Homeນານາສາລະ 9 ເມນູຈານເດັດຈາກຈີນ ຈົນເບິ່ງບໍ່ອອກວ່າແມ່ນຂອງແທ້ ຫຼື ປອມ

9 ເມນູຈານເດັດຈາກຈີນ ຈົນເບິ່ງບໍ່ອອກວ່າແມ່ນຂອງແທ້ ຫຼື ປອມ

Published on

9 ເມນູຈານເດັດຈາກຈີນ ຈົນເບິ່ງບໍ່ອອກວ່າແມ່ນຂອງແທ້ ຫຼື ປອມ

ນີ້ຄື 9 ອາຫານປອມຈາກ ຈີນ ທີ່ຖືກຈັບໄດ້ວ່າມັນເປັນອາຫານປອມ, ປະເທດຈີນເປັນປະເທດໜຶ່ງທີ່ມີອັດຕາການຈະເລີນເຕີບໂຕ ສູງຫຼາຍໃນຫຼາຍໆດ້ານ ບໍ່ວ່າຈະເປັນດ້ານ ປະຊາກອນ ເທັກໂນໂລຢີ່ ແລະ ອຶ່ນໆ ແລະ ສິ່ງນັ້ນມັນຮຽກຮ້ອງໃຫ້ຕ້ອງຜະລິດອາຫານເພີ່ມຫຼາຍຂຶ້ນໄປດ້ວຍ, ແຕ່ບໍ່ໜ້າເຊື່ອວ່າເພາະເຫດນີ້ຈຶ່ງເຮັດໃຫ້ ມີພໍ່ຄ້າຫົວໝໍ ໄດ້ລົງທຶນປອມແປງອາຫານອອກມາຈໍາໜ່າຍ ໂດຍບໍ່ຫ່ວງຕໍ່ສຸຂະພາບຂອງຜູ້ບໍລິໂພກ

9

 

1 ໄຂ່ປອມ

ເຫັນແລ້ວເຖີງກັບຕ້ອງຕົກສະເງີເລີຍ! ກັບໄຂ່ທີ່ເຮັດອອກມາແລ້ວຄືກັບຂອງແທ້ເລີຍ ຫາກບໍ່ແກະອອກມາເບິ່ງ. ຜະລິດມາຈາກການໃຊ້ວັດສະດຸດ້ານອຸດສາຫະກໍາຈັກສານ ເຮັດໃຫ້ຈີນສາມາດຜະລິດໄຂ່ປອມຂຶ້ນມາໄດ້ ໂດຍນໍາເອົາສານສານເຈລາຕິນນໍ້າ ແລະ ສີປະສົມອາຫານ ມາປະສົມກັນສ່ວນເປືອກໄຂ່ແມ່ນເຮັດຈາກແວ໊ກຊ໌

1

 

 

2 ເສັ້ນໝີ່ປອມ

ແມ້ກະທັ່ງເສັ້ນໝີ່ ກໍ່ຍັງມີປອມໂດຍໃນປີ 2010​ ມີການກວດພົບເສັ້ນໝີ່ປອມຈໍານວນຫຼາຍໃນຈີນ ໂດຍມັນເຮັດມາຈາກເຂົ້າທີ່ເນົ່າເສຍ ປະສົມກັບສານປົນເປືອນ ທີ່ເປັນອັນຕະລາຍ, ໃນຊ່ວງນັ້ນເສັ້ນໝີ່ປອມຖືກຜະລິດຫຼາຍເຖີງ 1.1 ລ້ານປອນດ໌ຕໍ່ມື້ ຈົນກະທັ່ງໂຮງງານຖືກປິດລົງ

2

 

 

 

3 ຊາລາເປົາ ປອມເຮັດຈາກເຈັຍແຂງ

ຊາລາເປົາ ທີ່ເບິ່ງຈາກພາຍນອກ ໜ້າຕາເປັນຕາຮັບປະທານ ແຕ່ຢ່າຟ້າວກ່ອນເບິ່ງໃຫ້ດີໆໃນປີ 2007 ພໍ່ຄ້າຂ້າງຖະໜົນຂາຍຊາລາເປົາຍັດໄສ້ໝູສັບ ທີ່ເຮັດຈາກມັນໝູປະສົມກັບເຈ້ຍແຂງ ແລະ ໃຊ້ສານເຄມີເຮັດໃຫ້ມັນນຸ່ມລົງ ແຕ່ລົດຊາດກໍ່ບໍ່ຄືກັບຂອງແທ້ເລີຍ

3

 

 

4 ວາຍນ໌ປອມ

ຖ້າເວົ້າເຖີງອາຫານທີ່ຖືກປອມ ຫຼາຍທີ່ສຸດໃນຈີນ ຄົງຈະຕ້ອງຍົກໃຫ້ວາຍນ໌ ໃນກວດວາຍນ໌ປອມ ທີ່ມີສະລາກຕິກໄວ້ຢ່າງຫຼູຫຼາ ແຕ່ນໍ້າທີ່ຢູ່ດ້ານໃນເຮັດມາຈາກມໝາກໄມ້ລາຄາຖືກ

4

 

5 ເຂົ້າປອມ

ໃນເມື່ອງສານຊີ ປີ2011 ມີການຜະລິດເຂົ້າປອມ ເກີດຂຶ້ນໂດຍມັນໄດ້ເຮັດມາຈາກ ມັນຝຣັ່ງ ແລະ ພາລາສະຕິກ ແລະ ຖືກສົ່ງຂາຍໄປທົ່ວເມືອງ

5

 

6 ຊີ້ນປອມ

ປີທີ່ຜ່ານໆມາ ມີຄົນກວ່າ 900 ຄົນໃນຈີນທີ່ຖືກຈັບ ເນື່ອງຈາກນໍາຊີ້ນໜູມາຕົວະວ່າແມ່ນເປັນຊີ້ນອັນອຶ່ນ ແລະ ມີການນໍາເອົາສານເຄມີລົງໃສ່ເພື່ອເພີ່ມນໍ້າໜັກໃຫ້ກັບຊີ້ນໜູ

6

 

7 ໝາກວອລນັທຍັດໄສ້ ຊີມັງ

ເລື່ອງຮືຮາດ້ານອາຫານໃນຈິນຍັງມີມາຕໍ່ເນື່ອງ ຊ່ວງທີ່ວອລນັທ ກໍາລັງລາຄາດີ ໂຈນຫົວໃສໄດ້ນໍາເປືອກວອລນັທມາຍັດໄສ້ດ້ວຍຊີມັງ ແລະ ເຈ້ຍຊຶ່ງເຮັດໃຫ້ວອລນັທໜັກ ແລະ ຂາຍໄດ້ລາຄາດີແຖມຕອນນີ້ຍັງບໍ່ມີທ່າທີວ່າຈະຢຸດໄດ້ດ້ວຍ

7

 

8 ນົມເມລາມິນ

ຢ້ອນກັບໄປເມື່ອຫຼາຍປີກ່ອນ ເຊື່ອວ່າຫຼາຍຄົນຄົງຈະໄດ້ຍິນ ເລື່ອງຂ່າວນົມປົນເປື້ອນສານເມລານີນ ທີ່ເຮັດໃຫ້ຫຼາຍຄົນບໍ່ກ້າກິນນົມ ເນື່ອງຈາກຢ້ານວ່າສານໂຕນີ້ຈະຫຼຸດເຂົ້າມາໃນນົມ http://www.laopost.com/wp-admin/post-new.phpທີ່ວາງຈໍາໜ່າຍໃນປະເທດເພື່ອນບ້ານດ້ວຍ ຊຶ່ງມັນໄດເຮັດໃຫ້ເດັກໄຮ້ດຽງສາຕ້ອງເສຍຊີວິດໄປເຖີງ 4​ຄົນ ແລະ ຕ້ອງເຂົ້າຮັກສາໃນໂຮງໝໍຫຼາຍພັນຄົນ

8

 

9 ສາຫຼ່າຍຖົງຂີ້ເຫຍື່ອໜຽວນຸ່ມ

ແກງຈືດສາຫຼ່າຍໃສ່ເຕົ້າຫູ້ ກິນກັບເຂົ້າຈ້າວຮ້ອນໆ ມັນຊ່າງແຊບແທ້ໆ,​ ແຕ່ຖ້ານໍ້າແກງຂອງທ່ານມີກິ່ນຢ່າງພາລາສະຕິກ ອັນນີ້ງາມເຂົ້າແລ້ວລະ! ເພາະວ່າຢູ່ຈີນໄດ້ມີການປອມແມ້ກະທັ່ງສາຫຼ່າຍ ຊຶ່ງໂຕສາຫຼ່າຍປອມນີ້ກໍ່ຄືຖົງຢ່າງພາລາສະຕິກດໍານີ້ແຫຼະ ເພາະໄດ້ມີການຍັດປະປົນມາກັບສາຫຼ່າຍແທ້ ໃຜທີ່ນໍາເອົາໄປຕົ້ມໂດຍບໍ່ທັນສັງເກດ ທ່ານກໍ່ຈະໄດ້ນໍ້າແກງພາລາສະຕິກ ທີ່ເຮັດໃຫ້ທ່ານຕ້ອງຮາກແຕກເມື່ອພົບຫັນທີຫຼັງ

9

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...