Homeນານາສາລະກ້ວຍຜົງແກ້ອາການຖອກທ້ອງ

ກ້ວຍຜົງແກ້ອາການຖອກທ້ອງ

Published on

86220-r-1425033409532

ນຳ​ກ້ວຍ​ມາ​ປອກ​ເປືອກ (ກະລຸນາ​ໃສ່​ຜ້າ​ກັນ​ເປື້ອນ​ຂະນະ​ເຮັດ ເພາະ​ອາດ​ເປື້ອນ​ເສື້ອ​ໄດ້ ແລະ​ຖ້າ​ໃຜ​ຜິວ​ບາງ​ໃຫ້​ໃສ່​ຖົງ​ມື​ກັນ​ຢາງ​ກ້ວຍ​ກັດ​ໃຫ້​ຄັນ)ຈາກ​ນັ້ນ​ຝານ​ເປັນ​ແຜ່ນ​ບາງໆ ຕາມ​ຂວາງລຽງ​ໃສ່​ກະ​ດົ້ງ​ຕາກ​ຈົນ​ແຫ້ງ​ສະນິດຖ້າ​ໃຜ​ມີ​ເຕົາ​ອົບ​ໃຫ້​ນຳ​ກ້ວຍ​ໄປ​ອົບ​ດ້ວຍ​ໄຟ 50ອົງ​ສາ​ 4 ຊົ່ວ​ໂມງ​ຈົນ​ແຫ້ງ​ສະນິດນຳ​ໄປ​ປັ່ນ​ໃຫ້​ລະອຽດແລ້ວ​ນຳ​ໄປ​ສັ່ນ​ດ້ວຍ​ແລ່ງ​ເບີ100ເກັບ​ໃສ່​ພາ​ຊະນະ​ມີ​ຝາ​ປິດ​ສະນິດ​ຫລື​ສູນ​ຍາ​ກາດ​ຍິ່ງ​ດີຈະ​ເກັບ​ໄວ້​ໃຊ້​ງານ​ໄດ້​ປະມານ3 ເດືອນຊຶ່ງ​ວິທີ​ສັງເກດ​ວ່າ​ກ້ວຍ​ຜົງ​ຍັງ​ບໍ່​ໝົດ​ອາ​ຍຸ​ກໍ​ຄືເວລາ​ຕັກ​ໃຊ້​ຜົງ​ກ້ວຍ​ຍັງ​ແຫ້ງ​ ຖ້າ​ເລີ່ມ​ສຳ​ຜັດ​ໄດ້​ເຖິງ​ຄວາມ​ຊື່ນ​ກໍ​ບໍ່​ຄວນ​ນຳ​ໄປ​ໃຊ້ເພາະ​ອາດ​ເກີດ​ເຊື້ອ​ລາໄດ້

ວິທີໃຊ້

ເມື່ອ​ມີ​ອາການຖອກທ້ອງ​ຫລື​ເຈັບທ້ອງ​ພະຍາດ​ກະເພາະໃຫ້​ຊົງ​ຜົງ​ກ້ວຍ1-2ບ່ວງ​ກັບ​ນ້ຳ​ຮ້ອນ​ແລ້ວ​ດື່ມ​ເມື່ອ​ມີ​ອາການເທົ່າ​ນີ້​ອາການຖອກທ້ອງ​ກໍ​ເປັນ​ເລື່ອງ​ກ້ວຍ​ໆແລ້ວ​ວ່າ​ບາງເທື່ອ​ຜົງ​ກ້ວຍ​ອາດ​ເຮັດໃຫ້​ທ້ອງ​ອືດ​ໄດ້ແນະ​ໃຫ້​ແກ້​ໄຂ​ໂດຍ​ດື່ມ​ນ້ຳ​ຂີງ​ເພື່ອ​ແກ້​ອາການ​ດັ່ງ​ກ່າວ

ທີ່​ກ້ວຍ​ຜົງ​ສາມາດ​ຍຽວ​ຢາ​ອາການ​ດັ່ງ​ກ່າວ​ໄດ້​ນັ້ນກໍ​ເພາະ​ໃນ​ກ້ວຍ​ມີ​ສານ​ລົດ​ຝາດ​ຊື່​ວ່າ “ແທນ​ນິນ”ຊຶ່ງ​ສາມາດ​ຂ້າ​ເຊື້ອ​ພະຍາດ​ອັນ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ຖອກທ້ອງ​ທັງ​ຍັງມີ​ສານ​ເພັກ​ຕິນ​ສາມາດ​ຊ່ວຍ​ເຄືອບ​ກະເພາະ​ຈຶ່ງ​ຊ່ວຍ​ປ້ອງ​ກັນ​ພະຍາດ​ກະເພາະ​ໄດ້

ຂໍ້ແນະນໍາ

  1. ຜູ້​ທີ່​ບໍ່​ມີ​ເຕົາ​ອົບຄວນ​ເຮັດ​ກ້ວຍ​ຜົງ​ໄວ້​ໃຊ້ໜ້ອຍໜຶ່ງເພື່ອ​ປ້ອງ​ກັນ​ໂຕ​ຢາ​ໃຊ້​ບໍ່​ໝົດ​ແລ້ວ​ຂຶ້ນ​ເຊື້ອລາໂດຍ​ອາດ​ເລີ່ມ​ເຮັດ​ຈາກ​ກ້ວຍ 1 ຫວີຖື​ວ່າ​ຍັງ​ສາມາດ​ເກັບ​ໄວ້​ໃຊ້ໄດ້

2.ຖ້າ​ກອບ​ກ້ວຍ​ຜົງ​ຈົນ​ແຫ້ງ​ສະນິດ​ແລະ​ມີ​ກະ​ບວນ​ການ​ບົດ​ແລະ​ສັ່ນທີ່​ສະ​ອາດ​ແລ້ວແນະ​ນຳ​ໃຫ້​ຕັກໃສ່​ແຄບ​ຊູນ​ແລ້ວ​ເກັບ​ໄວ້​ໃນ​ກະ​ປຸກ​ທີ່​ມີ​ຝາ​ປິດ​ສະນິດຈະ​ຊ່ວຍ​ໃຫ້​ເກັບ​ໄວ້​ໃຊ້​ໄດ້​ດົນ 6 ເດືອນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...