Homeນານາສາລະໂທດ! ຈາກການນອນບໍ່ພຽງພໍ

ໂທດ! ຈາກການນອນບໍ່ພຽງພໍ

Published on

ຜົນກະທົບ! ຈາກການອົດນອນ

sleep

ງານວິໄຈ ເຊິ່ງທົດລອງໂດຍອາສາສະໝັກໜຸ່ມສາວ ທົດລອງນອນຫຼັບມື້ລະ 4​ຊົ່ວໂມງ, ເປັນເວລາ 6 ຄືນຕິດຕໍ່ກັນ ແລ້ວເມື່ອເຈາະຕົວຢ່າງເລືອດພົບວ່າມີບັນຫາລະດັບນໍ້າຕານໃນເລືອດ ເພີ່ມສູງຂຶ້ນ ແລະ ຄວບຄຸມຍາກ ຊຶ່ງເກືອບຈະເປັນຄືກັບໂລກເບົາຫວານ ນັກວິໄຈພົບວ່າການອົດນອນ ເປັນສາເຫດຂອງໂລກຕູ້ຍ (ອ້ວນ) ໂດຍກ່ຽວຂ້ອງກັບຮໍຣ໌ໂມນເລັ່ງການເຕີບໂຕ ຊຶ່ງເປັນຮໍຣ໌ໂມນກະຕຸ້ນ ການຈະເລີນຕີບໂຕທາງກາຍະພາບ ແລະ ຄວບຄຸມສ່ວນຂອງໄຂມັນຕໍ່ກ້າມເນື້ອໃນຮ່າງກາຍ

sllp

ການອົດນອນເຮັດໃຫ້ ຮໍຣ໌ໂມນນີ້ ຖືກປ່ອຍອອກມາໜ້ອຍລົງ ຮ່າງກາຍຮູ້ສຶກຕ້ອງການອາຫານຫຼາຍຂຶ້ນ ນອກຈາກນີ້ຍັງສົ່ງຜົນຕໍ່ ຮໍຣ໌ໂມນເລປຕິນ ຊຶ່ງເປັນສານທີ່ ສື່ຕໍ່ລະບົບປະສາດ ວ່າຄວນຈະອີ່ມໄດ້ໄວຫຼືຊ້າພຽງໃດ ຕາມຄວາມຕ້ອງການອາຫານຂອງຮ່າງກາຍ ເມື່ອລະດັບເລປຕິນ ຫຼຸດລົງຈາກການນອນໜ້ອຍ ຜູ້ຄົນຈະຮູ້ສຶກຢາກອາຫານຫຼາຍຂຶ້ນ ເຖິງແມ່ນວ່າຈະໄດ້ກິນອາຫານຈົນໄດ້ພະລັງງານພຽງພໍແລ້ວກໍ່ຕາມ

ການນອນບໍ່ພໍ່ຍັງສົ່ງຜົນຕໍ່ເມັດເລືອດຂາວ ແລະ ລະບົບການຕອບສະໜອງພູມຄຸ່ມກັນຕ່າງໆຂອງຮ່າງກາຍ ເຮັດໃຫ້ເຈັບປ່ວຍໄດ້ງ່າຍ ໃນເມື່ອຮ່າງກາບພົບກັບເຊື່ອໂລກ, ການນອນບໍ່ພໍ່ອາດສົ່ງຜົນຮ້າຍແຮງເຖິງຂັ້ນເພີ່ມຄວາມສ່ຽງຕໍ່ໂລກມະເຮງ ມີຄວາມກ່ຽວຂ້ອງກັນໃນເລື່ອງຄວາມສັບສົນຂອງການປ່ອຍຮໍຣ໌ໂມນ ເນື່ອງຈາກການອົດນອນ ແລະ ແສງລົບກວນໃນເວລາກາງຄືນເຮັດໃຫ້ເພີ່ມຄວາມສ່ຽງຕໍ່ການເປັນມະເຮງເຕົ້ານົມ. ສະນັ້ນ, ເຮົາຄວນພັກຜ່ອນໃຫ້ພຽງພໍ ແລະ ນອນຢ່າງໜ້ອຍມື້ລະ 7-8 ຊົວໂມງ ແລະ ນອກຈາກເຮົາຈະນອນໃຫ້ພຽງພໍແລ້ວ ເຮົາກໍ່ຄວນປິດດອກໄຟເພື່ອບໍ່ໃຫ້ມີແສງລົບກວນໃນເວລານອນນໍາອີກ.

ax

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...