spot_img
Homeນານາສາລະຖູແຂ້ວຊ່ວຍເບິ່ງແຍງປາກໄດ້ພຽງແຕ່ 25%

ຖູແຂ້ວຊ່ວຍເບິ່ງແຍງປາກໄດ້ພຽງແຕ່ 25%

Published on

26_20130724103210.

ຫລາຍຄົນ​ອາດຈະ​ບໍ່​ເຄີຍ​ຮູ້​ວ່າ:ການ​ຖູ​ແຂ້ວ​ເບິ່ງແຍງ​ໄດ້​ພຽງ 25%   

ຫລາຍ​ຄົນ​ຄິດວ່າ​ພຽງແຕ່ຖູ​ແຂ້ວ​ທຸກ​ມື້​ເຊົ້າ​ແລງ​ກໍ່​ຈະ​ພຽງ​ພໍສຳລັບ​ການ​ເບິ່ງແຍງ​​ປາກ​ຂອງ​ເຮົາ​ແລ້ວຊຶ່ງ​ຄວາມ​ຈິງ​ການ​ຖູ​ແຂ້ວ​ຊ່ວຍ​ໄດ້​ພຽງ25%ເທົ່າ​ນັ້ນເພາະ​ຜິວ​ແຂ້ວ​ເປັນພຽງ 25%ຂອງ​ພື້ນ​ຜິວ​ພາຍ​ໃນ​​ປາກແຕ່​​ແບກ​ທີ​ເຣຍ​ພັດ​ອາໄສ​ຢູ່​ທຸ​ກມູມ​ໃນ​ປາກ​ຂອງ​ເຮົາທັງ​ແຂ້ວ,ເຫງືອກ,ແກ້ມ,ເພ​ດານ​ປາກ,ການ​ຖູ​ແຂ້ວ​ຈຶ່ງ​ຊ່ວຍ​ເຮັດໃຫ້​ເຮົາ​ຮູ້ສຶກ​ວ່າ​ແຂ້ວ​ສະ​ອາດ ແຕ່​ແບກ​ທີ​ເຣຍ​ຍັງ​ຕົກ​ຄ້າງ​ຢູ່ໃນ​​ປາກ​ຂອງ​ເຮົາ​ເຕັມ​ໄປຫມົດ​ເລີຍແລະ​ອາດ​ເກີດເປັນ​ຄາບ​ແບກ​ທີ​ເຣຍ​ໄດ້​ພາຍຫລັງ​ຈາກ​ຖູແຂ້ວ​ສຳເລັດຄາບ​ແບກ​ທີ​ເຣຍ​ນີ້​ເອງ​ທີ່​ເປັນ​ສາ​ເຫດ​ໜຶ່ງ​ຂອງ​ບັນຫາ​ໃນປາກ​ຕ່າງໆເຊັ່ນແຂ້ວແມງ,ກິ່ນ​ປາກ,ເຫງືອກ​ອັກ​ເສບລວມແລະອື່ນໆ​ 

ນ້ຳ​ຢາ​ບ້ວນ​ປາກຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຫລວງຫລາຍເພາະ​ຊ່ວຍ​ເບິ່ງແຍງ​ປາກ​ໄດ້​ຢ່າງ​ທົ່ວ​ເຖິງຄວນ​ໃຊ້​ນ້ຳ​ຢາ​ບ້ວນ​ປາກ​ທີ່​ປະສົມ​ສານ​ລະ​ງັບ​ເຊື້ອ​ທຸກ​ເທື່ອ​ຫລັງ​ຖູແຂ້ວຈະ​ຊ່ວຍ​ກຳຈັດ​ແບກ​ທີ​ເຣຍ​ໄດ້​ທົ່ວ​ປາກແມ່ນ​ໃນ​ບໍລິເວນ​ທີ່​ເຮົາ​ຖູແຂ້ວ​ບໍ່​ເຖິງນ້ຳ​ຢາ​ບ້ວນ​ປາກ​ຈະ​ຊ່ວຍ​ປ້ອງ​ກັນ​ພະຍາດ​ໃນ​ປາກ​ແລະຫ​ລຸດ​ເຊື້ອ​ແບກ​ທີ​ເຣຍສາວໆ​ຈຶ່ງ​ໝັ້ນໃຈ​ໄດ້​ເລີຍ​ວ່າ​ແຂ້ວ​ສະ​ອາດບໍ່​ມີ​ກິ່ນ​ປາກ​ແນ່ນອນ!!

ນ້ຳ​ຢາ​ບ້ວນ​ປາກຕ້ອງ​ເລືອກ​ແບບໃດ​ດີ?

ນ້ຳ​ຢາ​ບ້ວນ​ປາກ​ມີ​ຫລາກ​ຫລາຍ​ຍີ່​ຫໍ້ບາງ​ຄົນ​​ເລືອກ​ບໍ່​ຖືກສິ່ງ​ທໍາອິດ​ທີ່​ຕ້ອງ​ພິຈາລະນາ​ຄື ສານ​ອອກ​ລິດ​ແລະ​ຄຸນສົມບັດ​ຂອງ​ຜະລິດຕະພັນ​ຖ້າຕ້ອງ​ການ​ກຳຈັດ​ແບກ​ທີ​ເຣຍ​ຕົ້ນ​ເຫດ​ຂອງ​ບັນຫາ​ກິ່ນປາກເຮົາ​ຄວນ​ເລືອກ​ນ້ຳ​ຢາ​ບ້ວນ​ປາກ​ທີ່​ປະສົມ​ສານ​ແອນ​ຕີ​ແບກ​ທີ​ເຣຍສານ​ອອກ​ລິດ​ນ້ຳ​ມັນ​ສະ​ກັດ​ຈາກ​ທຳມະຊາດ(Essential Oil)ໄດ້ຮັບ​ການ​ພິສູດ​ເຖິງ​ປະ​ສິດ​ທິ​ພາບ​ໃນ​ການ​ຫລຸດ​ຄາບ​ແບກ​ທີ​ເຣຍ​ແລະ​ເຫງືອກ​ອັກ​ເສບແລະ​ຍັງ​ເປັນ​ສານ​ທີ່​ບໍ່​ມີ​ປະ​ຈຸຫລືnon-ionicຈຶ່ງ​ບໍ່​ເຮັດ​ປະ​ຕິ​ກິ​ລິ​ຢາ​ກັບ​ຢາ​ສີ​ແຂ້ວ​ຄື​ນ້ຳ​ຢາ​ບ້ວນ​ປາກ​ບາງ​ຊະນິດສາມາດ​ບ້ວນ​ຫລັງ​ຖູ​ແຂ້ວ​ໄດ້​ທັນ​ທີນ້ຳ​ຢາ​ບ້ວນ​ປາກ​ທີ່​ມີ​ສ່ວນ​ປະສົມ​ຂອງ​ນ້ຳ​ມັນ​ສະ​ກັດ​ຈາກ​ທຳມະຊາດ(Essential Oil)ຍັງມີ​ລົດ​ຊາດ​ສົດ​ຊື່ນ​ສະເພາະ​ໂຕທີ່​ໃຫ້​ຄວາມ​ຮູ້ສຶກ​ສະ​ອາດ​ແຕກ​ຕ່າງ​ຈາກ​ນ້ຳ​ຢາ​ບ້ວນ​ປາກ​ທົ່ວ​ໄປ

ສານ​ອອກ​ລິດກຸ່ມນ້ຳ​ຢາ​ບ້ວນ​ປາກໄດ້​ແກ່

  1. ຄໍ​ເຣກ​ຊິ​ດີນ (Chlorhexidine)
    ເປັນ​ສານ​ທີ່​ຊ່ວຍ​ຫລຸດ​ການ​ເກີດ​ຄາບ​ໄບ​ໂອ​ຟິ​ມ​ແລະ​ເຫງືອກ​ອັກ​ເສບ​ໄດ້ນ້ຳ​ຢາ​ບ້ວນ​ປາກ​ປະ​ເພດ​ນີ້​ຕ້ອງ​ໃຊ້​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ແພດໝໍ​ເທົ່າ​ນັ້ນຈຶ່ງ​ບໍ່​ເໝາະ​ສົມ​ທີ່​ຈະ​ໃຊ້​ເປັນ​ປະຈຳ​ທຸກ​ມື້ແລະ​ບໍ່​ຄວນ​ໃຊ້​ຕໍ່​ເນື່ອງ​ເກີນ 2 ອາທິດທີ່​ສຳຄັນ​ຕ້ອງ​ໃຊ້​ຫລັງ​ການ​ແປງ​ແຂ້ວ​ຢ່າງ​ໜ້ອຍ​ເຄິ່ງ​ຊົ່ວ​ໂມງເພາະ​ປະ​ສິດ​ທິ​ພາບ​ຂອງ​ນ້ຳ​ຢາ​ບ້ວນ​ປາກ​ຊະນິດ​ນີ້​ຈະ​ຫລຸດລົງ ແລະ​ບໍ່​ຄວນ​ກິນ​ອາຫານ​ຫລື​ນ້ຳ​ທັນ​ທີຫລັງບ້ວນປາກ
  2. ນ້ຳ​ມັນ​ສະ​ກັດ​ທຳມະຊາດ(Essential Oils)
    ອອກ​ລິດ​ຂ້າ​ເຊື້ອ​ແບກ​ທີ​ເຣຍ​ໃນ​ຊັ້ນ​ໄບ​ໂອ​ຟິມ​ໄດ້​ເລິກ​ກວ່າສາມາດ​ໃຊ້​ໄດ້​ທັນ​ທີພາຍຫລັງ​ຖູແຂ້ວແລະ​ໃຊ້​ໄດ້​ເປັນ​ປະຈຳ​ທຸກ​ມື້ບໍ່​ເຮັດໃຫ້​ເກີດ​ຄາບ​ສີ​ທີ່​ແຂ້ວ​ເມື່ອ​ໃຊ້​ຕໍ່​ເນື່ອງນ້ຳ​ຢາ​ບ້ວນ​ປາກ​ທີ່​ໃຊ້​ນ້ຳ​ມັນ​ສະ​ກັດ​ທຳມະຊາດ​ເປັນ​ສານ​ອອກ​ລິດ​ຈະ​ມີ​ລົດ​ຊາດ​ສະເພາະ​ໂຕ​ເມື່ອ​ໃຊ້ຄວາມ​ຮູ້ສຶກ​ເຢັນ​ຊ່າທີ່ເກີດຂື້ນ​ນັ້ນເກີດ​ຈາກEssential oilsໄປ​ກະຕຸ້ນ​ປະສາດ​ຮັບ​ຄວາມ​ຮູ້ສຶກ​ຮ້ອນ​ເຢັນ​ໃນ​​ປາກ​ໃຫ້​ຕອບສະຫນອງ​ຄວາມ​ຮູ້ສຶກ​ຫລາຍກວ່າ​ປົກກະຕິ​ຊົ່ວ​ຄາວເຮັດໃຫ້​ເກີດ​ຄວາມ​ຮູ້ສຶກ​ປະສົມ​ປະ​ສານ​ລະຫວ່າງ​ຄວາມ​ຮູ້ສຶກ​ເຢັນຄືການ​ອົມ​ນ້ຳ​ແຂງ ແລະ​ຄວາມ​ຮູ້ສຶກ​ຮ້ອນປານ​​ກິນໝາກເພັດ​ເມື່ອ​ບ້ວນ​ອອກ​ແລ້ວ​ຄວາມ​ຮູ້ສຶກ​ເຫລົ່າ​ນັ້ນ​ກໍ​ຈະ​ຫາຍ​ໄປບໍ່ແມ່ນ​ເກີດ​ຈາກ​ການ​ລະ​ຄາຍ​ເຄືອງ​​​ໃນ​ປາກ

3.ເຊ​ທິນ​ໄພ​ລິ​ດິ​ນຽມ ຄໍ​ໄລ (Cetylpyridinium Chloride ຫລື CPC)
ຊ່ວຍຫ​ລຸດ​ການ​ເກີດ​ຄາບ​ໄບ​ໂອ​ຟິມ​ແລະ​ເຫງືອກ​ອັກ​ເສບ​ໄດ້ຄວນ​ໃຊ້​ຫລັງ​ການ​ຖູແຂ້ວ​ຢ່າງ​ໜ້ອຍ​ເຄິ່ງ​ຊົ່ວ​ໂມງເພາະ​ປະ​ສິດ​ທິ​ພາບ​ຂອງ​ນ້ຳ​ຢາ​ບ້ວນ​ປາກ​ຊະນິດ​ນີ້​ຈະ​ຫລຸດລົງ ແລະ​ບໍ່​ຄວນ​ກິນ​ອາຫານ​ຫລື​ນ້ຳ​ທັນ​ທີພາຍຫລັງ​ບ້ວນປາກເພາະ​ອາດ​ເຮັດໃຫ້​ເກີດ​ການ​ການ​ຕິດ​ສີ​ເທິງ​ຜິວ​ແຂ້ວ​ຈາກ​ອາຫານ​ບາງ​ຊະນິດ​ໄດ້

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...