spot_img
Homeຂ່າວທ້ອງຖິ່ນສາ­ລະ​ວັນ​ຈັດ​ພັນ​ກວ່າ​ຄົນ​ ລົງ​ສຳ​ຫຼວດພົນ­ລະ­ເມືອງ ດຽວ­ນີ້​ດຳ­ເນີນ​ຢ່າງ​ຄຶກ­ຄື້ນ!

ສາ­ລະ​ວັນ​ຈັດ​ພັນ​ກວ່າ​ຄົນ​ ລົງ​ສຳ​ຫຼວດພົນ­ລະ­ເມືອງ ດຽວ­ນີ້​ດຳ­ເນີນ​ຢ່າງ​ຄຶກ­ຄື້ນ!

Published on

522ae1c6a589918db1f8e056a4ba3f48

ສາ­ລະ​ວັນ​ແມ່ນ​ໜຶ່ງ​ໃນ​ບັນ­ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ​ທີ່​ໄດ້​ໃຫ້​ ຄວາມສຳ­ຄັນ​ຕໍ່​ວຽກ​ງານ​ການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສສຳ­ລັບ​ຄັ້ງ​ທີ 4 ນີ້  ແຂວງ​ໄດ້​ຈັດ​ກຳ­ລັງ​ພັນ​ກວ່າ​ຄົນ​ລົງ​ເດີນ​ສຳ​ຫຼວດ​ຢູ່​ບັນ­ດາ​ບ້ານ ໃນ​ນັ້ນ ພະ­ນັກງານ​ຄູ ກວມ​ອັດ­ຕາ​ສ່ວນ​ຫຼາຍ​ກວ່າ​ໝູ່ ໂດຍ​ທັງ​ນີ້​ຄະ­ນະ​ຮັບ­ຜິດ­ຊອບ​ຂັ້ນ​ແຂວງຢືນ­ຢັນ​ວ່າ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຈະ​ບັນ­ລຸ​ຜົນ­ສຳ­ເລັດ​ໄດ້​ຕາມ​ເວ­ລາ​ ທີ່ທາງ​ລັດ­ຖະ­ບານ​ກຳ­ນົດ​ໄວ້.

ເມື່ອ​ວັນ​ທີ 2 ມີ­ນາ​ຜ່ານ​ມາ ທ່ານ ລີ​ຕູ້ ບົວ​ປາວ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທັງເປັນຄະ­ນະ​ຊີ້​ນຳ​ການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສ​ລະ­ດັບ​ຊາດ ພ້ອມ​ດ້ວຍຄະ­ນະ​ໄດ້​ລົງ​ໄປ​ຕິດ­ຕາມ ແລະ ຊຸກ­ຍູ້​ການສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່​ອາ­ໄສທົ່ວ​ປະ­ເທດ ຄັ້ງ​ທີ 4 ຢູ່​ບ້ານ​ນາ​ກົກ​ໂພ, ບ້ານ​ນາ​ຂ້ອຍ​ສາວ ແລະ ບ້ານ​ນາ​ທູນນ້ອຍ ເມືອງ​ສາ­ລະ​ວັນ ແຂວງ​ສາ­ລະ​ວັນ.

ໂອ­ກາດ​ດັ່ງ­ກ່າວ ທ່ານ ໄຊ​ຍະ​ເດດ ວົງ­ສາ​ຣະ​ວັນ ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ແຂວງ​ສາ­ລະ​ວັນທັງ​ເປັນ​ຄະ­ນະ​ຊີ້​ນຳ​ການ​ສຳ​ຫຼວດ​ພົນ​ລະເມືອງ ແລະ ທີ່­ຢູ່​ອາ­ໄສ ຂັ້ນ​ແຂວງ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ແຂວງ​ສາ­ລະ​ວັນ ໄດ້​ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ສຳຫຼວດ​ພົນ­ລະ­ເມືອງ​ນັບ​ແຕ່​ ເວ­ລາ 8:00 ໂມງ​ຂອງ​ວັນ​ທີ 1 ມີ­ນາ​ເປັນ­ຕົ້ນ​ມາ ຢູ່ 5 ຮ້ອຍ​ກວ່າ​ບ້ານ​ຂອງ 8 ເມືອງ​ທີ່ຂຶ້ນ​ກັບ​ແຂວງ ໂດຍ​ເຫັນ​ວ່າ­ການ​ສຳ​ຫຼວດແມ່ນ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ທາງ​ຄະນະ­ວາງ​ໄວ້ ຫຼື ປະ­ມານ 80-85% ຊຶ່ງຄາດ­ໝາຍ​ນັກ​ເດີນ​ສຳ​ຫຼວດ​ຄົນ​ໜຶ່ງ​ຕ້ອງໄດ້ 10  ຄອບ­ຄົວ ແຕ່​ສາ­ມາດເຮັດ​ຕົວ​ຈິງ ໄດ້ 7-8 ຄອບ­ຄົວ​ໃນ​ໜຶ່ງ​ມື້.

ການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່ຢູ່​ອາ­ໄສ ຄັ້ງ​ນີ້​ໄດ້​ນຳ​ໃຊ້​ບຸກ​ຄະ­ລາ​ກອນເຂົ້າ​ໃນ​ການ​ສຳ​ຫຼວດ​ທັງ​ໝົດ 1.200 ຄົນທີ່​ໄດ້​ມາດ­ຕະ­ຖານ​ໂດຍ ໃນ​ນັ້ນ ແມ່ນ​ມາຈາກ​ຂະ­ແໜງ​ສຶກ​ສາ​ທີ່​ເປັນ​ຄູ​ສອນ​ກວມເກືອບ 70% ຂອງ​ນັກ​ເດີນ​ສຳ​ຫຼວດ​ທັງໝົດ ຮອງ​ລົງ​ແມ່ນ​ນາຍ­ບ້ານ ແລະ ພະ­ນັກງານ​ຈາກ​ພະ­ແນກ­ການ​ຫ້ອງ­ການ​ຕ່າງໆ ໃຫ້­ການ​ປະ­ກອບ­ສ່ວນ ໂດຍ​ງົບ­ປະ­ມານແຂວງ​ແມ່ນ​ໄດ້​ປະ­ກອບ​ສົມ­ທົບ​ທັງ​ໝົດ 1 ຕື້​ກີບ ໃຊ້​ໃນ​ການ​ການ​ຝຶກ​ອົບ­ຮົມການ​ກະ­ກຽມ​ເບື້ອງ​ຕົ້ນ​ໃນ​ຂັ້ນ​ແຂວງ ເມືອງສ່ວນ​ງົບ​ການ​ເດີນ​ສຳ​ຫຼວດ​ຕົວຈິງ​ແມ່ນ​ສູນ​ກາງ​ເປັນ​ຜູ້​ຮັບ­ຜິດ­ຊອບ ຊຶ່ງຄາດ​ວ່າ​ໃນ​ໄລ­ຍະ​ເວ­ລາ 7 ວັນ​ຂອງ​ການສຳ​ຫຼວດ​ຈະ​ບັນ­ລຸ​ໄດ້​ຕາມ​ລະ­ດັບ​ຄາດໝາຍ, ທ່ານ ໄຊ​ຍະ​ເດດ ວົງ­ສາ​ຣະ​ວັນ ກ່າວ.

ແນວ­ໃດ​ກໍ​ດີ ການ​ສຳ​ຫຼວດ​ພົນ​ລະເມືອງ ແລະ ທີ່­ຢູ່​ອາ​ໄສ​ນີ້ ທ່ານ ລີ​ຕູ້ ບົວປາວ ກ່າວ​ວ່າ: ແມ່ນ​ເປັນ​ການ​ເກັບ​ກຳຂໍ້​ມູນ​ສະ­ຖິ­ຕິ​ພື້ນ­ຖານ​ກ່ຽວ​ກັບ​ຈຳ­ນວນປະ­ຊາ­ກອນ, ໂຄງ​ປະ­ກອບ ແລະ ການເໜັງ​ຕີງ​ຂອງ​ພົນ­ລະ­ເມືອງ, ສະພາບ​ກ່ຽວກັບ​ລະ­ດັບ​ການ​ສຶກ​ສາ, ການ​ເຂົ້າ​ເຖິງການ​ບໍ­ລິ­ການ​ດ້ານ​ສຸ­ຂະ­ພາບ, ກຳ­ລັງແຮງ​ງານ, ສະ­ພາບ​ການ​ມີ​ວຽກ​ເຮັດ ງານ​ທຳ ແລະ ການ​ວ່າງ​ງານ,  ສະ­ພາບການ​ເຄື່ອນ​ຍ້າຍ​ຂອງ​ປະ­ຊາ­ກອນ ແລະ ລັກ­ສະ­ນະ​ຂອງ​ທີ່­ຢູ່​ອາ­ໄສອັນ​ເປັນ​ພື້ນຖານ​ກ່ຽວ​ກັບ​ການ​ດຳ­ລົງ​ຊີ­ວິດ​ ຂອງ​ພົນ­ລະ­ເມືອງ​ລາວ​ໃນ​ໄລ­ຍະ 10 ປີ­ຜ່ານ­ມາ.

ທັງ​ນີ້ ຜົນ​ຂອງ​ການ​ສຳ​ຫຼວດ​ຄັ້ງ​ນີ້ ຈະ​ເປັນ​ແຫຼ່ງ​ຂໍ້​ມູນ​ທີ່​ສຳ­ຄັນ​ເພື່ອ​ສະ­ໜອງສຳ­ລັບ​ການ​ຕີ​ລາ­ຄາ ແລະ ປະ​ເມີນ​ຜົນ​ສຳເລັດ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດທະ​ນາ​ເສດ­ຖະ­ກິດ- ສັງ­ຄົມ​ແຫ່ງ​ຊາດ​ຄັ້ງທີ 7 ແລະ ການ​ປະ​ເມີນ​ຜົນ​ການ­ຈັດ­ຕັ້ງປະ­ຕິ­ບັດ​ບັນ­ດາ​ເປົ້າ​ໝາຍ​ສະ­ຫັດ​ສະ​ວັດດ້ານ ​ການ​ພັດ­ທະ­ນາ​ໃນ​ປີ 2015 ພ້ອມດຽວ​ກັນ​ນັ້ນ ຍັງ​ເປັນ​ແຫຼ່ງ​ຂໍ້​ມູນ​ຂ່າວສານ​ສະ­ຖິ­ຕິ​ທີ່​ຈຳ­ເປັນ​ໃຫ້​ແກ່​ການ​ກະກຽມ​ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ແລະ ກະ­ກຽມ​ການ​ສ້າງ​ແຜນ​ພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ​ຄັ້ງ​ທີ  VII (2016-2020) ກໍ​ຄື​ການ​ຫຼຸດ​ພົ້ນ​ອອກຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍ​ພັດ​ທະນາ​ໃນ​ປີ 2020 ແລະ ຍຸດ​ທະ​ສາດ​ພັດທະ​ນາ 2030.

ສ່ວນ​ໃນ​ມື້­ນີ້​ວັນ​ທີ 3 ມີ­ນາ 2015 ທ່ານ ລີ​ຕູ້ ບົວ​ປາວ ຈະ​ລົງ​ຕິດ­ຕາມ​ຊຸກ­ຍູ້ການ​ສຳ​ຫຼວດ​ພົນ­ລະ­ເມືອງ ແລະ ທີ່­ຢູ່ເມືອງ​ນະ­ຄອນ​ເພັງ ແຂວງ​ສາ­ລະ​ວັນ​ຕື່ມອີກ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄົມ

 

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...