spot_img
Homeນານາສາລະປະຈຳເດືອນບໍ່ມາ ເປັນເພາະສາເຫດຫຍັງ

ປະຈຳເດືອນບໍ່ມາ ເປັນເພາະສາເຫດຫຍັງ

Published on

images

ປະຈຳ​ເດືອນເປັນ​ເລືອດ​ທີ່​ເກີດ​ຈາກ​ການ​ຫລຸດ​ລອກ​ຂອງ​ເຍື່ອ​​ໂພງ​ມົດລູກຊຶ່ງ​ຈະ​ໄຫລ​ອອກ​ມາ​ທາງ​ຊ່ອງຄອດ​ຂອງ​ຜູ້ຍິງ​ໃນ​ທຸກ​ໆເດືອນໂດຍ​ເລື່ອງ​ນີ້​ຖື​ເປັນ​ເລື່ອງ​ປົກກະຕິ​ສຳລັບ​ຜູ້ຍິງແຕ່​ທັງ​ນີ້​ຈະ​ບໍ່​ປົກກະຕິຖ້າ​ມີ​ເດືອນ​ໃດ​ທີ່​ປະຈຳ​ເດືອນ​ຂາດຫລື​ມາ​ບໍ່​ກົງ​ເວລາ ຊຶ່ງ​ບັນຫາ​ນີ້​ກໍ​ອາດ​ເຮັດໃຫ້​ສາວໆຫລາຍ​ຄົນ​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ຂຶ້ນ​ໄດ້ໂດຍ​ສິ່ງ​ທໍາອິດ​ທີ່​ສາວໆຈະ​ຄິດ​ກໍ​ຄືສົງ​ໄສ​ວ່າ​ຕົວ​ເອງ​ກຳ​ລັງ​ຈະ​ຖືພາ​ຫລື​ບໍ່?ເພາະ​ການ​ທີ່​ປະຈຳ​ເດືອນ​ບໍ່​ມາ​ນັ້ນ​ບໍ່​ໄດ້​ແປ​ວ່າ​ເຮົາ​ຈະ​ຕ້ອງ​ຖືພາ​ສະເໝີ​ໄປຊຶ່ງ​ຍັງມີ​ອີກ​ຫລາຍ​ສາ​ເຫດ​ທີ່​ອາດ​ເຮັດໃຫ້​ປະຈຳ​ເດືອນ​ບໍ່​ມາ​ໄດ້​ເຊັ່ນ​ກັນຊຶ່ງ​ສາ​ເຫດ​ທີ່​ວ່າ​ນີ້​ອາດ​ເກີດ​ຂຶ້ນ​ໄດ້​ຈາກ…

ມີ​ບັນຫາ​ສຸຂະພາບເຊັ່ນເຈັບ​ປ່ວຍ​ຊຳເຮື້ອ,ຕ່ອມ​ໄທ​ລອຍມີ​ບັນຫາເພາະ​ຜູ້ຍິງ​ທີ່​ມີ​ຄວາມ​ຜິດ​ປົກກະຕິ​ຂອງ​ຕ່ອມ​ໄທ​ລອຍຈະ​ເຮັດໃຫ້​ການ​ຜະລິດ​ຮໍໂມນ​ໜ້ອຍ​ເກີນ​ໄປ

ຄຽດສາວໆທີ່​ຄຽດ​ເລື້ອຍໆຈະ​ສົ່ງ​ຜົນ​ໃຫ້​ມີ​ຄວາມ​ຜິດ​ປົກກະຕິ​ທາງ​ດ້ານ​ອາລົມແລະ​ການ​ປ່ຽນ​ແປງ​ທາງ​ຮໍໂມນເຮັດໃຫ້​ປະຈຳ​ເດືອນ​ຄາດ​ເຄື່ອນ​ຫລື​ບໍ່​ມາ​ໄດ້

ອອກ​ກຳ​ລັງ​ກາຍ​ໜັກ​ເກີນ​ໄປຈະ​ສັງເກດ​ໄດ້​ວ່າ​ນັກ​ກິລາ​ຍິງ​ສ່ວນ​ຫລາຍ​ຈະ​ມີ​ປະຈຳ​ເດືອນ​ມາ​ບໍ່​ເປັນ​ປົກກະຕິອັນ​ເນື່ອງ​ມາ​ຈາກ​ການ​ເຝິກ​ຊ້ອມ​ຮ່າງກາຍ​ໜັກ​ເກີນ​ໄປຫລື​ອອກ​ກຳ​ລັງ​ກາຍ​ແລ້ວ​ນ້ຳ​ໜັກຫ​ລຸດລົງ​ຢ່າງວ່ອງໄວຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ໄຂ​ມັນ​ໃນ​ຮ່າງກາຍ​ຕ່ຳແລະ​ຖ້າ​ປະລິມານ​ໄຂ​ມັນ​ໃນ​ຮ່າງກາຍ​ຕ່ຳ​ກວ່າ5%ຮ່າງກາຍ​ອາດ​ຢຸດ​ຜະລິດ​ຮໍ​ໂມນ​ເອດ​ໂຕ​ເຈນ​ແລະ​ລະ​ງັບ​ການ​ຕົກ​ໄຂ່ເຮັດໃຫ້​ປະຈຳ​ເດືອນ​ບໍ່​ມາ​ຕາມ​ປົກກະຕິ

ກິນ​ຢາ​ຄຸມ​ກຳ​ເນີດ​ບາງ​ໂຕກິນ​ແລ້ວ​ອາດຈະ​ມີ​ຜົນ​ຂ້າງ​ຄຽງເຮັດໃຫ້​ປະຈຳ​ເດືອນ​ຂາດ​ໄປ​ປະ​ມານ3-4ເດືອນຊຶ່ງ​ເລື່ອງ​ນີ້​ສຳລັບ​ສາວໆທີ່​ຕ້ອງ​ການ​ຄຸມ​ກຳ​ເນີດ​ດ້ວຍ​ການ​ກິນ​ຢາ​ຄຸມ ຄວນ​ສຶກ​ສາ​ຜົນ​ຂ້າງ​ຄຽງ​ໃຫ້​ດີ​ເສຍ​ກ່ອນ

ກິນ​ຢາ​ບາງ​ຊະນິດກິນ​ແລ້ວ​ອາດຈະ​ເຮັດໃຫ້​ປະຈຳ​ເດືອນ​ບໍ່​ມາ​ໄດ້ເຊັ່ນ corticosteroids, ຢາ​ແກ້​ພະຍາດ​ຊຶມ​ເສົ້າ antidepressants, antipsychotics, ຢາ​ປິ່ນປົວພະຍາດ​ໄທ​ລອຍແລະ​ເຄ​ມີ​ບຳ​ບັດ​ບາງ​ຊະນິດເປັນ​ຕົ້ນ

ຮວຍໄຂ່​ຜິດ​ປົກກະຕິອາການ​ຜິດ​ປົກກະຕິ​ຂອງ​ຮວຍໄຂ່ເປັນ​ສາ​ເຫດ​ໜຶ່ງ​ທີ່​ເຮັດໃຫ້​ປະຈຳ​ເດືອນ​ມາ​ບໍ່​ປົກກະຕິນອກ​ຈາກ​ນີ້​ສຳລັບ​ສາວໆທີ່​ມີ​ຄວາມ​ຜິດ​ປົກກະຕິ​ຂອງ​ຮວຍໄຂ່​ຍັງ​ສົ່ງ​ຜົນ​ໃຫ້​ມີ​ລູກຍາກນໍາ​ອີກ​

ຖືພາຂໍ້​ນີ້​ອາດ​ເປັນ​ສາ​ເຫດ​ທີ່​ພົບ​ເລື້ອຍ​ໆທີ່ສຸດຊຶ່ງ​ຜູ້ຍິງ​ທີ່​ຖືພາຈະ​ບໍ່​ມີ​ປະຈຳ​ເດືອນ​ມາຈົນ​ກວ່າ​ຈະ​ເກີດ​ລູກ​ແລ້ວ​ຮ່າງກາຍ​ເປັນ​ປົກກະຕິແຕ່​ທັງ​ນີ້​ສຳລັບ​ສາວໆຄົົນໃດ​ສົງ​ໄສ​ວ່າ​ທີ່​ປະຈຳ​ເດືອນ​ຂາດ​ໄປ​ນັ້ນ​ຈະ​ເປັນ​ເພາະ​ຖືພາ​ຫລື​ບໍ່ແນະ​ນຳ​ໃຫ້​ຊື້​ອຸປະກອນ​ກວດ​ການ​ຖືພາຫລື​ໄປ​ພົບ​ແພດ​ເພື່ອ​ກໍ່ການ​ກວດ​ສອບ​ໃຫ້​ຮູ້​ກັນ​ໄປ​ເລີຍ​ຈະ​ດີກວ່າ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...