Homeຂ່າວການສຶກສາ ນັກຮຽນລົ້ນ​ຫ້ອງ ​ຍັງ​ເປັນ​ສິ່ງ​ທ້າ​ທາຍ ​ຢູ່ຫຼາຍທ້ອງ​ຖິ່ນ​ໃນ​ຊົນນະບົດ

ນັກຮຽນລົ້ນ​ຫ້ອງ ​ຍັງ​ເປັນ​ສິ່ງ​ທ້າ​ທາຍ ​ຢູ່ຫຼາຍທ້ອງ​ຖິ່ນ​ໃນ​ຊົນນະບົດ

Published on

children-in-school-in-laos

ໃນ​ສົກຮຽນ 2014-2015 ການ​ພັດທະນາ​ວຽກງານ​ສຶກສາ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ໄປ​ຄຽງ​ຄູ່​ກັບ​ການ​ພັດ ທະນາ​ເສດຖະກິດ​ຂອງ​ປະ​ເທ​ດຊາດ ​ແຕ່​ສິ່ງ​ທີ່ໜ້າ​ເປັນ​ຫ່ວງ​ໃນ​ປັດຈຸບັນແມ່ນສະພາບ​ການ​ຮຽນຢູ່​ຫຼາຍທ້ອງ​ຖິ່ນໃນ ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກນັບ​ວ່າ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ມີ​ສິ່ງ​ທ້າ​ທາຍ​ຫຼາຍຕໍ່ຂະ​ແໜງການ​ສຶກສາ ​ຄື: ​ໂຮງຮຽນຊັ້ນ ປະຖົມ-ມັດ​ຖະຍົມ ຂອງ​ລັດໃນຕົວເມືອງອາຄານ​ການ​ຮຽນ   ມີພຽງພໍ​ແຕ່​ນັກຮຽນຊ້ຳພັດ​ມີໜ້ອຍ ແລະ ຂະນະ​ທີ່​ການ​ສຶກສາ​ເຂດ​ຊົນນະ ບົດ​ຫ່າງ​ໄກ​ສອກຫຼີກ, ນັກຮຽນມີຫຼາຍ ​ແຕ່​ອາຄານ​ຮຽນພັດມີໜ້ອຍເຊິ່ງຍັງບໍ່ທັນສົມດູນກັນ ດັ່ງ​ນັ້ນ   ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກໍ​ຄື​ສະມາຄົມ​ພໍ່ ແມ່​ນັກຮຽນ ຈະ​ຕ້ອງ​ໄດ້​ເພີ່​ມທະວີ​ຄວາມ​ເອົາ​ໃຈ​ໃສ່​ຂະຫຍາຍ​ໂຮງ ຮຽນ ຢູ່​ໃນ​ເຂດ​ຂອງ​ຕົນ ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ. ເຊັ່ນ: ຢູ່ເມືອງທ່າແຕງ ແຂວງເຊກອງ ມີໂຮງຮຽນມັດທະຍົມ 3 ແຫ່ງ ແຕ່ລະຫ້ອງສາມາດບັນ ຈຸນັກຮຽນໄດ້ແຕ່ 50-60 ຄົນ ໂດຍທີ່ບໍ່ທັນເວົ້າເຖິງໂຮງຮຽນຊັ້ນປະຖົມ. ເຊິ່ງຈາກບັນຫາດັ່ງ ກ່າວໄດ້ສົ່ງຜົນເຮັດໃຫ້ການ ສຶກສາຢູ່ ເຂດຊົນນະບົດບໍ່ມີຄຸນນະພາບດີເທົ່າທີ່ຄວນ, ເຮັດໃຫ້ການຮຽນ-ການສອນລະ ຫວ່າງຕົວເມືອງ ແລະ ຊົນນະບົດມີ

ຄວາມແຕກຕ່າງກັນ. ດັ່ງນັ້ນໃນສົກຮຽນ 2014-2015 ເຖິງວ່າກະຊວງສຶກສາທິ ການ ແລະ ກິລາ ຈະມີແຜນການຂະຫຍາຍ ຫ້ອງຮຽນໃຫ້ຫຼາຍຂຶ້ນກວ່າສົກຮຽນປີຜ່ານມາ ແຕ່ສິ່ງສຳຄັນຂະແໜງການ ສຶກສາຂັ້ນເມືອງ ແລະ ແຂວງຕ້ອງນຳສະເໜີໄປ ຫາສູນກາງເພື່ອຂະຫຍາຍຫ້ອງຮຽນໃຫ້ກ້ວາງຂວາງ ແລະ ທົ່ວເຖິງ, ໂດຍຫຼີກເວັ້ນແນວຄິດເອື່ອຍອີງຄອງຖ້າງົບປະມານຂອງ ລັດຖະບານ ແລະ ການຊ່ວຍເຫຼືອຈາກຕ່າງປະເທດເທົ່ານັ້ນ. ໃນສົກປີຜ່ານມາທົ່ວປະເທດສາມາດຂະຫຍາຍຫ້ອງຮຽນເພີ່ມ ຂຶ້ນຈາກ 3.860 ຫ້ອງ ເປັນ 4.294 ຫ້ອງ ໃນປີ 2013-2014 , ອັດຕາເຂົ້າຮຽນລວມເພີ່ມຈາກ 37,3% ເປັນ 41.3% ໃນປີ 2013-2014.

 

ແຫລ່ງ​ຂ່າວ: ລາ​ວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...