spot_img
Homeຂ່າວການສຶກສາSCRIPT ຖົງມືຫຸ່ນຍົນ ໂຕຊ່ວຍບໍາບັດຄົນປ່ວຍ

SCRIPT ຖົງມືຫຸ່ນຍົນ ໂຕຊ່ວຍບໍາບັດຄົນປ່ວຍ

Published on

SCRIPT ຖົງມືຫຸ່ນຍົນຊ່ວຍບໍາບັດຄວບຄຸມມືຂອງຄົນປ່ວຍ

SCRIPT-robot-hand

ສິ່ງທີ່ສໍາຄັນ ຂອງຜູ້ປ່ວຍໂລກຫຼອດເລືອດສະໝອງ ຄືຕ້ອງການໃຫ້ມື ແລະ ແຂນຂອງໂຕເອງ ກັບມາໃຊ້ງານໄດ້ຄືເກົ່າອີກຄັ້ງ ແລະ ຕ້ອງຂອບໃຈທີມນັກວິໄຈ ຈາກມະຫາວິທະຍາໄລ Hertfordshire ປະເທດອັງກິດທີ່ໄດ້ຄິດຄົ້ນອຸປະກອນກາຍຍະພາບບໍາບັດ ບໍ່ໃຫ້ເປັນເລື່ອງໜ້າເບື່ອອີກຕໍ່ໄປ

SCRIPT-robot-hand

ຖົງມືຫຸ່ນຍົນນີ້ມີຊື່ວ່າ SCRIPT ມາຈາກຄໍາວ່າ “Supervised Care and Rehabilitation Involving Personal Tele-robotics” (ການຟື້ນຟູສະມັດຕະພາບຂອງຄົນພາຍໃຕ້ ການຄວບຄຸ່ມດູແລຂອງຫຸ່ນຍົນ ) ນັ້ນເອງ. ໂດຍວິທີການຮັກສານັ້ນ ຈະໃຫ້ຜູ້ປ່ວຍຫຼິ້ນເກມ ເຊັ່ນເກັມຈັບປາ ເກັມລອຍນໍ້າລີກໂຕແຂ້ ແລະ ເກັມຍ້າງຂ້າມພູເຂົາວົງກົດ ເພື່ອຊ່ວຍພັດທະນາຜູ້ປ່ວຍ ໃນເລື່ອງການເຄື່ອນໄຫວ ຂໍ້ມື ນິ້ວ ແລະ ແຂນ

ຈາກຜົນການວິໄຈ Dr. Farshid Amirabdollahian ໄດ້ ກ່າວວ່າຜູ້ປ່ວຍໃນ 30 ຄົນສ່ວນໃຫຍ່ສາມາດເຄື່ອນໄຫວໄດ້ສະເລ່ຍ 100 ນາທີໃນແຕ່ລະອາທິດ ຊຶ່ງກໍ່ສະແດງໃຫ້ເຫັນເຖີງພັດທະນາການທີ່ດີຂຶ້ນ ຂອງຜູ້ປ່ວຍ

ໂດຍໂຄງການນີ້ມຸ່ງເນັ້ນໄປທີ່ການຮັກສາ ຜູ້ປ່ວຍໂລກຫຼອດເລືອດສະໝອງ ໃຫ້ສາມາດບໍາບັດຮ່າງກາຍໄດ້ເອງໃນເວລາຢູ່ເຮືອນ ໂດຍການທີ່ນໍາເອົາຖົງມືຫຸ່ນຍົນນີ້ມາ ໃຊ້ກໍ່ຈະເຮັດໃຫ້ຜູ້ປ່ວຍເກີດຄວາມສົນໃຈ ແລະ ຮູ້ສຶກສະໜຸກສະໜານດືງດູດຈິດໃຈຢາກເຮັດການບໍາບັດເລື່ອຍໆ

ຜົນວິໄຈການພັດທະນາ ປອກແຂນບໍາບັດເຊັ່ນ SCRIPT ໃນຊ່ວງ 3 ປີທີ່ຜ່ານມາ ທີມວິໄຈໄດ້ລົງທຶນໄປກັບໂຄງການນີ້ປະມານ 1250 ລ້ານກີບ ແລະ ຕອນນີ້ຖົງມືຫຸ່ນຍົນ SCRIPT ກໍ່ໄດ້ຜ່ານການພິສູດສີມືໃນການຊ່ວຍບໍາບັດ ຜູ້ປ່ວຍ ກຽມພ້ອມທີ່ຈະຊ່ວຍເຫຼືອ ຜູ້ປ່ວຍໂນໝໍແລ້ວ

ທີ້ມາ: Arip .co.th

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...