Homeສຸຂະພາບ ແລະ ສີ່ງແວດລ້ອມກິນ​ປາ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ

ກິນ​ປາ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ

Published on

webg_6046

ພະຍາດ​ຫົວ​ໃຈ​ແລະ​ຫລອດ​ເລືອດເປັນ​ພະຍາດ​ທີ່​ເປັນ​ສາ​ເຫດ​ການ​ເສັຍຊີວິດ​ເປັນ​ອັນ​ດັບ​ຕົ້ນໆຂອງ​​ໂລກ​ເລີຍແລະ​ຈາກ​ຂໍ້​ມູນ​ທາ​ງສະ​ຖິ​ຕິ​ຂອງ​ປະເທດ​ໃນ​ສະ​ຫະລັດ​ອາເມລິ​ກາ​ພົບ​ວ່າປະຊາຊົນ​ກວ່າ 2 ລ້ານ​ຄົນ​ມີ​ບັນຫາ​ກ່ຽວກັບພະຍາດ​ຫົວ​ໃຈແລະ​ຫລອດ​ເລືອດ​ຊຶ່ງ​ເປັນ​ພະຍາດ​ຊຳເຮື້ອທັງ​ນີ້​ການ​ເກີດ​ບັນຫາ​ກ່ຽວກັບ​ເສັ້ນ​ເລືອດ​ອາດຈະ​ສົ່ງ​ຜົນ​ໃຫ້​ບັນຫາ​ລະບົບ​ການ​ຫາຍ​ໃຈເຮັດໃຫ້​ຕ້ອງ​ຫາຍ​ໃຈ​ຖີ່​ໆແລະ​ຫອບສົ່ງ​ຜົນ​ເຮັດໃຫ້​ບໍ່​ສາມາດ​ອອກ​ກຳ​ລັງ​ກາຍ​ຫລື​ເຮັດ​ກິດຈະກຳ​ຕ່າງໆໄດ້​ລາຍ​ງານ​ວິ​ໄຈ​ຂອງ​​ທ່ານໝໍ Dariush Mozaffarian ຈາກ​ໂຮງ​ໝໍBrigham and Women’sມະຫາ​ວິທະຍາ​ໄລ Harvard Medical Schoolໃນ​ເມືອງ​ບອດ​ຕັນທີ່​ໄດ້​ຕີ​ພິມ​ຜົນ​ການສຶກສາ​ວິ​ໄຈ​ຜົນດີີ​ຂອງ​ການກິນປາ​ອົບ​ຫລື​ປິ້ງ​ຈະ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ຂອງ​ພະຍາດ​ຫົວ​ໃຈ​ແລະ​ຫລອດ​ເລືອດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ເວົ້າ​ເຖິງ​ປະໂຫຍດ​ຂອງ​ການ​ກິນປາວ່າ​ສາມາດ​ຫລຸດ​ຄວາມ​ສ່ຽງ​ກ່ຽວກັບ​ຄວາມ​ຜິດ​ປົກກະຕິ​ຂອງຫົວ​ໃຈແລະ​ຫລອດ​ເລືອດລວມ​ທັງ​ການ​ເຕັ້ນ​ທີ່​ຜິດ​ປົກກະຕິ​ຂອງ​ຫົວ​ໃຈທັງ​ນີ້​ກໍ​ຄວນ​ຢ່າງ​ຍິ່ງ​ທີ່​ຈະ​ກິນ​ປາ​ໃນ​ຮູບ​ແບ​ບອົບ​ຫລື​ປິ້ງບໍ່ແມ່ນ​ການ​ຈືນເພາະ​ການ​ຈືນ​ຈະ​ໄປ​ເພີ່ມ​ປະລິມານ​ໄຂ​ມັນ​ໃນ​ອາຫານ​ໃຫ້​ເພີ່ມ​ສູງ​ຂຶ້ນ​ຈາກຫົວ​ໃຈທີ່​ມີ4ຫ້ອງແທນ​ທີ່ 2 ຫ້ອງ​ລຸມ​ຊຶ່ງ​ມີ​ຫນ້າທີ່​ປໍ້າເພື່ອ​ສູບ​​ເລືອດ​ໄປ​ຈະ​ເຮັດວຽກ​ຢ່າງ​ປົກກະຕິ​ກໍ​ອາດຈະ​ເຮັດ​ບໍ່​ໄດ້​ເນື່ອງ​ຈາກ​ອາດ​ມີ​ການ​ອຸດ​ຕັນ​ໃນ​ຫລອດ​ເລືອດ​ເກີດ​ຂຶ້ນ​ໄດ້ແລະ​ເຫດການ​ແບບ​ນີ້​ກໍ​ເປັນ​ສາ​ເຫດ​ເຮັດໃຫ້​ເກີດ​ພາ​ວະ​ຫົວ​ໃຈ​ລົ້ມເຫລວໄດ້​ເຖິງ 15-20%

ທ່ານ​ໝໍ​ໄດ້​ເຮັດ​ການສຶກສາ​ໃນ​ຄົນ4, 815ຄົົນທີ່​ມີ​ອາ​ຍຸ​ເກີນ65ປີ​ຂຶ້ນ​ໄປ​ຕັ້ງ​ແຕ່​ປີ1989 ໂດຍ​ທ່ານໝໍ​ຈະ​ພະຍາຍາມ​ເຝົ້າ​ສັງເກດ​ແລະ​ສອບ​ຖາມ​ກ່ຽວກັບ​ການ​ກິນອາຫານ​ຂອງ​ຄົນ​ຕ່າງໆເຫລົ່າ​ນີ້ພົບ​ວ່າຄົົນທີ່​ກິນ​ປາ​ທີ່​ປຸງ​ດ້ວຍ​ການ​ປິ້ງ​ຫລື​ອົບ​ເລື້ອຍໆຈະ​ມີ​ໂອ​ກາດ​ທີ່​ຈະ​ມີ​ບັນຫາ​ຂອງ​ພະຍາດ​ກ່ຽວກັບ​ຫລອດ​ເລືອດ​ນ້ອຍ​ກວ່າແລະ​ຍັງ​ພົບ​ອີກວ່າ​ຄົົນທີ່​ກິນ1-4 ຕໍ່​ອາທິດກໍ​ຈະຫ​ລຸດ​ຄວາມ​ສ່ຽງ​ໄດ້​ຫລາຍ​ເຖິງ28%ເມື່ອ​ປຽບທຽບ​ກັບ​ຄົົນທີ່​ກິນ​ນ້ອຍ​ກວ່າ​ເດືອນ​ລະ​ເທື່ອ​ທ່ານ​ໝໍ​ໄດ້​ກ່າວ​ຕໍ່​ອີກວ່າ​ເຫດ​ດັ່ງ​ກ່າວ​ໜ້າ​ຈະ​ເປັນ​ຜົນ​ມາ​ຈາກ​ກົດ​ໄຂ​ມັນ Omega-3ທີ່​ມີ​ຫລາຍ​ໃນ​ປາ​ນັ້ນ​ເອງທັງ​ນີ້​ກົດ​ໄຂ​ມັນ​ດັ່ງ​ກ່າວ​ນອກ​ຈາກ​ຈະ​ພົບ​ໃນ​ປາ​ແລ້ວ​ຍັງ​ຈະ​ພົບ​ໄດ້​ໃນ​ອາຫານ​ອື່ນໆເຊັ່ນ wallnut ຜັກ​ໃບ​ຂຽວຊຶ່ງ​ກົດ​ໄຂ​ມັນ Omega-3 ນີ້​ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ຂອງ​ພະຍາດ​ຫົວ​ໃຈ​ແລະ​ຫລອດ​ເລືອດ​ເທົ່າ​ນັ້ນມັນ​ຍັງ​ຊ່ວຍ​ບຳ​ລຸງ​ສະຫມອງ​ໃຫ້​ມີ​ການ​ພັດທະນາ​ແລະ​ເຮັດວຽກ​ໄດ້​ດີນໍາ​ອີກ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...