spot_img
Homeຂ່າວພາຍ​ໃນຂໍ້ຂັດແຍ້ງລະຫວ່າງ ຈີນແລະຍີ່ປຸ່ນ ທ້າທາຍ ສະໄໝທີສອງ ຂອງທ່ານໂອບາມາ

ຂໍ້ຂັດແຍ້ງລະຫວ່າງ ຈີນແລະຍີ່ປຸ່ນ ທ້າທາຍ ສະໄໝທີສອງ ຂອງທ່ານໂອບາມາ

Published on

886BCD41-3113-4FA4-B9BD-193F0EDAF250_w640_r1_s

ຄວາມເປັນປໍລະປັກກັນລະຫວ່າງຈີນແລະຍີ່ປຸ່ນກໍາລັງເພີ່ມທະວີ
ຂຶ້ນໄປນັບມື້ ກ່ຽວກັບໝູ່ເກາະທີ່ເປັນຂໍ້ຂັດແຍ້ງກັນຢູ່ໃນເຂດທະ
ເລຈີນຕາເວັນອອກ.  Scott Stearns ຜູ້ສື່ຂ່າວວີໂອເອປະຈໍາ
ກະຊວງ ຕ່າງປະເທດສະຫະລັດ ມີລາຍງານກ່ຽວ​ກັບ​ວ່າ ຂໍ້ຂັດ
ແຍ້ງກັນເລຶ່ອງດິນ​ແດນ​ໃນ​ທະ​ເລ​ດັ່ງກ່າວ​ນີ້  ຈະມີຄວາມໝາຍ​
ແນວໃດຕໍ່ນະ​ໂຍບາຍ​ກ່ຽວ​ກັບຂົງເຂດເອເຊຍໃນສະໄໝທີສອງ
ຂອງປະທານາທິບໍດີ ບາຣັກ ໂອບາມາ

ຫລ້າ​ສຸດໃນການຂັດແຍ້ງກັນ ທີ່ກໍາລັງດໍາເນີນໄປຢ່າງບໍ່ລົດລະນັ້ນ ຍີ່ປຸ່ນ​ໄດ້ກ່າວຫາວ່າ
ຈີນ​ໄດ້​​ແນ​ເຣດາ ທີ່​ນໍາພາ​ອາວຸດນັ້ນ ໃສ່ກໍ່າປັ່ນແລະເຮືອບິນຂອງຕົນຢູ່ໃນເຂດທະເລດັ່ງກ່າວ.

ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ເອີ້ນ​ເຫດການນີ້ວ່າ ເປັນອັນຕະລາຍທີ່ ສຸດ
ອັນເປັນການຊີ້ແນະວ່າ ມັນອາດສາມາດກໍ່ໃຫ້ເກີດການ​ຄໍານວນຜິດພາດ ແລະອາດເກີດ
ການປະທະກັນທາງອາວຸດໄດ້ ຖ້າຫາກຈີນຍັງ ຂືນເຮັດ​ແບບນີ້ອີກ. ນາຍົກລັດຖະມົນຕີ Shinzo ເວົ້າວ່າ:

“ຢູ່ໃນຊ່ວງເວລາທີ່ເບິ່ງຄືວ່າ ມີຮ່ອງຮອຍທີ່ດີຂຶ້ນ ໄປສູ່ການເພີ່ມທະວີ ການເຈລະຈາກັນລະຫວ່າງຍີ່ປຸ່ນກັບຈີນນັ້ນ ການ​ທີ່​ມີ​ການ​ກະທໍາ​ແບບ
ເກາະຜິດ​ແຕ່​ຝ່າຍ​ດຽວ​ແບບ​ນີ້ຂອງຈີນນັ້ນ ​ແມ່ນ​ເປັນ​ເລື້ອງ​ທີ່ໜ້າເສຍ
ໃຈ ຫຼາຍທີ່ສຸດ.”

ຝ່າຍປັກກິ່ງເວົ້າວ່າຍີ່ປຸ່ນເອັງເປັນຜູ້ກໍ່ເລຶ່ອງສ້າງຄວາມເຄັ່ງຕຶງ ໂດຍການສົ່ງກໍ່າປັ່ນ ແລະ ເຮືອບິນ​ເຂົ້າໄປຍັງເຂດທີ່ຈີນອ້າງເອົາເປັນກໍາມະສິດນັ້ນ.  ທ່ານນາງ Hua Chunying ໂຄສົກກະຊວງຕ່າງປະເທດຈີນ ເວົ້າວ່າ:

“ຍີ່ປຸ່ນກໍາລັງ​ຈົງ​ໃຈ​ແຜ່​ຂ່າວ​ຂໍ້​ມູນ ທີ່ບໍ່ມີຄວາມຈິງ ສ້າງຄວາມເສື່ອມເສຍ
ແກ່ພາບພົດຂອງຈີນ ສ້າງຄວາມເຄ່ງຕຶງ ແລະຊັກນໍາຄວາມຄິດເຫັນຂອງ
ນາໆຊາດໄປໃນທາງຜິດ. ພວກເຮົາກໍບໍ່​ສາມາດ​ທີ່​ຈະ​ເຮັດ​ສິ່ງ​ອື່ນ​ໃດ​ໄດ້
ນອກ​ຈາກ ຕັ້ງໝັ້ນຢູ່ໃນທ່າລະວັງໄພ​ໃນ​ລະດັບ​ສູງ ກ່ຽວກັບເຈດຈະນາ
ທີ່ແທ້ຈິງຂອງຍີ່ປຸ່ນ ນັ້ນ.”

Justin Logan ນັກວິ​ເຄາະປະຈໍາສະຖາບັນ Cato Institute ເວົ້າວ່າ ມັນເປັນຊ່ວງເວລາ
ທີ່ອັນຕະລາຍຫຼາຍ.

“ມັນເປັນເລຶ່ອງທີ່ສ້າງຄວາມເສຍຂວັນ ​ເວລາເຮົາໄດ້ຍິນ ທັງຈີນແລະຍີ່ປຸ່ນ
ກ່າວ​ຄໍາ​ຖະ​ແຫລ​ງທີ່ຟັງເບິ່ງຄືວ່າ ພວກເຂົາເຈົ້າຈະທໍາສົງຄາມກັນ ເພື່ອ
ຍາດ​ເອົາ​ກ້ອນ​ຫີນ​ທີ່​ບໍ່​ມີຄ່າ​ຫຍັງ​ເລີຍ. ຖ້າສົມທຽບໃສ່ກັບຄວາມຈິບຫາຍ
ຈາກສົງຄາມແລ້ວ ມັນບໍ່ຄຸ້ມຄ່າຈັກໜ້ອຍເລີຍ.”

ທ່ານ ໂລກັນ ກ່າວວ່າ ຂໍ້ຂັດແຍ້ງກັນດັ່ງກ່າວນີ້ ແມ່ນ​ໄດ້​ຮັບ​ແຮງ​ກະ​ຕຸ້ນຈາກ​ຄວາມ​ຮູ້ສຶກ
ຊາດນິຍົມ ​ຢູ່ໃນທັງສອງປະເທດ.

“ນີ້ມັນບໍ່​ແມ່ນ​ເປັນພຽງກໍລະນີຜິດ​ຖຽງ​ກັນ ​ແບບ​ກາງແຜນທີ່ໃສ່ກັນ ຄຸ້ມຄອງເສັ້ນອານາເຂດທາງທະເລຂອງກັນ ​ແລ້ວ​ກໍ​ແລ້ວ​ໄປ. ​ແຕ່ມັນ ມີຄວາມເຊື່ອຖືທາງປະຫວັດສາດ​ໂຕ​ຈິງ ທີ່ເປັນ​ເດີມ​ພັນ ໃນທີ່ນີ້.” 

ລັດຖະບານໂອບາມາ ເວົ້າວ່າ ຕົນ​ກໍາລັງພະຍາຍາມຮັກສາ​ສະຖານະ​ການ​ໄວ້ ໃຫ້​ເປັນ​ຄື​ເກົ່າ ​
ໂດຍ​ທໍາ​ໂຕເປັນກາງ ບໍ່ເຂົ້າກັບຝ່າຍໃດ.

ທ່ານ ຈອນ ​ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ ເວົ້າວ່າ ບັນຫາ​ນີ້ແມ່ນເປັນສ່ວນ
​ນຶ່ງ​
ຂອງການທ້າທາຍຕ່າງໆທີ່ສັບສົນທີ່ສຸດ ຂອງພາກພື້ນເອເຊຍປາຊິຟິກ ທີ່ປະເຊີນໜ້າລັດ
ຖະບານ​ທ່ານໂອບາມາ ​ໃນສະໄໝທີສອງຂອງ​ທ່ານ. ທ່ານ ​ແຄຣີ ເວົ້າວ່າ:

“ຈີນແມ່ນ​ເປັນ​ຂັ້ນ​ຕອນບັນຫາ ທີ່​ດໍາ​ເນີນໄປເລື້ອຍໆ ແລະມັນ​ຕ້ອງ​ໄດ້​
ໃຊ້ຄວາມມຸ້ງໝັ້ນ ແລະຄວາມພາກພຽນອົດ​ທົນ ເພື່ອຈະຜ່ານຜ່າບັນຫາ
ນຶ່ງ ຕໍ່ໄປຍັງອີກບັນຫານຶ່ງ ​ແລະພວກເຮົາກໍມີຫຼາຍໆບັນຫາກັບຈີນ.”

Ruth Wedgwood ປະຈໍາໂຮງຮຽນການສຶກສານາໆຊາດລະດັບ​ກ້າວໜ້າຂອງ​ມະຫາ
ວິທະຍາ​ໄລ John Hopkins ເວົ້າວ່າ ຄວາມທະ​ເຍີ​ທະຍານ​ມັກ​ໄດ້ຂອງຈີນ ໃນເຂດທະເລ
ຈີນຕາເວັນອອກ ແລະທະເລຈີນໃຕ້ນັ້ນ ໄດ້ຜັກດັນໃຫ້ບັນດາປະເທດເພື່ອນບ້ານນ້ອຍໆ
ຂອງຈີນ ພາກັນຫັນເຫໄປຫາສະຫະລັດ. ທ່ານນາງ Wedgwood ເວົ້າວ່າ:

“ຍ້ອນ​ຂະໜາດ​ອັນ​ໃຫຍ່​ໂຕ​ຂອງ​ຈີນ​ນັ້ນ ຈີນ​ກໍ​ແມ່ນ​ຈະເປັນເພື່ອນບ້ານ
ສໍາຄັນທີ່ສຸດ ຕໍ່ທຸກໆປະເທດໃນຂົງເຂດ.  ສະນັ້ນ ຂ້າພະເຈົ້າກໍຢາກ​ຈະ​
ເວົ້າ​ວ່າ ​ເ​ຮົາສາມາດ​ເອົາ​ໄປໂຕ້ແຍ້ງກັບຈີນ ດ້ວ່າ ການ​ເຮັດ​ເຊ່ນ​ນັ້ນ
ມັນຕ້ານຜົນ​ປະ​ໂຫຍ​ດຂອງ​ເຂົ​າ​ເຈົ້າ​ເອງ ຄື​ເຂົາ​ເຈົ້າ​ກໍາລັງຜັກດັນໃຫ້
ປະເທດຕ່າງໆເຂົ້າມາສູ່ອ້ອມແຂນເຮົາ.”

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດເວົ້າວ່າ ການ​ແນເຣດາຂອງຈີນ​ ໄປ​ໃສ່​ເຮືອ​ຂອງ​ຍີ່ປຸ່ນ​ນັ້ນແມ່ນ
​ເປັນ​ການເພີ່ມຄວາມສ່ຽງ ທີ່ຈະພາ​ໃຫ້​ມີ​ການ​ຄໍານວນ​ຜິດພາດ ທີ່ອາດສາມາດບ່ອນທໍາລາຍ
ສັນຕິພາບແລະການເຕີບໂຕຂອງເສດຖະກິດຢູ່ໃນຂົງເຂດເອເຊຍ-ປາຊິ ຟິກນັ້ນ​ໄດ້

ທີ່ມາlao.voanem/ws.cocontent

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...