Homeສຸຂະພາບ ແລະ ສີ່ງແວດລ້ອມຢືນຂາເບື້ອງດຽວໄດ້ບໍ່ຮອດ20ວິນາທີສ່ຽງເສັ້ນເລືອດໃນສະຫມອງແຕກ

ຢືນຂາເບື້ອງດຽວໄດ້ບໍ່ຮອດ20ວິນາທີສ່ຽງເສັ້ນເລືອດໃນສະຫມອງແຕກ

Published on

stand1

ທີມ​ນັກ​ວິ​ໄຈ​ຍີ່​ປຸ່ນ​ທີ່​ສູນCenter for Genomic Medicineທີ່​ມະຫາ​ວິທະຍາ​ໄລKyoto Universityບອກ​ວ່າ​ຄົົນທີ່​ບໍ່​ສາມາດ​ຮັກສາ​ສົມ​ດຸນ​ໄດ້​ຂະນະ​ທົດລອງ​ຢືນ​ຂາ​ດຽວ​ໃນ​ໄລ​ຍະ​ເວລາ​ສັ້ນໆໄດ້ຄວນ​ເຂົ້າ​ຮັບ​ການ​ກວດ​ຮ່າງກາຍ​ຈາກ​ແພດ​ເພື່ອ​ເບິ່ງ​ສຸຂະພາບ​ຂອງ​ເສັ້ນ​ເລືອດ​ໃນ​ສະຫມອງ

ທີມ​ນັກ​ວິ​ໄຈ​ທີມ​ນີ້​ໃຫ້​ອາ​ສາ​ສະໝັກ​ຊາຍ​ແລະ​ຍິງ​ທີ່​ຮ່າງກາຍ​ແຂງ​ແຮງ​ດີອາ​ຍຸ​ປະມານ67 ປີຈຳນວນ​1, 400ຄົນ​ທົດລອງ​ຍືນ​​ຂາ​ດຽວໂດຍ​ຈັບ​ເວລາ​ວ່າ​ຢືນ​ຂາ​ດຽວ​ໄດ້​ດົນ​ພຽງ​ໃດ ອາ​ສາ​ສະໝັກ​ມືນຕາ​ຂະນະ​ຢືນ​ເທິງ​ຂາ​ຂ້າງ​ດຽວ​ໂດຍ​ຍົກ​ຂາ​ຂ້າງ​ໜຶ່ງ​ຂຶ້ນ​ກາຍ​ພື້ນ

ທີມ​ນັກ​ວິ​ໄຈ​ພົບ​ວ່າ​ອາ​ສາ​ສະໝັກ​ທີ່​ບໍ່​ສາມາດ​ຮັກສາສົມ​ດຸນ​ຂະນະ​ຢືນ​ຂາ​ດຽວ​ໄດ້​ດົນ20 ວິ​ນາ​ທີ​ເປັນ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ​ຂຶ້ນ​ຕໍ່​ອາການ​ເສັ້ນ​ເລືອດ​ໃນ​ສະຫມອງ​ແຕກທີມ​ນັກ​ວິ​ໄຈ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ຖ່າຍ​ຮູບ​ສະຫມອງ​ເປັນ​ໂຕ​ຊ່ວຍ​ຢືນຢັນ​ຄວາມ​ສ່ຽງ​ຕໍ່​ພະຍາດນີ້

ທີມ​ນັກ​ວິ​ໄຈ​ຍີ່​ປຸ່ນ​ທີມ​ນີ້​ໄດ້​ຕີ​ພິມ​ຜົນ​ການສຶກສາ​ໄປ​ເມື່ອ​ວ່າງບໍ່ດົນມານີ້​ໃນ​ວາລະ​ສານ American Heart Association journal Stroke ພວກເຂົາ​ບອກດ້ວຍ​ວ່າອາ​ສາ​ສະໝັກ​ທີ່​ເສຍ​ສົມ​ດຸນ​ຂະນະ​ຢືນ​​ຂາ​ດຽວ​ດົນ 20 ວິ​ນາ​ທີ​ຍັງ​ເປັນ​ຜູ້​ທີ່​ມີ​ບັນຫາ​ກ່ຽວກັບ​ຄວາມ​ສາມາດ​ທາງ​ຄວາມ​ຄິດ​ຄວາມອ່ານນໍາ​ອີກ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...