spot_img
Homeນານາສາລະ6 ອາຫານວ່າງກິນເພື່ອສຸຂະພາບ ກິນໃຫ້ນອນຫລັບສະນິດ

6 ອາຫານວ່າງກິນເພື່ອສຸຂະພາບ ກິນໃຫ້ນອນຫລັບສະນິດ

Published on

1

ອາຫານຫວ່າງ 6 ຄູ່​ຕໍ່ໄປ​ນີ້ຈະ​ຊ່ວຍ​ໃຫ້​ເຮົາ​ນອນ​ຫລັບ​ໄດ້​ງ່າຍ​ຂຶ້ນ(ແຕ່ກິນໃຫ້ພໍດີ)

1

ຊີ​ລຽວ+ນົມ
ນີ້​ຄື​ອາຫານ​ເຊົ້າ​ແລ້ວ​ຈະ​ຊ່ວຍ​ໃຫ້​ຫລັບ​ໄດ້​ບໍ່ຂໍ​ບອກວ່າ​ໄດ້​ເພາະ​ຊີ​ລຽວ​ມີ​ຄາລໂບ​ໄຮ​ເດດ ເມື່ອ​ມາ​ປະສົມ​ກັບ​ນົມ​ຂາດ​ມັນ​ເນີຍ(Skim Milk)ທີ່​ເຕັມໄປ​ດ້ວຍ​ໂປ​ຕີນຈະ​ເຮັດໃຫ້​ຮ່າງກາຍ​ດູດ​ຊຶມ​ກົດ​ອະ​ມິ​ໂນ​ຊິບ​ໂຕ​ເຟນ​ຫລາຍ​ຂຶ້ນຊຶ່ງ​ຊິບ​ໂຕ​ເຟນ​ນີ້​​ຄື​ໂຕການ​ສຳຄັນ​ທີ່​ຊ່ວຍ​ໃຫ້​ຮ່າງກາຍ​ສ້າງ​ສານ​ເຊ​ໂລ​ໂທ​ນິນ​ອອກ​ມາ​ຄວບ​ຄຸມ​ການ​ນອນ​ຫລັບນອກ​ຈາກ​ນີ້ນົມ​ກໍ​ຍັງມີ​ແຄ​ຊຽມ​ແລະ​ແມກ​ນີ​ຊຽມ​ສູງທີ່​ຈະ​ຊ່ວຍ​ຜະລິດ​ສານ​ເມ​ລາ​ໂທ​ນິນຊຶ່ງ​ມີ​ຜົນ​ຕໍ່​ອາລົມ​ແລະ​ການ​ນອນ​ຫລັບ​ນໍາອີກເອີ້ນວ່າ​ຊີ​ລຽວ+ນົມສອງ​ແຮງ​ແຂງ​ຂັນ​ຊ່ວຍ​ເຮັດໃຫ້​ເຮົາ​ນອນຫລັບ​ໄດ້ແນ່ນອນ
ປະລິມານ​ທີ່​ແນະ​ນຳ:ຊີ​ລຽວ1ຖ້ວຍ(ເລືອກ​ຊະນິດ​ທີ່​ມີ​ນ້ຳ​ຕານ​ບໍ່​ກາຍ6ກຣາມ​ຕໍ່1ຫນ່ວຍ​ບໍ​ລິ​ໂພກ)+ນົມ​ຂາດ​ມັນ​ເນີຍ​ເຄິ່ງ​ຖ້ວຍ

2

ໂຢເກີດ+ຫມາກໄມ້ມີນໍ້າຫລາຍ​
ການ​ທີ່​ຮ່າງກາຍ​ສູນ​ເສຍ​ນ້ຳ​ຫລື​ມີ​ນ້ຳ​ໃນ​ຮ່າງກາຍ​ໜ້ອຍ​ເກີນ​ໄປ​ກໍ​ກະທົບ​ຕໍ່​ການ​ນອນ​ຂອງ​ເຮົາ​ໄດ້​ຄືກັນດັ່ງ​ນັ້ນ​ຄວນ​ເລືອກ​ກິນ​ຫມາກໄມ້​ທີ່​ມີ​ນ້ຳ​ຫລາຍ​ໆກໍ່ຄື​ໝາກໂມ,ແອັບ​ເປິ້ນ,  ໝາກກ້ຽງແລະອື່ນໆເພື່ອ​ທົດ​ແທນ​ການ​ເສຍ​ນ້ຳ​ໃນ​ໄລຍະ​ລະຫວ່າງ​ມື້ແລະ​ຖ້າ​ຢາກ​ນອນ​ຫລັບ​ໃຫ້​ສະບາຍຊອຍຫມາກໄມ້​ເຫລົ່າ​ນັ້ນ​ກິນ​ກັບ​ໂຢເ​ກີດໄຂ​ມັນ​ຕ່ຳຕົວຢ່າງ​ເຊັ່ນ​ກີນ   ​ໂຢເ​ກີດເ​ຄິ່ງ​ຖ້ວຍ​ທີ່​ມີ​ໂປ​ຕີນ​ສູງຈະ​ເລັ່ງ​ໃຫ້​ຫລັບ​ໄດ້​ໄວ​ຂຶ້ນ​

3

ຖົ່ວ​ພິດ​ຕາ​ຊິ​ໂອ+ເຊີລີ
ຖົ່ວ​ພິດ​ຕາ​ຊິ​ໂອ​ຄື​ອີກ​ໜຶ່ງ​ໂຕ​ຊ່ວຍ​ຂອງ​ຄົນ​ນອນ​ຫລັບ​ຍາກ​ເພາະ​ມີ​ໂປ​ຕີນ,ວິ​ຕາ​ມິນ​ບີ 6 ແລະ​ແມັກ​ນີ​ຊຽມ​ສູງຊ່ວຍ​ໃນ​ເລື່ອງ​ການ​ນອນ​ຫລັບຖ້າ​ຍິ່ງ​ຈັບ​ຄູ່​ກັບ​ຫມາກໄມ້​ລົດ​ສົ້ມ​ອົມ​ຫວານ​ກໍ່ຄື”ເຊີ​ລີ”ຈະ​ເພີ່ມ​ພະລັງ​ຄູນ​ສອງ​ເລີຍເພາະ​ມີ​ງານ​ວິ​ໄຈ​ພົບ​ວ່າເຊີ​ລີ​ມີ​ສ່ວນ​ຊ່ວຍ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ກະ​ບວນ​ການ​ຜະລິດ​ເມ​ລາ​ໂທ​ນິນ​ທີ່​ຄວບ​ຄຸ​ມວົງ​ຈອນ​ການ​ຫລັບ​ແລະ​ຕື່ນ
ດັ່ງ​ນັ້ນ​ຖ້າ​ໃຜ​ມີ​ບັນຫາ​ນອນ​ບໍ່​​ຫລັບລອງ​ຫາ​ຊື້​ຖົ່ວ​ພິດ​ຕາ​ຊິ​ໂອ​ມາ​ກິນ(ປະລິມານ​ບໍ່​ກາຍ30 ກຣາມ)ບວກ​ກັບ​ເຊີ​ລີ1ຖ້ວຍ​ນ້ອຍ​ໆຂໍ້​ສຳຄັນ​ກໍ​ຄື​ຢ່າ​ກິນ​ຖົ່ວ​ຫລາຍ​ເກີນ​ໄປເພາະ​ຖົ່ວ​ມີ​ໄຂ​ມັນ​ບໍ່​ນ້ອຍ​ຄືກັນກິນ​ຫລາຍ​ໆຈະ​ໄດ້ຮັບ​ແຄ​ລໍ​ລີ​ທີ່​ສູງ​ເກີນ​ໄປແລ້ວ​ຈະໃຫ້​ຜົນ​ກົງ​ກັນ​ຂ້າມຕາມຫລັງ​ນີ້​ຍິ່ງ​ຫລັບ​ຍາກ​ກວ່າ​ເກົ່າອີກ

4

ແຄກ​ເກີ+ຊີສ
​​ແຄກ​ເກີ+ຊີສເຮັດ​ມາ​ຈາກ​ນົມ​ຊຶ່ງ​ມີ​ໂປ​ຕີນ,ແຄ​ຊຽມ,ແມກ​ນີ​ຊຽມມີ​ສ່ວນ​ໃນ​ການ​ຜະລິດ​ຊິບ​ໂຕ​ເຟນ​ທີ່​ເຮັດໃຫ້​ເຮົາ​ນອນ​ຫລັບແຕ່​ກໍ​ຕ້ອງ​ເລືອກ​ຊີດ​ທີ່​ຈະ​ກິນນໍາ​ຄືຕ້ອງ​ເປັນ​ຊີດ​ແຄ​ລໍ​ລີ​ຕ່ຳ​ແລະ​ກິນ​ກັບ​ແຄກ​ເກີ​ໂຮນ​ເກນ​ແຜ່ນ​ນ້ອຍ​ໆບໍ່​ກາຍ15ແຜ່ນເພາະ​ຖ້າ​ຫລາຍກວ່າ​ນີ້​ອາດຈະ​ໄດ້​ໄຂ​ມັນ​ເປັນ​ຂອງ​ແຖມແລ້ວ​ຈະ​ບອກ​ໃຫ້​ວ່າ​ການ​ທີ່​ຮ່າງກາຍ​ມີ​ໄຂ​ມັນ​ຫລາຍ​ເກີນ​ໄປ ຈະ​ເຮັດໃຫ້​ເຮົາ​ນອນ​ຫລັບ​ຍາກ​ນໍາອີກ

5

ເນີຍ​ຖົ່ວ​ອາວມອນ+ກ້ວຍ
ເນີຍ​ຖົ່ວ​ອາວ​ມອນແລະ​ກ້ວຍເປັນ​ຂອງ​ຫວ່າງ​​ຄູ່​ທີ່​ມີ​ວິ​ຕາ​ມິນ​ບີ6ແລະ​ແມກ​ນີ​ຊຽມ​ສູງ​ຊຶ່ງ​ຈະ​ຊ່ວຍ​ໃຫ້​ເຮົາ​ນອນ​ຫລັບ​ຝັນ​ດີແນ່ນອນ​ວ່າ​ຕ້ອງ​ບໍ່​ກິນ​ຫລາຍ​ເກີນ​ໄປ​ເຊັ່ນ​ກັນເພາະ​ເປັນ​ອາຫານຫວ່າງ​ທີ່​ມີ​ແຄ​ລໍ​ລີ​ສູງ​ກິນ​ເນີຍ​ຖົ່ວ​ບໍ່​ກາຍ1ບ່ວງ​​ກໍ່​ພຽງ​ພໍ

6

ຊາ​ຄາ​ໂມ​ມາຍ+ແກມ​ແຄກ​ເກີ  (Graham Cracker)
ບາງ​ເທື່ອ​ການ​ນອນ​ບໍ່​ຫລັບ​ເລື້ອຍໆອາດ​ເປັນ​ເພາະ​ທ້ອງ​ໄສ້​ບໍ່​ຄ່ອຍ​ດີ​ກໍ​ໄດ້ຊຶ່ງ​ຊາ​ຄາ​ໂມ​ມາຍຊ່ວຍ​ແກ້​ບັນຫາ​ນີ້​ໄດ້​ບໍ່​ພຽງ​ແຕ່​ຊ່ວຍ​ຂັບ​ລົມ,ແກ້​ຈຸກ​ສຽດ,ຖອກທ້ອງ​ແຕ່​ຍັງມີ​ສານ​ທີ່​ຊ່ວຍ​ຄາຍ​ຄຽດ,ມີ​ລິດ​ສະຫງົບ​ປະສາດເຮັດໃຫ້​ເຮົາ​ຮູ້ສຶກ​ຜ່ອນ​ຄາຍ​ກ່ອນ​ເຂົ້າ​ນອນຖ້າ​ກິນ​ຄູ່​ກັບ​ແກມ​ແຄກ​ເກີ​2ແຜ່ນບວກ​ເນີຍ​ຖົ່ວ​2ບ່ວງຫລື​ຊີດ​ແຜ່ນ​ນ້ອຍ​ໆຈັກ​ແຜ່ນ​ກໍ​ໄດ້ຈະ​ຊ່ວຍ​ເພີ່ມ​ໂປ​ຕີນ​ເຮັດໃຫ້​ເຮົາ​ຫລັບ​ໄດ້​ໄວ​ຂຶ້ນ
6 ເມ​ນູ​ທີ່​ນຳ​ສະເໜີ​ນີ້​ເປັນ​ຂອງແຊບໆທັງ​ນັ້ນຖ້າ​ກິນ​ແຕ່​ພໍ​ດີ​ກໍ​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ຕຸ້ຍ​ໄປ ແຕ່​ຖ້າ​ກິນເພີນ​ເກີນ​ຫ້າມ​ໃຈຈັ່ງ​ໄດ​ກໍ​ຕ້ອງ​ກຽມ​ໂຕ​ກຽມ​ໃຈ​ກັບ​ໜ້າທ້ອງ​ທີ່​ຈະ​ຂຶ້ນມາ​ແລະ​ທີ່​ສຳຄັນ​ຄື​ຄວນ​ເຂົ້າ​ນອນ​ກ່ອນ22:00​ຈະ​ດີ​ທີ່ສຸດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...