spot_img
Home​ຂ່າວທ່ອງທ່ຽວເຊນທຣາເລຍ ເມືອງຄວັນໝອກ ແຫ່ງຄວາມຫຼອນ!!!

ເຊນທຣາເລຍ ເມືອງຄວັນໝອກ ແຫ່ງຄວາມຫຼອນ!!!

Published on

centralia-02

ເຊນທຣາເລຍ ສະຫະລັດອາເມລິກາ ເປີດເມືອງດິບ ທີ່ໄຟໄໝ້ມາແລ້ວກວ່າ 53​ ປີ ແລະ ຍັງບໍ່ດັບຈົນເຖິງທຸກມື້ນີ້

เซนทราเลีย เมืองควันหมอก แห่งความหลอน!

ຫາກທ່ານເປັນແຟນຫນັງ ຫຼືເກັມ Silent Hill ແລ້ວລະກໍ່ ລອງມາຮູ້ຈັກກັບເມື່ອງ ເຊນທຣາເລຍ(Centralia) ໃນລັດເພນຊິລວາເນຍ ສະຫະລັດອາເມລິກາ ຊຶ່ງເປັນເມືອງ ຕົ້ນແບບຂອງ Silent Hill ໂດຍເມືອງແຫ່ງນີ້ເກີດໄຟໄໝ້ ຢູ່ໃຕ້ດິນຂອງເມື່ອງ ມາຕັ້ງແຕ່ປີ ຄສ 1962 ຈົນມາເຖີງປັດຈຸບັນເປັນໄລຍະເວລາກວ່າ 53ປີ ກໍ່ຍັງບໍ່ມີວີ່ແວວວ່າໄຟໄໝ້ນີ້ຈະດັບລົງໄດ້ເລີຍ ຊຶ່ງແນ່ນອນວ່າ ເມືອງດັ່ງກ່າວ ຖືກຈັດເປັນເມື່ອງທີ່ອັນຕະລາຍຕິດອັນດັບ 1 ໃນ 10ເມືອງຂອງໂລກ.

ມີຄໍາເຕືອນໃນການເຂົ້າມາເມືອງນີ້ດ້ວຍ ດ້ວຍອັນຕະລາຍຈາກມົນລະພິດ ອາດເຮັດໃຫ້ທ່ານຕາຍໄດ້

centralia-01

“ບ່ອນແຫ່ງນີ້ເປັນໂລກທີ່ບໍ່ມີມະນຸດຜູ້ໃດຢູ່ໄດ້ ມັນຮ້ອນຍິ່ງກວ່າດາວພຸດ ບັນຍາກາດເປັນພິດຍິ່ງກວ່າດາວເສົາ ໃນໃຈກາງຂອງໄຟໃຕ້ພິພົບນີ້ມີອຸນຫະພູມສູງກວ່າ 1000 ອົງສາຟາເຣນໄຮນ໌ ກາກບອນໄດອ໊ອກໄຊດ໌ ແລະ ກາສພິດຫຼາຍຊະນິດ ຕ່າງພຸ່ງອອກມາຈາກແຫງດິນທົ່ວທຸກແຫ່ງ ນີ້ເປັນຄໍາກ່າວຈາກ ເດວິດ ເດຄ໊ອຄ ນັກຂຽນກ່ຽວກັບມະຫັນຕະໄພງຽບຂອງເມືອງນີ້

centralia-03

ສະໄໝກ່ອນເມື່ອງແຫ່ງນີ້ ຖືກສ້າງຂຶ້ນເພື່ອອຸດສາຫະກໍາ ເໝືອງຖ່າຍຫິນ ມີທັງສະຖານີລົດໄຟ ໂບສ ໂຮງແຮມຫ້າດາວ ໂຮງຮຽນ ໂຮງລະຄອນ ທະນາຄານ ໄປສະນີ ແລະ ຮ້ານຄ້າທົ່ວໄປ ແຕ່ແລ້ວ ໃນປີ1962 ໄດ້ເກີດເຫດການໄຟໄໝ້ ໃນເມືອງນີ້ຂຶ້ນ ໂດຍຕົ້ນໄພແມ່ນມາຈາກມີຄົນ ຈູດໄຟເຜົາຂີ້ເຫຍື້ອທີ່ຖີ້ມໄວ້ໃນບໍ່ຂີ້ເຫຍື້ອຂອງເມືອງ ຈາກນັ້ນໄຟໄດ້ລາມໄປຕິດຖ່າຍຫິນ ແລະ ໄດ້ຂະຫຍາຍວົງກວ້າງອອກຈົນຄຸມພື້ນທີ່ໃຕ້ດິນຂອງບ້ານເຮືອນທັງໝົດ ໄຟໄດ້ແຜ່ກະຈາຍອອກຢ່າງໄວວາ ເຖີງແມ່ນວ່າຈະພະຍາຍາມໃຊ້ເງິນນັບລ້ານໃນການດັບໄຟແຕ່ກໍ່ບໍ່ເປັນຜົນ ແລະ ມັນກໍ່ຍັງໃໝ້ຢູ່ຈົນເທົ່າທຸກວັນນີ້ (ດົນກວ່າ 40ປີແລ້ວ) ຫຼາຍຄົນໄດ້ຮັບພິດກາກບອນ ທັງໃນອາກາດ ແລະ ການປົນເປືອນ ລວມທັງການເກີດເຫດດິນຍຸບເລິກລົງໄປເປັນຮ້ອຍຟຸດ ຈົນທາງການຕ້ອງຫາບ່ອນຢູ່ໃໝ່ໃຫ້ແກ່ຊາວເມືອງ

centralia-04

centralia-07

ແຕ່ຢ່າງໃດກໍ່ຕາມກໍ່ມີບາງຄອບຄົວເລືອກທີ່ຈະຢູ່ຕໍ່ໄປ ແລະ ພວກເຂົາກໍ່ຍັງຢູ່ບ່ອນນັ້ນ ແມ່ນວ່າລັດເພນຊິລວາເນຍຈະປະກາດຫ້າມໃຊ້ ຕຶກທຸກຫຼັງໃນເມືອງນັ້ນ ແລະ ກົມໄປສະນີສະຫະລັດ ໄດ້ຍົກເລີກ ລະຫັດພື້ນທີ່ຂອງບ່ອນນັ້ນກໍ່ຕາມໃນປີ 1981 ເຊນທຣາເລຍ ມີຄົນອາໃສຢູ່ເຖີງ 1000ຄົວເຮືອນ ແຕ່ປັດຈຸບັນນີ້ ຈໍານວນຄົນຫຼຸດລົງຫຼາຍແລ້ວ

centralia-05

ສະພາບຂອງເມື່ອງ ເຊນທຣາເລຍ ໃນປັດຈຸບັນ ເກືອບກາຍເປັນເມື່ອງຮ່າງ ຖະໜົນກັບພື້ນທີ່ບາງສ່ວນ ແຕກອອກ ແລະ ຊຸດໂຕລົງ ແລະ ມີຂີ້ຂະເມົ່າຄວັນພຸ່ງອອກມາຕາມຮອຍແຕກແຫງ ຫຼືຕາມພື້ນດິນທີ່ມີຮ່ອງ ຫຼື ຮູທີ່ເຊື່ອມຕໍ່ໄປຍັງ ແຮ່ຖ່ານຫິນ ໃຕ້ດິນ ປົກຄຸມໄປທົ່ວເມືອງແຕ່ບໍ່ຫຼາຍເຖີງຂະໜາດປົກຄຸມໝົດເມືອງຈົນຂາວ ແບບ Silent Hill ໃນເກັມ ຫຼືພາບພະຍົນ

เซนทราเลีย เมืองควันหมอก แห่งความหลอน!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...