຂອງ​ຄອບຄົວ)ພົບ​ວ່າພະ​ນັກ​ງານ​ທີ່​ດື່ມ​ກາ​ເຟ​ໃນ​ປະລິມານ​ປານ​ກາງ ລະຫວ່າງ3-5ຈອກ​ຕໍ່​ມື້ມີ​ແນວ​ໂນ້ມ​ມີ​ສັນ​ຍານ​ຊຶ່ງ​ສະແດງ​ເຖິງ​ອາການ​ເບື້ອງ​ຕົ້ນ​ຂອງ​ພະຍາດ​ຫົວ​ໃຈ​ໜ້ອຍ​ລົງເພາະ​ມີ​ທ່າອ່ຽງ​ທີ່​ຈະ​ພົບ​ພາ​ວະ​ແຄ​ຊຽມ​ເກາະ​ຝາ​ເສັ້ນ​ເລືອດ​ຫົວ​ໃຈ​ໜ້ອຍ​ກວ່າ​ກຸ່ມ​ຕົວ​ຢ່າງ​ຊຶ່ງ​ດື່ມ​ກາ​ເຟ​ຫລາຍກວ່າຫລື​ບໍ່​ດື່ມ​ກາ​ເຟ​ເລີຍ

ຢ່າງໃດ​ກໍ​ຕາມ​ທີມ​ວິ​ໄຈ​ຍອມ​ຮັບ​ວ່າ​ຍັງ​ຈຳ​ເປັນ​ຕ້ອງ​ມີ​ການສຶກສາ​ວິ​ໄຈ​ຕໍ່​ເນື່ອງເພື່ອ​ຢືນຢັນ​ຜົນ​ການສຶກສາ​ເທື່ອ​ນີ້​ແລະ​ຄົ້ນ​ຫາ​ຄຳ​ອະທິບາຍ​ວ່າກາ​ເຟເຊື່ອມ​ຕໍ່​ກັບ​ພາ​ວະ​ແຄ​ຊຽມ​ເກາະ​ຝາ​ເສັ້ນ​ເລືອດ​ຫົວ​ໃຈ​ຈັ່ງໃດ

ງານ​ວິ​ໄຈ​ເທື່ອ​ນີ້​ກໍ່​ໃຫ້​ເກີດ​ການ​ຖຽງ​ກັນ​ອີກ​ເທື່ອ​ໜຶ່ງເຖິງ​ຜົນ​ກະທົບ​ຂອງ​ກາ​ເຟ​ຕໍ່​ສຸຂະພາບ​ຂອງ​ຫົວ​ໃຈກ່ອນ​ໜ້າ​ນີ້​ມີ​ງານ​ວິ​ໄຈ​ບາງ​ຢ່າງບອກ​​ວ່າການ​ດື່ມ​ກາ​ເຟ​ເປັນ​ປັດ​ໄຈ​ສ່ຽງ​ໃຫ້​ເກີດ​ພະຍາດ​ຫົວ​ໃຈດ້ວຍ​ການ​ໄປ​ເພີ່ມ​ຄໍ​ເລດ​ເຕີ​ລໍ​ແລະ​ແຮງ​ດັນ​ເລືອດ

ແຕ່​ກໍ​ມີ​ງານ​ວິ​ໄຈ​ບາງ​ອັນ​ກ່ອນ​ໜ້າ​ນີ້​ເຊັ່ນ​ກັນ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ການ​ດື່ມ​ກາ​ແຟ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ​ໃນ​ບາງ​ລັກສະນະ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...