spot_img
Homeນານາສາລະກາເຟດີຫລືບໍ່ດີຕໍ່ຫົວໃຈກັນແທ້

ກາເຟດີຫລືບໍ່ດີຕໍ່ຫົວໃຈກັນແທ້

Published on

117212179

ມີ​ຜົນ​ງານ​ວິ​ໄຈ​ລ່າ​ສຸດ​ບອກວ່າ​ການ​ດື່ມ​ກາ​ເຟ​ອາດ​ຊ່ວຍ​ຊຳ​ລະ​ລ້າງ​ຫລອດ​ເລືອດ​ຫົວ​ໃຈ ງານ​ວິ​ໄຈ​ເລື່ອງ​ນີ້​ເປັນ​ຂອງ​ນັກ​ວິ​ໄຈ​ສ.ເກົາ​ຫລີ​​ຊຶ່ງ​ເຜີຍແຜ່​ໄວ້​ໃນ​ວາລະສານບອກວ່າ​ຄົົນທີ່​ດື່ມ​ກາ​ເຟ​ມື້​ລະ3ເຖິງ5ຈອກມີທ່າອ່ຽງ​ໜ້ອຍ​ທີ່​ຈະ​ມີ​ສັນ​ຍານ​ບົ່ງ​ບອກ​ອາການ​ຂອງ​ພະຍາດ​ຫົວ​ໃຈ

ທີ່​ຜ່ານມາ​ມີ​ຜົນ​ການສຶກສາ​ຫລາຍ​ຢ່າງ​ທີ່​ບອກ​ວ່າ​ການ​ດື່ມ​ກາ​ເຟ​ເປັນ​ປັດ​ໄຈ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ຫົວ​ໃຈບໍ່​ວ່າ​ຈະ​ເປັນ​ການ​ມີ​ຄໍ​ເລດ​ເຕີ​ລໍ​ເພີ່ມຫລື​ຄວາມ​ດັນ​ສູງ​ຂຶ້ນຂະນະ​ທີ່​ງານ​ວິ​ໄຈ​ອັນອື່ນໆບອກວ່າ​ກາ​ເຟ​ຊ່ວຍ​ປົກ​ປ້ອງ​ຫົວ​ໃຈຂະນະ​ນີ້​ຍັງ​ບໍ່​ມີ​ຂໍ້​ສະຫລຸບ​ເລື່ອງ​ນີ້​ແລະ​ງານ​ວິ​ໄຈ​ອັນ​ລ່າ​ສຸດ​ນີ້​ກໍ​ພຽງ​ເປີດ​ປະ​ເດັນ​ໃຫ້​ຖຽງ​ກັນ​ເລື່ອງ​ນີ້​ຕໍ່ໄປ

ນັກ​ວິ​ໄຈສ.​ເກົາ​ຫລີ​​ວິ​ເຄາະ​ຜົນ​ກາ​ນ​ແກນ​ຫົວ​ໃຈ​ຂອ​ງພະ​ນັກ​ງານ​ບໍລິສັດ​ທັງ​ເພດ​ຊາຍ​ແລະ​ຍິງ​ກວ່າ25, 000ຄົົນທີ່​ໄດ້ຮັບ​ການ​ກວດ​ສຸຂະພາບ​ເປັນ​ປະຈຳ​ພົບ​ວ່າພະ​ນັກ​ງານ​ທີ່​ດື່ມ​ກາ​ເຟ​ມີ​ໂອ​ກາດ​ເກີດ​ການ​ສະ​ສົມ​ຂອງ​ແຄ​ຊຽມ​ທີ່​ຝາ​ໃນ​ຫລອດ​ເລືອດ​ໂຄ​ໂລ​ນາ​ລີ​ຊຶ່ງ​ເປັນ​ຫລອດ​ເລືອດ​ທີ່​ໄປ​ລ້ຽງ​ຫົວ​ໃຈ​ໜ້ອຍ​ກວ່າ​ຄົົນທີ່​ບໍ່​ໄດ້​ດື່ມ
ໃນ​ການ​ວິ​ເຄາະນັກ​ວິ​ໄຈ​ເບິ່ງ​ທ່າອ່ຽງການ​ເກີດ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ​ຊຶ່ງ​ເກີດ​ຂຶ້ນ​ໄດ້​ເມື່ອ​ມີ​ການ​ກໍ່​ໂຕຂອງ​ຝາ​ຫລອດ​ເລືອດຊຶ່ງ​ອາດຈະ​ເປັນ​ຜົນ​ຈາກ​ການ​ມີ​ແຄ​ຊຽມ​ຫລື​ໄຂ​ມັນ​ໄປ​ເກາະຢ່າງໃດ​ກໍ​ດີ​ບໍ່​ພົບ​ວ່າ​ມີ​ກຸ່ມ​ໂຕຢ່າງ​ຄົນ​ໃດ​ປ່ວຍ​ເປັນ​ພະຍາດ​ຫົວ​ໃຈແຕ່​ພົບ​ວ່າ​ມີ​ການ​ສະ​ສົມ​ຂອງ​ແຄ​ຊຽມ​ໃນ​ຫລອດ​ເລືອດໃນ​ກຸ່ມ​ຕົວ​ຢ່າງ​ກວ່າ1ໃນ10
ນັກ​ຄົ້ນ​ຄວ້າ​ໄດ້​ນຳ​ຜົນສະແກນ​ທັງ​ໝົດ​ທີ່​ໄດ້ມາ​ປຽບທຽບ​ກັບ​ຂໍ້​ມູນ​ຂອງ​ກຸ່ມ​ຕົວ​ຢ່າງ​ແຕ່​ລະ​ຄົນ​ໂດຍ​ພິຈາລະນາ​ລວມ​ເຖິງ​ປັດ​ໄຈ​ທີ່​ກ່ຽວ​ຂ້ອງ​ອື່ນໆຢ່າງ​ເຊັ່ນ​ການ​ສູບ​ຢາອອກ​ກຳ​ລັງ​ກາຍປະຫວັດ​ການ​ປ່ວຍ​ເປັນ​ພະຍາດ​ຫົວ​ໃຈ​ພາຍ​ໃນ​ຄອບຄົວຢ່າງໃດ​ກໍ​ດີນັກ​ວິ​ໄຈ​ບອກວ່າ​ຍັງ​ຕ້ອງ​ຄົ້ນ​ຄວ້າ​ເພີ່ມເຕີ່ມ​ເພື່ອ​ຢືນຢັນ​ເລື່ອງ​ນີ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...