spot_img
Homeນານາສາລະແທ້ບໍ່?ດື່ມນ້ຳໝາກກ້ຽງດີກວ່າໝາກກ້ຽງ

ແທ້ບໍ່?ດື່ມນ້ຳໝາກກ້ຽງດີກວ່າໝາກກ້ຽງ

Published on

ส้ม-vs-น้ำส้ม

ງານ​ວິ​ໄຈ​ລ່າ​ສຸດ​ທີ່​ຫາກໍ່​ຖືກ​ຕີ​ພິມ​ໃນ​ປີ​ນີ້​ໃນ​ວາລະສານ​ທາງ​ວິ​ຊາ​ການ Journal of Agricultural and Food Chemistry ພົບ​ວ່າ​ຖ້າ​ເຮົາ​ບໍ່​ນັບ​ນ້ຳ​ຕານ​ທີ່​ອາດ​ຖືກ​ປະສົມ​ລົງ​ໄປ​ໃນ​ນ້ຳ​ໝາກກ້ຽງ​ທີ່​ມີ​ຂາຍ​ຢູ່​ທົ່ວ​ໄປປະໂຫຍດ​ທີ່​ເຮົາ​ຈະ​ໄປ​ຮັບ​ຈາກ​ການ​ກິນ​ໝາກກ້ຽງ​ອາດ​ບໍ່​ໄດ້​ດີກວ່າ​ການ​ດື່ມ​ນ້ຳໝາກກ້ຽງ​ສະເໝີ​ໄປ

ຕາມ​ປົກກະຕິ​ແລ້ວ​ໃນ​ໝາກກ້ຽງ​​ໜຶ່ງໜ່ວຍ​ນອກ​ຈາກ​ຈະ​ມີວິ​ຕາ​ມິນ​ຊີແລ້ວມັນ​ຍັງ​ອຸດົມ​ໄປ​ດ້ວຍ​ສານແຄ​ໂລ​ທີ​ນອຍ(Carotenoids)ແລະຟ​ລາ​ໂວ​ນອຍ(Flavonoids) (2 ສານ​ນີ້​ເປັນ​ສານ​ເມັດ​ສີ​ທີ່​ພົບ​ໄດ້​ໃນ​ພືດແລະຫມາກໄມ້)ຊຶ່ງ​ສາມາດ​ຫລຸດ​ຄວາມ​ສ່ຽງ​ຕໍ່​ພະຍາດ​ມະ​ເຮັງ​ບາງ​ຊະນິດແລະພະຍາດ​ຫົວ​ໃຈ​ໃນ​ມະນຸດ​ໄດ້

ສິ່ງ​ທີ່​ນັກ​ວິທະຍາ​ສາດ​ຈາກ​ງານ​ວິ​ໄຈ​ນີ້​ພົບ​ຄືເຖິງແມ່ນວ່າ​ການ​ບີບນ້ຳ​ໝາກກ້ຽງ​ອອກ​ມາ​ໂດຍ​ສະເພາະ​ການ​ບີບ​ແລ້ວ​ນຳ​ໄປ​ເຮັດການ​ພາດ​ເຈີ​ໄລ​ຈະ​ເຮັດໃຫ້ຟ​ລາ​ໂວ​ນອຍແລະວິ​ຕາ​ມິນ​ຊີຫລຸດລົງ​ນ້ອຍ​

ແຕ່ໃນ​ເວລາ​ດຽວ​ກັນ​ການ​ທີ່​ໝາກກ້ຽງຖືກ​ບີບ​ໃຫ້ເປັນ​ນ້ຳ​ໝາກກ້ຽງ​ຈະ​ຊ່ວຍ​ໃຫ້​ຮ່າງ​ກາຍ​ຂອງ​ເຮົາ​ສາມາດ​ດູດ​ຊັບຟ​ລາ​ໂວ​ນອຍແລະວິ​ຕາ​ມິນ​ຊີໄດ້​ງ່າຍ​ຂຶ້ນແລະຫລາຍ​ຂຶ້ນ​ກວ່າ​ການ​ທີ່​ຮ່າງ​ການ​ເຮົາ​ຈະ​ດູດ​ຊັບຟ​ລາ​ໂວ​ນອຍແລະວິ​ຕາ​ມິນຊີໄດ້​ຈາກ​ການ​ກິນໝາກກ້ຽງທຳມະດາ​

ເຖິງແມ່ນວ່າ​ນ້ຳ​ໝາກກ້ຽງ​ອາດ​ດີກວ່າ​ໃນ​ທາງ​ທີ່​ເຮົາ​ສາມາດ​ໄດ້ຮັບ​ສານ​ມີ​ປະໂຫຍດ​ຕໍ່​ຮ່າງ​ກາຍ​ໄດ້​ງ່າຍ​ກວ່າແລະຫລາຍກວ່າແຕ່​ໝາກກ້ຽງກໍ​ມີ​ຍັງ​ກາກ​ໃຍ​ອາຫານ​ຈຳນວນ​ຫລາຍກວ່າ​ນ້ຳ​ໝາກກ້ຽງຢູ່​ດີຊຶ່ງ​ການ​ກິນ​ກາກ​ໃຍ​ອາຫານ​ຈະ​ຊ່ວຍ​ໃນ​ການ​ຂັບ​ຖ່າຍ​ທີ່​ດີ ອີກ​ທັງ​ນ້ຳ​ໝາກກ້ຽງ​ທີ່​ເຮົາ​ສາມາດ​ຊື້​ໄດ້​ສ່ວນ​ໃຫຍ່​ກໍ​ມັກ​ຈະ​ປະສົມ​ນ້ຳ​ຕານ​ລົງ​ໄດ້​ນໍາຊຶ່ງ​ນ້ຳ​ຕານ​ກິນ​ຫລາຍໆກໍ​ບໍ່​ດີ​ຕໍ່​ສຸກຂະພາບ​ຢູ່​ແລ້ວ

 

 

ດັ່ງ​ນັ້ນ​ຄຳ​ຕອບ​ຄືນ້ຳ​ໝາກກ້ຽງນັ້ນ​ຄືວ່າໝາກກ້ຽງໃນ​ດ້ານ​ທີ່​ເຮົາ​ສາມາດ​ໄດ້ຮັບ​ສານ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງ​ການ​ໄດ້​ງ່າຍ​ກວ່າແລະຫລາຍ​ກວ່າແຕ່​ໝາກກ້ຽງສົດໆ​ນັ້ນເໜືອ​ກວ່າ​ບ່ອນ​ທີ່​ມີ​ກາກ​ໃຍ​ອາຫານທີ່​ຈະ​ຊ່ວຍ​ໃນ​ເລື່ອງ​ຂອງ​ການ​ຂັບ​ຖ່າຍແລະ​ບໍ່​ມີ​ການ​ປະສົມ​ນ້ຳ​ຕານ​ເພີ່ມ​ຄືກັບ​ນ້ຳ​ໝາກກ້ຽງ

ຂໍ້​ແນະ​ນຳ​ເພີ່ມຕື່ມ​ໃນ​ການ​ດື່ມ​ນ້ຳ​ໝາກກ້ຽງຄື​ພະຍາຍາມ​ເລືອກ​ຊື້​ແບບ​ທີ່​ບໍ່​ມີ​ການ​ປະສົມ​ນ້ຳ​ຕານຫລືຖ້າ​ຈະໃຫ້​ດີ​ບີບເອົາ​ເອງ​ເລີຍແລະເຮົາ​ກໍ​ຍັງ​ຄວນ​ກິນ​ໝາກກ້ຽງ​ທຳມະດາ​ນໍາ​ເພື່ອ​ເຮົາ​ຈະ​ໄດ້ຮັບ​ກາກ​ໃຍ​ອາຫານຫລືຖ້າ​ຢາກ​ດື່ມ​ນ້ຳ​ໝາກກ້ຽງ​ຢ່າງ​ດຽວ​ເຮົາ​ກໍ​ຄວນ​ກິນ​ອາຫານ​ຢ່າງ​ອື່ນ​ທີ່​ມີ​ກາກ​ໃຍ​ອາຫານ​ໄປ​ນໍາ​ຈຶ່ງຈະ​ດີ​ທີ່ສຸດ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...