Homeນານາສາລະອາຫານທີ່ບໍ່ຄວນຮັບປະທານ! ໃນຍາມທ້ອງວ່າງ...

ອາຫານທີ່ບໍ່ຄວນຮັບປະທານ! ໃນຍາມທ້ອງວ່າງ…

Published on

ອາຫານທີ່ເປັນອັນຕະລາຍ! ຖ້າຮັບປະທານໃນຍາມທ້ອງວ່າງ!

ທ່ານຮູ້ຫຼືບໍ່ວ່າເມື່ອທ້ອງຂອງທ່ານວ່າງ ແລ້ວທ່ານຮັບປະທານອາຫານເຂົ້າໄປ ອາດສົ່ງຜົນຮ້າຍຕໍ່ກັບສຸຂະພາບຂອງທ່ານໄດ້, ເພາະສະນັ້ນ ກ່ອນທີ່ຈະຮັບປະທານອາຫານ ຄວນເລືອກຊະນິດຂອງອາຫານສາກ່ອນ ອາຫານທີ່ບໍ່ຄວນຮັບປະທານ ໃນຂະນະທີ່ທ້ອງວ່າງຈະມີຊະນິດໃດແດ່ນັ້ນ ເຮົາໄປເບິ່ງພ້ອມກັນ!

ກະທຽມ: ເພາະຈະເຮັດໃຫ້ ກະເພາະອາຫານໄດ້ຮັບການກະຕຸ້ນເກີດ ໂລກກະເພາະອາຫານອັບເສບຢ່າງຮຸນແຮງໄດ້.

ຜັກ: ການຮັບປະທານຜັກຢ່າງດຽວໃນເວລາທ້ອງວ່າງ ຈະເຮັດໃຫ້ກະເພາະອາຫານເກີດອາການຜິດປົກກະຕິໄດ້ ນອກຈາກນັ້ນ ຍັງບໍ່ຄວນອາບນໍ້າ ແລະ ອອກກໍາລັງກາຍດ້ວຍເຊັ່ນດຽວກັນ ເພາະການອາບນໍ້າ ແລະ ການອອກກໍາລັງກາຍ ໃນຂະນະທີ່ທ້ອງວ່າງ ຈະເຮັດໃຫ້ເກີດອາການຊ໊ອກ ເນື່ອງຈາກຈະເຮັດໃຫ້ນໍ້າຕານໃນເລືອດຕໍ່າໄດ້ງ່າຍ

ນົມ ແລະ ນົມຖົ່ວເຫຼືອງ: ເຖີງແມ່ນວ່ານົມຖົ່ວເຫຼືອງຈະອຸດົມໄປດ້ວຍ ໂປຣຕິນ ແຕ່ຈະເກີດປະສິດທິພາບຫຼາຍທີ່ສຸດ ເມື່ອກະເພາະອາຫານມີສານອາຫານປະເພດແປງຢູ່ດ້ວຍ, ແຕ່ຖ້າເປັນຂະນະທ້ອງວ່າງແມ່ນບໍ່ເໝາະສົມກັບການດື່ມນົມ.

ເຫຼົ້າ: ຫາກດື່ມເຫຼົ້າໃນຂະນະທີ່ທ້ອງວ່າງ ຈະໄປກະທົບເຍື່ອຫຸ້ມກະເພາະອາຫານ ເຮັດໃຫ້ເປັນໂລກກະເພາະອາຫານ ອັບເສບ ແລະ ເປັນແຜໃນກະເພາະອາຫານໄດ້.

ນໍ້າຕານ ຫຼື ອາຫານທີ່ມີລົດຊາດຫວານ: ບໍ່ຄວນຮັບປະທານຂອງຫວານ ຫຼືນໍ້າຕານເຊັ່ນ: ຊ໊ອກໂກແລັດ ເພາະວ່າຖ້າຮັບປະທານໃນ ເວລາທ້ອງວ່າງ ຈະເຮັດໃຫ້ໂປຣຕິນລວມໂຕກັບນໍ້າຕານ ສົ່ງຜົນຕໍ່ການດູດຊືມ ໂປຣຕິນທຸກຊະນິດ ແລະ ຫຼຸດສະມັດຕະພາບ ການທໍາງານຂອງລະບົບໝຸນວຽນເລືອດ ແລະ ໄຕ

ຊາ: ຊາທີ່ແກ່(ປຸກ)ເກີນໄປ ອາດເຮັດໃຫ້ ກົດເຄືອບໃນນໍ້າຍ່ອຍ ໃນກະເພາະອາຫານຈືດຈາງ ສົ່ງຜົນໃຫ້ການທໍາງານ ຂອງລະບົບຍ່ອຍອາຫານຫຼຸດລົງ ແລະ ເກີດອາການສັ່ນ ເມົາຫົວ ຕິນມືບໍ່ມີແຮງ ຈິດໃຈບໍ່ສະຫງົບ

Persimmon-1

ໝາກເພິຊິມເມີນ (ໝາກພັບ): (ໝາກເພິຊິມເມີນເປັນໜ່ວຍສີເຫຼືອງມີລົດຫວານ) ກໍ່ເປັນໝາກໄມ້ອີກປະເພດໜຶ່ງທີ່ບໍ່ຄວນຮັບປະທານໃນຂະນະທີ່ທ້ອງວ່າງ ເພາະວ່າ ກະເພາະອາຫານຈະປ່ອຍກົດເຄືອບອອກມາຫຼາຍ ຖ້າຫາກໄປປະສົມກັບຢາງ ແລະ  ໃນໝາກ ເພິຊິມເມິນ ແລ້ວຈະເຮັດໃຫ້ເຈັບໜ້າເອິກ ປວດຮາກ ແລະ ເປັນແຜໃນກະເພາະອາຫານ.

ສານແຂວນລອຍ(ປະກອບເປັນອະນຸພາກນ້ອຍໆຂອງ ຂອງແຂງ ຈະລອຍກະຈາຍຢູ່ໃນຂອງແຫຼວ ສາມາດເຫັນໄດ້ຢ່າງຊັດເຈນ ໃນເວລາທີ່ເຮົາປະສົມນໍ້າແລ້ວປະໄວ້ ເຊິ່ງມັນຈະເກີດການຕົກຕະກອນ ເຊັ່ນ: ນໍ້າແປ້ງ ເຊິ່ງມັນຈະຈົມລົງພື້ນໃນເວລາທີ່ເຮົາປະໄວ້ດົນໆ )

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...