Homeເກັບຕົກ-ເລື່ອງແປກແພດຕົກໃຈດື່ມນົມຖົ່ວເຫລືອງ​ທຸກ​ມື້ຈົນ​ເຕົ້ານົມກາຍ​ເປັນ​ຜູ້ຍິງ

ແພດຕົກໃຈດື່ມນົມຖົ່ວເຫລືອງ​ທຸກ​ມື້ຈົນ​ເຕົ້ານົມກາຍ​ເປັນ​ຜູ້ຍິງ

Published on

204902

      ສຳ​ນັກຂ່າວ​ຂອງ​ຈີນ​ອອກ​ມາ​ເປີດ​ເຜີຍ​ເລື່ອງ​ລາວ​ສຸດ​ຊ໋ອກ​ທີ່ເກິດຂື້ນ​ກັບ​ຮ່າງກາຍ​ຂອງໝຸ່ມLiuຊາວຈີນ​ອາຍຸ40ປີຈາກJinhuaແຂວງZhejiangເມື່ອ​ຮ່າງກາຍ​ສ່ວນ​ເທິງ​ຂອງເຂົາ​ມີ​ລັກສະນະ​ຄ້າຍ​ແມ່ຍິງເຮັດໃຫ້Liu ຮູ້ສຶກ​ອັບ​ອາຍ​ເປັນ​ຢ່າງ​ຫລາຍທີ່​ຖືກ​ເພື່ອນ​ຮ່ວມ​ງານ​ເວົ້າກວນເປັນ​ປະຈຳຈຶ່ງ​ຕັດ​ສິນ​ໃຈ​ເຂົ້າ​ພົບ​ແພດ​ໃຫ້​ຊ່ວຍ​ປິ່ນປົວ

ແພດກວດ​ສອບ​ພົບ​ວ່າຂະໜາດເ​ອິກ​ຂອງ​Liuມີ​ຂະໜາດ​ໃຫຍ່​ປະ​ມານໄຊCຂອງ​ຜູ້ຍິງເຂົາ​ມີ​ລັກສະນະ Gynecomastiaເຮັດໃຫ້​ເອິກ​ຂະຫຍາຍ​ຫລາຍກວ່າ​ປົກກະຕິ​ແພດ​ພະຍາຍາມ​ກວດ​ສອບ​ຢ່າງ​ລະອຽດ​ເຖິງ​ສາ​ເຫດ​ອາການ​ປ່ວຍແຕ່​ກໍ​ບໍ່​ພົບ​ກ້ອນ​ເນື້ອ​ງອກ​ແລະ​ຕັບ​ຍັງ​ຄົງ​ເຮັດວຽກ​ປົກກະຕິພົບ​ພຽງ​ເ​ເຕ່​ຮອລ໌​ໂມນ​ໃນ​ຮ່າງກາຍ​ທີ່​ມີ​ຢູ່​ສູງ​ຫລາຍກ່ອນ​ທີ່​ແພດ​ຈະ​ມາ​ຮູ້ວ່າLiuມັກ​ດື່ມ​ນົມ​ຖົ່ວ​ເຫລືອງ​ມື້​ລະ​ລີດ​ເປັນ​ປະຈຳ​ທຸກ​ມື້

ທັງນີ້ຊາວ​ຍີ່​ປຸ່ນ​ມີ​ຄວາມ​ເຊື່ອ​ທີ່​ວ່າຍິ່ງ​ເຈົ້າ​ດື່ມ​ນ້ຳ​ນົມ​ຖົ່ວ​ເຫລືອງ​ຫລາຍ​ເທົ່າ​ໄດຂະໜາດ​ເອິກ​​ຍິ່ງ​ໃຫຍ່​ຂຶ້ນ​ເທົ່າ​ນັ້ນເຮັດໃຫ້​ຫລາຍ​ຄົນ​ຄາດ​ວ່າ​ສາ​ເຫດ​ທີ່​ເຮັດໃຫ້ Liu ມີ​ເອິກ​ໃຫຍ່​ຄ້າຍ​ຜູ້ຍິງ​ນັ້ນເປັນ​ເພາະ​ເຂົາ​ດື່ມ​ນ້ຳ​ນົມ​ຖົ່ວ​ເຫລືອງ​ເປັນ​ປະຈຳຈົນ​ລະ​ດັບ​ຮອລ໌​ໂມນ​ໃນ​ຮ່າງກາຍ​ເພີ່ມ​ສູງ​ຂຶ້ນ​ເກີນ​ລະ​ດັບ​ປົກກະຕິ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...