Homeນານາສາລະ5 ຂໍ້ຫ້າມຢ່າເຮັດກັບໂຟມເພາະຍິ່ງເຮັດຍິ່ງຕາຍໄວ

5 ຂໍ້ຫ້າມຢ່າເຮັດກັບໂຟມເພາະຍິ່ງເຮັດຍິ່ງຕາຍໄວ

Published on

57785_full

ເປັນ​ພາ​ຊະນະ​ຍອດ​ນິຍົມ​ທີ່​ເຮົາ​ພົບ​ເຫັນ​ຫລາຍເທື່ອໂດຍ​ສະເພາະ​ເມື່ອ​ນຳ​ໄປ​ໃສ່​ອາຫານ ຊຶ່ງ​ໃນ​ກັບ​ໂຟມ​ມີ​ສານ​ເຄ​ມີ​ທີ່​ກໍ່​ເຮັດ​ເກີດ​ພະຍາດ​ມະ​ເຮັງແມ່ນ​ທຸກ​ຄົນ​ຈະ​ຮູ້​ເຖິງ​ໄພ​ໃກ້​ໂຕ ແຕ່​ກໍ່ຫ້າມ​ໃຈເລືອກ​ສຸຂະພາບ​ດີ​ແທນ​ຄວາມສະດວກ​ສະບາຍ​ໃນ​ການ​ກິນ​ອາຫານ​ບໍ່​ໄດ້ເຮົາ​ຈຶ່ງ​ໄດ້​ເຫັນ​ຄົນ​ທົ່ວ​ໆໄປ​ຍັງ​ກິນ​ອາຫານ​ທີ່ໃສ່ກັບ​ໂຟມໂດຍ​ສະເພາະ​ການ​ກິນ​ອາຫານ​ໂດຍ​ກົງ​ຈາກ​ກັບ​ໂຟມກໍ​ຍິ່ງ​ເພີ່ມ​ອັນຕະລາຍ​ຂຶ້ນ​ຫລາຍ​ເທົ່າ​ໂຕ

ສຳລັບ​ພຶດຕິກຳ​ທີ່​​ບໍ່​ຄວນ​ເຮັດ​ກັບກັບໂຟມເພາະ​ກັບ​ເປັນ​ການ​ເພີ່ມແລະ​ເລັ່ງ​ໃຫ້​ສານ​ເຄ​ມີ​ອັນຕະລາຍ​ໃນ​ໂຟມ​ປົນ​ເປື້ອນ​ອາຫານຊຶ່ງ​ສົ່ງ​ຜົນ​ໃຫ້​ເຮົາ​ໄດ້ຮັບ​ອັນຕະລາຍ​ເພີ່ມ​ຫລາຍ​ຂຶ້ນ

1.ຫລີກ​ລ້ຽງ​ເຮັດໃຫ້​ກັບໂຟມ​ໄດ້ຮັບ​ອຸນຫະພູມ​ທີ່​ສູງ​ຂຶ້ນຫລື​ເຢັນ​ລົງ​ເພາະ​ສາ​ນຣົສໄຕ​ລີນ​ຈະ​ຊຶມ​ເຂົ້າ​ສູ່​ອາຫານ​ໄດ້​ຫລາຍກວ່າ​ປົກກະຕິ

2.ຫ້າມ​ໃສ່​ອາຫານ​ມັນຫລື​ປຸງ​ລົດ​ອາຫານ​ດ້ວຍ​ນ້ຳ​ສົ້ມ​ສາຍ​ຊູ​ແອວກໍ​ຮໍລົງ​ໃນ​ອາຫານ​ທີ່​ບັນ​ຈຸ​ກັບ​ໂຟມ​ໂດຍ​ກົງເພາະ​ໄຂ​ມັນແລະ​ນ້ຳ​ສົ້ມ​ຈະ​ດູດ​ສາ​ນຣົສໄຕ​ລີນ​​ຈາກ​ກັບ​ໂຟມ​ໄດ້​ຫລາຍກວ່າ​ເກົ່າ

3.ຖ້າ​ຈຳ​ເປັນ​ຕ້ອງ​ຊື້​ອາຫານ​ໃສ່​ກັບ​ໂຟມກັບ​ມາ​ຮອດ​ຕ້ອງ​ຮີບ​ຖ່າຍ​ອາຫານ​ຈາກ​ກັບໂຟມ​ໃສ່​ພາ​ຊະນະ​ທີ່​ປອດ​ໄພ​ທັນ​ທີເພາະ​ການ​ປ່ອຍ​ໄລ​ຍະ​ເວລາ​ໃຫ້​ອາຫານ​ຢູ່ໃນ​ກັບໂຟມ​ດົນ​ເທົ່າໃດຍິ່ງ​ເຮັດໃຫ້​ຣົສໄຕ​ລີນ​​ເຂົ້າໄປ​ຢູ່ໃນ​ອາຫານ​ໄດ້​ຫລາຍ​ຂຶ້ນ

4.ຢ່າ​ນຳ​ກັບໂຟມ​ທີ່​ບັນ​ຈຸ​ອາຫານ​ເຂົ້າໄປ​ອຸ່ນ​ໃນ​ໄມ​ໂຄ​ເວ​ຟ​ເດັດ​ຂາດເພາະ​ສານ​ກໍ່​ມະ​ເຮັງ​ຈະ​ໄຫລ​ອອກ​ມາ​ໄດ້​ໄວ​ຂຶ້ນ

5.ຢ່າ​ເລືອກ​ອາຫານ​ບັນ​ຈຸ​ກັບໂຟມ​ທີ່​ມີ​ພາສຕິກ​ຮອງ​ກົ້ນ​ກ່ອງເພາະ​ຖື​ເປັນ​ການ​ຮັບ​ສານ​ມະ​ເຮັງ​ເພີ່ມ​ຂຶ້ນ​ເປັນ2ເທົ່າ​

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...