Homeສຸຂະພາບ ແລະ ສີ່ງແວດລ້ອມສຸກ​ອະນາໄມ​ໃນ​ຫ້ອງ​ນ້ຳເຮົາ​ສ້າງ​ໄດ້

ສຸກ​ອະນາໄມ​ໃນ​ຫ້ອງ​ນ້ຳເຮົາ​ສ້າງ​ໄດ້

Published on

images

     ຫ້ອງນ້ຳ​ສາທາລະນະ​ເປັນ​ສະຖານ​ທີ່​ທີ່​ມີ​ຜູ້​ຄົນ​ມາ​ໃຊ້​ບໍລິການ​ຈຳນວນ​ຫລາຍ​ຕໍ່​ມື້​ຈຶ່ງ​ເປັນ​ແຫລ່ງ​ເພາະພັນ​ເຊື້ອ​ພະຍາດ​ຈຳນວນ​ຫລາຍແລະ​ອາດ​ເປັນ​ສາ​ເຫດ​ໃຫ້​ມີ​ໂອ​ກາດ​ຕິດ​ເຊື້ອ​ພະຍາດ​ຈາກ​ຕ້ອງ​ນ້ຳ​ສາທາລະນະ​ໂດຍ​ບໍ່​ຮູ້​ຕົວ

ເຊື້ອ​ພະຍາດ​ໃນ​ຫ້ອງ​ນ້ຳ​ແບ່ງ​ອອກ​ເປັນ2ກຸ່ມ​ໃຫຍ່​ໆຄື

  1. ເຊື້ອ​ພະຍາດ​ກຸ່ມ​ພະຍາດ​ຕິດ​ຕໍ່​ທາງ​ເພດ​ສຳພັນເຊັ່ນເຊື້ອ​ໜອງ​ໃນເປັນ​ຕົ້ນ
  2. ເຊື້ອ​ທີ່​ເຮັດໃຫ້​ເກີດ​ພະຍາດ​ລະບົບ​ທາງເດີນ​ອາຫານເຊັ່ນເຊື້ອ​ຖອກທ້ອງເຊື້ອ​ໄວ​ລັດ​ຕັບ​ອັກ​ເສບ​ຊະນິດ​ເອ ເປັນ​ຕົ້ນ

-ເຊື້ອ​ພະຍາດ​ຢູ່​ທີ່​ໃດ??

ແຝງ​ຢູ່​ຕາມ​ຈຸດ​ຕ່າງໆຂອງ​ຫ້ອງ​ນ້ຳເຊັ່ ຊັກ​ໂຄກ,ອ່າງ​ລ້າງ​ມືຫລື​ແມ່ນ​ກະ​ທັ່ງ​ລູກ​ບິດ​ປະ​ຕູ

-ເຂົ້າ​ສູ່​ຮ່າງກາຍ​ຢ່າງໃດ??

ເຊື້ອ​ພະຍາດ​ຈະ​ຊຶມ​ເຂົ້າ​ສູ່​ຮ່າງກາຍ​ຜ່ານ​ທາງ​ຜິວ​ໜັງ​ທີ່​ມີບາດແຜຫລື​ສຳ​ຜັດ​ແລ້ວ​ໄປ​ຈັບ​ອາຫານ​ເຂົ້າ​ປາກ ກໍ​ເປັນ​ອີກ​ໜຶ່ງ​ຫົນ​ທາງ​ທີ່​ໄດ້ຮັບ​ເຊື້ອ​ພະຍາດ​ເຕັມໆ

ຄຳ​ແນະນຳ

  1. ຢ່າ​ສຳ​ຜັດ​ໂດຍ​ກົງ​ກັບ​ສິ່ງ​ຕ່າງໆໃນ​ຫ້ອງ​ນ້ຳຄວນ​ໃຊ້​ເຈ້ອຍອານາໄມ
  2. ເຮັດ​ຄວາມ​ສະ​ອາດ​ຝາ​ຮອງ​ກ່ອນ​ນັ່ງດ້ວຍ​ເຈ້ຍອານາໄມຫລື​ແຜ່ນ​ຮອງ​ນັ່ງ​ສຳ​ເລັດ​ຮູບ
  3. ໃຊ້​ເວລາ​ເຮັດ​ກິດ​ທຸ​ລະ​ໃນ​ຫ້ອງ​ນ້ຳ​ໃຫ້​ນ້ອຍ​ທີ່ສຸດ
  4. ປິດ​ຝາ​ເກືອບ​ໂຄກ​ກ່ອນ​ກົດເພື່ອ​ປ້ອງ​ກັນ​ເຊື້ອ​ພະຍາດ​ແພ່​ກະ​ຈາຍ​ໃນ​ອາ​ກາດ
  5. ບໍ່​ຫຍຽບ​ໂຖ​ສ້ວມ
  6. ບໍ່​ຕັກ​ນ້ຳ​ທີ່​ເປີດ​ໄວ້ແຕ່​ຄວນ​ຮອງ​ຈາກ​ກ໋ອກ​ໂດຍ​ກົງ
  7. ຫາກ​ເປັນ​ສາຍ​ສີດ​ກໍ​ຄວນ​ສີດ​ນ້ຳ​ໃຫ້​ໄຫລ​ຖິ້ມ​ປະ​ມານ1ນາ​ທີ
  8. ລ້າງ​ມື​ທຸກ​ເທື່ອ​ຫລັງ​ສຳເລັດ​ທຸ​ລະ

ນອກ​ຈາກ​ສຸກ​ອະນາໄມ​ຂອງ​ຕົວ​ເອງ​ຕ້ອງ​ຄິດ​ເຖິງ​ຄວາມ​ສະ​ອາດ​ສຳລັບ​ຜູ້​ທີ່​ຈະ​ມາ​ໃຊ້​ຕໍ່​ນຳ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...