spot_img
Homeຂ່າວເຫດການລາວກຽມຈັດມະຫະກຳຊັບສິນທາງປັນຍາຄັ້ງທຳອິດ

ລາວກຽມຈັດມະຫະກຳຊັບສິນທາງປັນຍາຄັ້ງທຳອິດ

Published on

festival

ງານມະຫະກຳຊັບສິນທາງປັນຍາຈະຈັດຂຶ້ນເປັນຄັ້ງທຳອິດຢູ່​ ສປປ ລາວ ລະຫວ່າງວັນທີ 24-30 ເມສາທີ່ຈະ ເຖິງນີ້, ຢູ່ສູນການຄ້າລາວ​ໄອເຕັກ, ນະຄອນ ຫລວງວຽງຈັນພາຍໃຕ້ຄຳຂວັນ “ເສີມສ້າງຊັບສິນທາງປັນຍາເພື່ອພັດທະນາເສດທະ ກິດ​ສັງຄົມແບບຍືນຍົງ” ເພື່ອສະເຫລີມສະຫລອງວັນຊັບສິນທາງປັນຍາໂລກວັນທີ 26 ເມສາຄົບຮອບ 15 ປີ.

ທ່ານ ສຈ.ດຣ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ວິທະຍາ ສາດແລະເຕັກໂນໂລຊີໄດ້ກ່າວໃນພິທີຖະ ແຫລງຂ່າວເມື່ອວັນທີ 17 ມີນານີ້ ຢູ່ກະ ຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ: ງານດັ່ງກ່າວຈັດຂຶ້ນເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກໃຫ້ແກ່ສັງຄົມກ່ຽວ ກັບພາລະບົດບາດ ແລະ ຄວາມສຳຄັນຂອງວຽກງານຊັບສີນທາງປັນຍາເປັນຕົ້ນແມ່ນເຄື່ອງໝາຍການຄ້າ, ລິຂະສິດ,   ສິດທິ ບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ແຫລ່ງກຳເນີດ, ພັນພືດໃໝ່ ແລະ ສິດທີ່ກ່ຽວຂ້ອງກັບລິຂະ ສິດ ແລະ ພູມປັນຍາທ້ອງຖິ່ນໃນການພັດທະນາເສດຖະກິດ​ສັງຄົມ. ພ້ອມນັ້ນກໍຍັງເປັນການສະແດງເຖິງການປົກປ້ອງສິດ, ການປົກປ້ອງຜົນປະໂຫຍດຂອງນັກຄົ້ນຄວ້າ, ນັກປະດິດສ້າງແລະປະດິດຄິດແຕ່ງເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນ ຂອງມວນມະນຸດ.

ໃນງານມະຫາກຳດັ່ງກ່າວຈະມີການວາງສະແດງຜົນງານຊັບສິນທາງປັນຍາຂອງລາວ ແລະ ສາກົນພ້ອມດຽວກັນນັ້ນ, ຍັງຈະມີການຈັດກິດຈະກຳ ແລະ ໂຄສະນາເຜີຍແຜ່ເພື່ອເຂົ້າເຖິງຂໍ້ມູນ ແລະ ເຫັນຄວາມສຳຄັນຂອງວຽກງານຊັບສິນທາງປັນ ຍາຕໍ່ການພັດທະນາເສດຖະກິດ​ສັງຄົມ ແລະ ວັດທະນະທຳໂດຍສະເພາະຕໍ່ວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເຮັດໃຫ້ສາທາລະນະຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຂ່າວສານ ແລະເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາພາຍໃນງານກົມຊັບສິນທາງປັນຍາຍັງຈະໄດ້ບໍລິການຮັບໃບຄຳ ຮ້ອງຂໍຈົດທະບຽນຊັບ ສິນອຸດສາຫະກຳ ແລະ ຄຳຮ້ອງຂໍແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດໃນທຸກໆວັນຕະຫລອດການຈັດງານໃນ ທຸກໆຄືນຕະຫລອດການຈັດງານກໍຈະມີການສະແດງສິລະປະພື້ນເມືອງລາວ ແລະ ສາກົນເຊິ່ງມີການຮ່ວມສະແດງຂອງ ນັກສິລະປິນຈາກພາຍໃນ ແລະ ຕ່າງປະເທດ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...