Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານບຳລຸງປະຈໍາເດືອນ

ອາຫານບຳລຸງປະຈໍາເດືອນ

Published on

a-1841

ປະຈຳ​ເດືອນ​ທີ່​ມາ​ຕາມ​ປົກກະຕິ​ສະແດງ​ເຖິງ​ຄວາມ​ສົມບູນ​ຂອງ​ແມ່ຍິງ​ໄວ​ຈະເລີນ​ພັນແລະ​ເປັນ​ການ​ຖ່າຍ​ເທ​ເລືອດ​ເສຍ​ຊຶ່ງ​ເກີດ​ຈາກ​ກາ​ນລະລາຍ​ຕົວ​ຂອງ​ເຍື່ອ​ຫຸ້ມມົດລູກ​ແລະ​ສ້າງ​ເຍື່ອ​ຫຸ້ມມົດລູກ​ໃໝ່​ໝຸນ​ວຽນເຮັດໃຫ້​ລະບົບ​ການເຮັດວຽກງານ​ຂອງ​ຮ່າງກາຍ​ເປັນ​ປົກກະຕິແຕ່​ລະ​ເດືອນ​ທີ່​ຜູ້ຍິງ​ຕ້ອງ​ເສຍ​ເລືອດ​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ມີ​ປະຈໍາ​ເດືອນຮ່າງກາຍ​ຈະ​ສູນ​ເສຍ​ວິ​ຕາ​ມິນ​ແລະ​ເກືອ​ແຮ່​ກໍ່ຄື​ແຄ​ຊຽມ ທາດ​ເຫລັກແລະ​ສັງ​ກະ​ສີ​ເຮັດໃຫ້​ຮູ້ສຶກ​ອ່ອນ​ເພຍ​ກວ່າ​ປົກກະຕິຫລື​ມີ​ອາການ​ເຈັບຫົວ,ນອນ​ບໍ່​ຫລັບ,ເບື່ອ​ອາຫານ,ອາລົມ​ເສົ້າ​ຊຶມໂດຍ​ສະເພາະ​ຜູ້ຍິງ​ທີ່​ສຸຂະພາບ​ບໍ່​ແຂງ​ແຮງຂາດ​ການ​ອອກ​ກຳ​ລັງ​ກາຍຖ້າ​ມົວ​ແຕ່​ອົດອາຫານ,ປິ່ນປົວ​ຮູບຮ່າງອາດ​ເຮັດໃຫ້​ຂາດ​ສານ​ອາຫານ​ທີ່​ຈຳ​ເປັນແລະ​ສ່ຽງ​ຕໍ່​ພາ​ວະ​ເລືອດ​ຈາງຮ່າງກາຍ​ຈະ​ກະຕຸ້ນຜິວ​ພັນ​ບໍ່​ມີ​ເລືອດ​ຝາດໃນ​ໄລຍະ​ມີ​ປະຈໍາ​ເດືອນການ​ກິນ​ອາຫານ​ທີ່​ສົມ​ດຸນ​ຕໍ່​ຮ່າງກາຍ​ຈະ​ຊ່ວຍ​ປ້ອງ​ກັນ​ອາການ​ຕ່າງໆໄດ້​ໂດຍ​ເນັ້ນ​ທີ່​ອາຫານ​ບຳ​ລຸງ​ເລືອດເຊັ່ນເຄື່ອງ​ໃນ​ສັດ,ໄຂ່​ແດງ,ຖົ່ວ​ເມັດ​ແຫ້ງແລະ​ຜັກ​ໃບ​ສີ​ຂຽວ​ເຂັ້ມເຊັ່ນ ຜັກກາດ,ສາ​ຫລ່າຍເປັນ​ຕົ້ນຊຶ່ງ​ໃຫ້​ທາດ​ເຫລັກ,ວິ​ຕາ​ມິນ​ບີ 6, ບີ 12, ບີ​ລວມແລະ​ກົດ​ໂຟ​ລິກຊຶ່ງ​ມີ​ສ່ວນ​ສຳຄັນ​ຕໍ່​ການສ້າງ​ເລືອດ​ສູງສຳລັບ​ແມ່ຍິງ​ທີ່​ປະຈຳ​ເດືອນ​ມາ​ໜ້ອຍ​ຫລື​ຫລາຍ​ຜິດ​ປົກກະຕິຄວນ​ປຶກ​ສາ​ແພດ,ເພາະ​ອາດ​ມີຄວາມ​ຜິດ​ປົກກະຕິໃນ​ຮ່າງກາຍເຊັ່ນ​ມີ​ຊີ້ນ​ຮ້າຍ​ທີ່​ມົດລູກ​ກໍ່ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...