Homeຂ່າວພາຍ​ໃນຊາວ­ນາ​ຫັນ­ປ່ຽນ​ອາ­ຊີບ ໜຶ່ງ​ຕົ້ນ​ເຫດ​ເນື້ອ­ທີ່​ຜະ­ລິດ​ລະ­ດູ­ແລ້ງ ແຂວງ​ຄຳ​ມ່ວນບໍ່​ບັນ­ລຸ​ແຜນ!

ຊາວ­ນາ​ຫັນ­ປ່ຽນ​ອາ­ຊີບ ໜຶ່ງ​ຕົ້ນ​ເຫດ​ເນື້ອ­ທີ່​ຜະ­ລິດ​ລະ­ດູ­ແລ້ງ ແຂວງ​ຄຳ​ມ່ວນບໍ່​ບັນ­ລຸ​ແຜນ!

Published on

a60d50f3b66cb6d432efe3b0506ad488

ຄຳ​ມ່ວນ​ອູ່​ເຂົ້າ​ອູ່​ປາ​ໜຶ່ງ​ໃນ​ແຂວງເປົ້າ​ໝາຍ​ການ​ຜະ­ລິດ​ສະ­ບຽງ​ ອາ­ຫານຂອງ​ລັດ­ຖະ­ບານ ປີ​ນີ້​ມີ​ເນື້ອ­ທີ່​ການຜະ­ລິດ​ລະ­ດູ­ແລ້ງ​ທັງ​ໝົດ 8,22 ພັນ ກວ່າ​ເຮັກ­ຕາ ບັນ­ລຸ​ພຽງ 66% ຂອງ ແຜນ­ການ​ປີ ທັງ​ນີ້ ແມ່ນ​ເນື່ອງ​ມາ​ຈາກຊາວ­ນາ​ໄດ້​ຫັນ­ປ່ຽນ​ໄປ​ປູກ​ພືດ​ອຸດ​ສາ​ຫະກຳ​ຫຼາຍ, ຄອງ​ຊົນ­ລະ­ປະ­ທານ​ມີ​ການ​ເປ່ເພ, ຈັກ­ສູບ­ນ້ຳ​ບາງ​ເຄື່ອງ​ມີ​ອາ­ຍຸ​ໃຊ້​ງານຫຼາຍ​ປີ​ເຮັດ​ວຽກ​ບໍ່​ປົກ­ກະ­ຕິ ແລະ ​ບໍ­ລິ­ເວນຕັ້ງ​ເຄື່ອງ​ຈັກ​ເກີດ​ເປັນ​ຫາດ​ຊາຍ​ຕື້ນ​ເຂີນຈິ່ງ​ບໍ່​ສາ­ມາດ​ສູບ ​ນ້ຳ​ໄດ້.

ເມື່ອ​ວັນ​ທີ 11 ມີ­ນາຜ່ານ​ມາ​ ທ່ານ ວິ­ໄລ​ວັນ ພົມ​ເຂ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ກະ­ສິ­ກຳ ແລະ​ປ່າ­ໄມ້ ພ້ອມ​ຄະ­ນະໄດ້​ລົງ​ຕິດ­ຕາມ ແລະ ​ຊຸກ­ຍູ້​ການ​ຜະ­ລິດລະ­ດູ­ແລ້ງ ພ້ອມ​ວາງ​ແຜນ­ການ​ກະ­ກຽມລະ­ດູ­ຝົນ​ທີ່​ແຂວງ​ຄຳ​ມ່ວນ ໂດຍ​ໄດ້​ຮັບຟັງ​ການ​ລາຍ​ງານການ​ປະ­ຕິ­ບັດ​ແຜນ­ການ​ຜະ­ລິດ​ລະ­ດູ ແລ້ງ, ການ​ຟື້ນ​ຟູ​ສ້ອມ­ແປງ​ຊົນ​ລະ​ປະທານ​ສົກ 2014-2015 ແລະ ແຜນ­ການ ຈັດ​ຕັ້ງ​ປະ­ຕິ­ບັດ​ລະ­ດູ­ຝົນ 2015-2016 ຈາກ​ທ່ານ ຄຳ​ສອນ ອ້ວນ​ທະ­ວີ ຫົວ­ໜ້າພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ແຂວງ​ຄຳມ່ວນ.

ທ່ານ​ຫົວ­ໜ້າ​ພະ​ແນກ​ກ່າວ​ວ່າ: ການຜະ­ລິດ​ເຂົ້າ​ຢູ່​ແຂວງ​ຄຳ​ມ່ວນ ໃນ​ສົກ​ປີ 2013-2014 ຜ່ານ​ມາ ປະ­ຕິ­ບັດ​ໄດ້ 328.620 ໂຕນ ເທົ່າ​ກັບ 82,19% ຂອງແຜນ­ການ (ສະ­ເລ່ຍ​ຕໍ່​ຫົວ​ຄົນ​ໄດ້ 830 ກິໂລ​ຕໍ່​ຄົນ​ຕໍ່​ປີ), ການ​ປູກ​ພືດ​ສຳ­ຮອງ​ກໍ​ຢູ່ໃນ​ລະ­ດັບ​ຄົງ​ທີ່​ເປັນ­ຕົ້ນ​ແມ່ນ​ຢາ­ສູບ, ມັນຕົ້ນ, ອ້ອຍ, ສາ­ລີ ແລະ ພືດ​ພັກ​ຕ່າງໆ.

ແຕ່​ຄຽງ​ຄູ່​ກັນ​ການ​ລ້ຽງ­ສັດ​ບາງ​ປະເພດ​ຢູ່​ແຂວງ​ກໍ່​ຫຼຸດ​ລົງ ແລະ ບາງ​ປະ­ເພດກໍ່​ເພີ່ມ​ຂຶ້ນ​ເຊັ່ນ​ການ​ລ້ຽງ​ຄວາຍ​ໄດ້​ຫຼຸດລົງ 0,65%, ໝູ​ຫຼຸດ​ລົງ 0,6% ສ່ວນ​ງົວການ​ລ້ຽງ​ເພີ່ມ​ຂຶ້ນ 9,3%, ສັດ​ປີກ ແລະ ປາ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ ໂດຍ​ການຜະ­ລິດ​ຊີ້ນ ແລະ ປາ​ຍັງ​ບັນ­ລຸ​ຕາມ​ແຜນການ​ທີ່​ຜະ­ລິດ​ໄດ້ 17.038 ໂຕນ ດ້ວຍອັດ­ຕາ​ການ​ບໍ­ລິ­ໂພກ​ສະ­ເລ່ຍ 47 ກິ​ໂລ​ຕໍ່ຄົນ​ຕໍ່​ປີ​ໃນ​ປີ 2014 ໂດຍ​ລວມ​ແລ້ວ​ການຜະ­ລິດ ແລະ ຕອບ​ສະ­ໜອງ​ທາງ​ດ້ານ​ສະ­ບຽງ​ອາ­ຫານ​ໃນ​ທົ່ວ​ແຂວງ​ແມ່ນ​ກຸ້ມ​ກິນ ພ້ອມ​ນັ້ນ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ກໍ່​ຍັງ​ດຳ­ເນີນ​ຢ່າງ​ຕໍ່​ເນື່ອງ​ຕາມ​ ຈັງ­ຫວະ​ການ​ເໜັງ​ຕີງ​ຂອງ​ທ້ອງ​ຕະ­ຫຼາດ.

ແນວ­ໃດ​ກໍ​ຕາມ ການ​ຜະ­ລິດ​ລະ­ດູແລ້ງ​ປະ­ຕິ­ບັດ​ໄດ້​ພຽງ 8.223 ເຮັກ­ຕາ ເທົ່າ​ກັບ 66% ຂອງ​ແຜນ­ການ​ປີ​ທີ່​ວາງ ໄວ້ 12.470 ເຮັກ­ຕາ ສາ­ເຫດ​ແມ່ນ​ຍ້ອນບາງ​ໂຄງ­ການ​ຊາວ­ນາ​ຫັນ­ປ່ຽນ​ອາ­ຊີບຈາກ​ເຄີຍ​ຜະ­ລິດ​ ກະ­ສິ­ກຳ​ຫັນ­ປ່ຽນ​ໄປ​ປູກພືດ​ອຸດ­ສາ­ຫະ­ກຳ​ຫຼາຍ, ໂຄງ­ການ​ລະ­ບົບຄອງ​ຊົນ­ລະ­ປະ­ທານ​ມີ​ການ​ເປ່​ເພ, ຈັກ​ສູບນ້ຳ​ມີ​ອາ­ຍຸ​ການ​ໃຊ້​ງານ​ຫຼາຍ​ປີ​ເຮັດ​ໃຫ້ການ​ໃຊ້​ງານ​ບໍ່​ ປົກ­ກະ­ຕິ, ບໍ­ລິ­ເວນ​ຕັ້ງ​ຈັກສູບ​ນ້ຳ​ເກີດ​ເປັນ​ຫາດ​ຕື້ນ​ເຂີນ​ບໍ່​ສາ­ມາດສູບ​ນ້ຳ​ໄດ້ ຂະ­ນະ​ທີ່​ພືດ​ລະ­ດູ­ແລ້ງ​ແຜນການ 9.985 ເຮັກ­ຕາ ແຕ່​ປະ­ຕິ­ບັດ​ໄດ້ 8.609 ເຮັກ­ຕາ ເທົ່າ​ກັບ 86%.

ສຳ­ລັບ​ແຜນ­ການ​ຜະ­ລິດ​ລະ­ດູ­ຝົນ​ປີ 2015-2016 ໄດ້​ວາງ​ຄາດ­ໝາຍ​ເນື້ອ­ທີ່ປູກ​ໃນ​ທົ່ວ​ແຂວງ 82.220 ເຮັກ­ຕາ, ຄາດ​ຄະ­ເນ​ຜົນ​ຜະ­ລິດ 312.200 ເຮັກ­ຕາ ສະ­ເລ່ຍ​ສະ­ມັດ­ຖະ­ພາບ​ຜົນ​ຜະ­ລິດ 3,80 ໂຕນ​ຕໍ່​ເຮັກ­ຕາ, ການ​ປູກ​ພືດ​ລະ­ດູ­ແລ້ງ 4.772 ເຮັກ­ຕາ, ໃຫ້​ໄດ້­ຜົນ​ຜະ­ລິດ 15.914 ໂຕນ.

ຈາກ​ນັ້ນ​ທ່ານ​ລັດ​ຖະ​ມົນ​ກໍ​ໄດ້​ຮຽກຮ້ອງ​ໃຫ້​ພະ­ແນກ­ການ, ຫ້ອງ­ການ​ກະ​ສິກຳ ແລະ ປ່າ­ໄມ້​ເມືອງ​ກໍ່​ຄື​ວິ­ຊາ​ການ​ທີ່ ກ່ຽວ­ຂ້ອງ​ຈົ່ງ​ໄດ້​ເປັນ​ເຈົ້າ​ການ​ໃນ​ການປະ­ຕິ­ບັດ​ວຽກ​ງານ​ຂອງ​ຕົນ​ດ້ວຍ​ ຄວາມຮັບ­ຜິດ­ຊອບ​ສູງ, ຊຸກ­ຍູ້​ປະ­ຊາ­ຊົນ​ໃນ​ການ ບົວ­ລະ­ບັດ​ຮັກ­ສາ ແລະ ຍົກ​ສະ­ມັດ­ຖະພາບ​ຂອງ​ການ​ຜະ­ລິດ​ໃຫ້​ສູງ​ຂຶ້ນ ເພື່ອໃຫ້​ຜະ­ລິດ​ຕະ​ພັນ​ມີ​ຄຸນ​ນະ​ພາບ​ສູງ​ຮອງ ຮັບ​ຕະ­ຫຼາດ​ທັງ​ພາຍ​ໃນ ແລະ ພາກ​ພື້ນ, ຊຸກ­ຍູ້​ກະ­ກຽມ​ການ​ຜະ­ລິດ​ລະ­ດູ­ຝົນ​ຂອງປະ­ຊາ­ຊົນ​ເປັນ­ຕົ້ນ​ປັດ​ໄຈ​ການ​ ຜະ­ລິດ, ແນວ​ພັນ ເຂົ້າ, ຝຸ່ນ, ປຸ໋ຍໃຫ້​ມີ​ຄວາມ​ພ້ອມ ເພື່ອ​ເຮັດ​ໃຫ້​ແຜນ­ການ​ສູ້​ຊົນ​ໄດ້​ບັນ­ລຸຕາມ​ແຜນ­ການ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...