spot_img
Homeນານາສາລະ4ເຫດຜົນຄວນກິນໄຂ່ເປັນອາຫານເຊົ້າ

4ເຫດຜົນຄວນກິນໄຂ່ເປັນອາຫານເຊົ້າ

Published on

214872-attachment

1.ໄຂ່ 1 ໜ່ວຍ​ມີ​ຄໍ​ເລດ​ເຕີ​ລໍ​ຫລາຍ​ເຖິງ210ມິ​ລິ​ກຣາມ​ແທ້ແຕ່​ຜົນ​ວິ​ໄຈ​ພົບ​ວ່າຄົົນທີ່​ກິນ​ໄຂ່​ອາທິດ​ລະ4ໜ່ວຍ​ມີ​ຄໍ​ເລດ​ເຕີ​ລໍ​ຕ່ຳ​ກວ່າ​ຄົົນທີ່​ກິນ​ໄຂ່​ອາທິດ​ລະ1ໜ່ວຍ​ຫລື​ບໍ່​ກິນ​ໄຂ່​ເລີຍ ກົນ​ໄກ​ທີ່​ອາດ​ເປັນ​ໄປ​ໄດ້​ຄືໄຂ່​ມີ​ໂປ​ຕີນ​ສູງ​ແລະ​ມີ​ໄຂ​ມັນ​ອີ່ມ​ໂຕ​ຂ້ອນ​ຂ້າງ​ຕ່ຳເຮັດໃຫ້​ອີ່ມ​ດົນແລະ​ຄວາມ​ອີ່ມ​ນີ້​ເອງ​ມີ​ສ່ວນ​ເຮັດໃຫ້​ກິນ​ອາຫານ​ທີ່​ມີ​ໄຂ​ມັນ​ສູງເຊັ່ນຊີ້ນ,ອາຫານ​ປະ​ເພດ”ຜັດໆຈືນໆແລະອື່ນໆຫລຸດລົງຜູ້​ຮ້າຍ​ໂຕຈິງ​ທີ່​ເຮັດໃຫ້​ຄໍ​ເລດ​ເຕີ​ລໍ​ຫລື​ໄຂ​ມັນ​ໃນ​ເລືອດ​ສູງ​ຄືໄຂ​ມັນ​ອີ່ມ​ໂຕເຊັ່ນກະ​ທິ,ນ້ຳ​ມັນ​ປາມ,ນ້ຳ​ມັນ​ໝາກ​ພ້າວ,ນ້ຳ​ມັນ​ໝູ,ການ​ກິນ​ຊີ້ນ​ຫລາຍ​(ຊີ້ນທີ່​ເຫັນ​ເປັນ​ຊີ້ນ​ແດງ​ກໍ​ມີ​ໄຂ​ມັນ​ແຝງ​ຢູ່​ຫລາຍແລະອື່ນໆແລະ​ທີ່​ຮ້າຍ​ທີ່ສຸດ​ຄືໄຂ​ມັນ​ຊານ​ຫລື​ໄຂ​ມັນ​ແປ​ສະພາບຊຶ່ງ​ສ່ວນ​ໃຫຍ່​ມາ​ຈາກ​ການ​ນຳ​ໄຂ​ມັນ​ພືດ​ໄປ​ເຕີມ​ໄຮ​ໂດເຈນ ເຮັດໃຫ້​ເກີດ​ເປັນ​ເນີຍ​ຂາວ,ເນີຍ​ທຽມ,ຄີມ​ທຽມທີ່​ໃຊ້​ເຮັດ​ເບ​ເກີ​ລີ,ເຂົ້າໜົມ​​ກອບ,ອາຫານ​ຟາດ​ຟູດແນວ​ທາງ​ໃນ​ການຫ​ລຸດ​ຄໍ​ເລດ​ເຕີ​ລໍ​ຫລື​ໄຂ​ມັນ​ໃນ​ເລືອດ​ຫລັກ​ຄືການຫ​ລຸດ​ໄຂ​ມັນ​ອີ່ມ​ໂຕ​ແລະ​ໄຂ​ມັນ​ຊານຮອງ​ລົງ​ໄປ​ຄືການ​ອອກ​ແຮງອອກ​ກຳ​ລັງ​ໃຫ້​ຫລາຍ​ພໍ​ເປັນ​ປະຈຳ ແລະ​ການ​ກິນ​ອາຫານ​ທີ່​ມີ​ຄໍ​ເລດ​ເຕີ​ລໍ​ໃຫ້​ຫນ້ອຍ​ລົງ

2.ໄຂ່​ມີ​ໂຄ​ລີນ​ສູງ​ເຖິງ30%ຂອງ​ປະລິມານ​ທີ່​ຮ່າງກາຍ​ຕ້ອງ​ການ​ໃນ1ມື້ຊຶ່ງ​ໂຄ​ລີນ​ເປັນ​ສານ​ປະກອບ​ທີ່​ຊ່ວຍ​ເສີມ​ຄວາມ​ຈຳ​ໃຫ້​ດີ​ຂຶ້ນແລະ​ຍັງ​ປ້ອງ​ກັນ​ເສັ້ນ​ເລືອດ​ອຸດ​ຕັນ​ໄດ້​ນໍາອີກ​ໄຂ່1ໜ່ວຍ​ໃຫ້​ໂຄ​ລີນ​ຫລາຍ​ປະ​ມານ30%ຂອງ​ປະລິມານ​ທີ່​ຮ່າງກາຍ​ຕ້ອງ​ການ​ໃນ1ມື້ ການ​ກິນ​ໄຂ່​ຈຶ່ງ​ປຽບ​ຄື​ການ​ຊື້”ປະ​ກັນ​ຊີວິດ”ໃນ​ເລື່ອງ​ອາຫານ​ຄຸນຄ່າ​ສູງ​ວ່າໂອ​ກາດ​ຂາດ​ສານ​ອາຫານ​ຈະ​ຫລຸດລົງ​ໄປ​ຫລວງຫລາຍໂຄ​ລີນ(choline)ເປັນ​ອົງປະກອບ​ຂອງ​ຝາ​ຈຸລັງຕ່າງໆທົ່ວ​ຮ່າງກາຍໂດຍ​ສະເພາະ​ຝາຈຸລັງ​ຂອງ​ສະຫມອງ​ແລະ​ຈຸລັງ​ປະສາດເປັນ​ອົງປະກອບ​ຂອງ​ສານ​ສື່​ປະສາດ​ທີ່​ສະຫມອງ​ໃຊ້​ໃນ​ການ​ສື່​ສານ​ພາຍ​ໃນ(ຄ້າຍ​ໆຈຸດ​ເຊື່ອມ​ຫລື routerຂອງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ)ຄຸນສົມບັດ​ພິເສດ​ອີກ​ຢ່າງ​ໜຶ່ງ​ຂອງ​ໂຄ​ລີນ​ຄືມັນ​ອອກ​ລິດ​ຕ້ານ(ຫລຸດ)ການ​ອັກ​ເສບຫລື​ປ້ອງ​ກັນ​ບໍ່​ໃຫ້​ທາດ​ໄຟ​ໃນ​ຮ່າງກາຍ​ຂຶ້ນໄດ້​ໃນ​ລະ​ດັບ​ໜຶ່ງ ການ​ອັກ​ເສບ​ນີ້​ມີ​ຜົນ​ຫລາຍ​ເປັນ​ພິເສດ​ທີ່​ຝາ​ຫລອດ​ເລືອດເນື່ອງ​ຈາກ​ຝາ​ຫລອດ​ເລືອດ​ທີ່​ມີ​ການ​ອັກ​ເສບ​ຈະ​ບວມແລະ​ສູນ​ເສຍ​ຄວາມ”ລຽບ​ໝື່ນ”ເຮັດໃຫ້​ຄາບ​ໄຂ​ມັນ​ໄປ​ພອກຫລື​ເກັດ​ເລືອດ​ໄປ​ເກາະ​ກຸ່ມ​ໄດ້​ງ່າຍ

3.ໄຂ່​ແດງ​ຊ່ວຍ​ບຳ​ລຸງ​ສາຍ​ຕາເພາະ​ມີ​ສານ​ລູ​ທີນຊີ​ແຊນ​ທີນເຮັດໃຫ້​ຄວາມ​ສ່ຽງ​ເປັນ​ພະຍາດ​ຕາ​ເສື່ອມ​ສະພາບຫລື​ຕາບອດ​ໃນ​ຄົນ​ສູງ​ອາ​ຍຸ​ຫລຸດລົງລູ​ທີນຊີ​ແຊນ​ທີນ​ເປັນ​ສານ​ພະ​ລືະ​ກົດ​ເຄ​ມີ​ຫລື​ສານ​ຄຸນຄ່າ​ພືດ​ຜັກ​ກຸ່ມ”ສີ​ເຫລືອງ”ຊ່ວຍ​ປ້​ອງ​ກັນ​ຈໍ​ຮັບ​ພາບ(retina / ເລ​ທິ​ນາ)ໂດຍ​ເຮັດ​ຫນ້າທີ່​ເປັນ​ຕົວ​ກອງ,ແສງ​​ຟ້າແລະ​ລັງສີUV(ອັນ​ຕາ​ໄວ​ໂອ​ເລດ/ ultraviolet)ເຮັດໃຫ້​ຄວາມ​ສ່ຽງ(ໂອ​ກາດ​ເປັນ)ພະຍາດ​ຕາ​ເສື່ອມ​ສະພາບຫລື​ຕາບອດ​ໃນ​ຄົນ​ສູງ​ອາ​ຍຸ(age-related macular degeneration / ARMD)ຫລຸດລົງແນ່ນອນ​ວ່າ ການ​ຫລີກ​ລ້ຽງ​ແສງ​ແດດ​ກ້າ,ແສງ​ໄຟ​ກ້າຫລື​ການ​ຢູ່​ໜ້າ​ຈໍTV,ຈໍ​ຄອມພິວເຕີ​ດົນ​ໆເປັນ​ການ​ດີ​ທີ່ສຸດວ່າຖ້າ​ຈຳ​ເປັນ​ຕ້ອງ​ເຮັດວຽກ​ກາງ​ແດດເບິ່ງໂທລະພາບຫລື​ເຮັດວຽກ​ໜ້າ​ຈໍ​ຄອມພິວເຕີ​ມື້​ລະ​ດົນ​ໆການ​ພັກ​ສາຍ​ຕາ​ຢ່າງ​ໜ້ອຍ​ທຸກ​ໆ1-2ຊົ່ວ​ໂມງແລະ​ການ​ກິນ​ອາຫານ​ທີ່​ມີ​ລູ​ທີນຊີ​ແຊນ​ທີນ​ສູງເຊັ່ນຜັກ​ໃບ​ຂຽວ(ເຊັ່ນບັອກ​ໂຄ​ລີ​ແລະອື່ນໆ)ຖົ່ວ​ທີ່​ມີ​ສີ​ຂຽວ,ສາລີ​ແລະອື່ນໆກໍ​ຊ່ວຍ​ໄດ້​ຫລາຍ

4.ໄຂ່​ຊ່ວຍຫ​ລຸດ​ຄວາມ​ຕຸ້ຍເນື່ອງ​ຈາກ​ມີ​ໂປ​ຕີນ​ສູງເຮັດໃຫ້​ອີ່ມ​ດົນການສຶກສາ​ທີ່​ຜ່ານມາ​ພົບ​ວ່າຄົົນທີ່​ກິນ​ໄຂ່​ເປັນ​ອາຫານ​ເຊົ້າ​ມີ​ໂອ​ກາດຫ​ລຸດ​ນ້ຳ​ໜັກ​ແລະ​ເສັ້ນ​ຮອບ​ແອວ​ສຳ​ເລັດ​ຫລາຍກວ່າ​ຄົົນທີ່​ກິນ​ເຂົ້າໜົມ​ປັງ​ເປັນ​ອາຫານ​ເຊົ້າກົນ​ໄກ​ທີ່​ອາດ​ເປັນ​ໄປ​ໄດ້​ຄືໄຂ່​ມີ​ໂປ​ຕີນ​ຄຸນນະພາບ​ສູງເຮັດໃຫ້​ອີ່ມ​ດົນແລະ​ຢ່າ​ລືມ​ວ່າບໍ່ແມ່ນ​ກິນ​ອາຫານ​ເທົ່າ​ເດີມ​ແລ້ວ​ເສີມ​ໄຂ່​ເຂົ້າໄປແຕ່​ຕ້ອງ​ໃຊ້​ຫລັກ”ອາຫານ​ທົດ​ແທນ”ດ້ວຍຄືກິນ​ໄຂ່​ເຂົ້າໄປແລ້ວຫ​ລຸດ​ອາຫານ​ຢ່າງ​ອື່ນ​ໃຫ້​ໜ້ອຍ​ລົງ​ຈຶ່ງ​ຈະ​ໄດ້​ຜົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...