spot_img
Homeນານາສາລະ6 ອຸປະກອນ​ເຊື່ອງ​ເຊື້ອ​ພະຍາດ​ໃນ​ຄົວທີ່​ເຮົາ​ບໍ່​ເຄີຍ​ຄິດ​ທຳຄວາມ​ສະ​ອາດ

6 ອຸປະກອນ​ເຊື່ອງ​ເຊື້ອ​ພະຍາດ​ໃນ​ຄົວທີ່​ເຮົາ​ບໍ່​ເຄີຍ​ຄິດ​ທຳຄວາມ​ສະ​ອາດ

Published on

mix

        ຈຸດສະ​ສົມ​ເຊື້ອ​ພະຍາດ​ໃນ​ຫ້ອງ​ຄົວ​ທີ່​ຫລາຍ​ຄົນ​ອາດ​ຄິດ​ບໍ່​ເຖິງຈົນ​ປ່ອຍ​ປະ​ລະ​ເລີຍ​ບໍ່​ໄດ້​ທຳຄວາມ​ສະ​ອາດມື້​ນີ້​ເຮົາ​ມີ​​ອຸປະກອນ​ເຊື່ອເຊື້ອ​ພະຍາດ​ໃນ​ຄົວມາ​ຝາກ​ໃຫ້​ຮູ້​ກັນມີ​ລາຍ​ງານ​ການ​ວິ​ໄຈ​ອອກ​ມາ​ວ່າແມ້ແຕ່​ຫ້ອງ​ຄົວ​ທີ່​ສະ​ອາດ​ທີ່ສຸດ​ກໍ​ຍັງມີ​ເຊື້ອ​ພະຍາດແລະ​ເຊື້ອ​ພະຍາດ​ບາງຢ່າງ​ກໍ​ຮ້າຍແຮງ​ແລະ​ເຮັດ​ອັນຕະລາຍ​ເຖິງ​ຊີວິດ​ໄດ້ດັ່ງ​ນັ້ນ​ເຮົາ​ຈຶ່ງ​ບໍ່​ຄວນ​ລະ​ເລີຍ​ການເຮັດ​ຄວາມ​ສະ​ອາດ​ສິ່ງ​ຕ່າງໆໄປຊຶ່ງ​ມື້​ນີ້​ ​ເລີຍ​ນຳ​ຂໍ້​ມູນ​ມາ​ບອກ​ກັນ​ວ່າຂອງ​ໃຊ້​ຫຍັງ​ໃນ​ຄົວ​ທີ່​ເປັນ​ແຫລ່ງ​ຂອງ​ເຊື້ອ​ພະຍາດ​ທີ່​ເຮົາ​ຄາດ​ບໍ່​ເຖິງ

  1. ກ່ອງ​ເກັບ​ມີດ ຈື່ໄດ້ບໍ່ວ່າ​ລ້າງ​ກ່ອງ​ເກັບ​ມີດ​ເທື່ອ​ສຸດ​ທ້າຍ​ເມື່ອ​ໄດ?(ເຊື່ອ​ວ່າ​ບາງ​ຄົນ​ບໍ່​ເຄີຍ​ລ້າງ​ເລີຍ​ຕັ້ງ​ແຕ່​ຊື້​ມາ)ຮູ້​ຫລື​ບໍ່​ວ່າ​ແທ້ໆແລ້ວ​ໃນ​ກ່ອງ​ເກັບ​ມີດມີ​ເຊື້ອ​ພະຍາດ​ສະ​ສົມ​ຢູ່​ຫລວງຫລາຍ​ບໍ່​ແພ້​ຈຸດ​ອື່ນໆໃນ​ຄົວ​ເລີຍ​
    2. ຊ່ອງ​ເກັບ​ຜັກ​ໃນ​ຕູ້​ເ​ຢັນ ເຊື້ອ​ແບກ​ທີ​ເລຍເຊື່ອງ​ຕົວ​ຢູ່ໃນ​ຊ່ອງ​ເກັບ​ຜັກຮ່ວມ​ກັບ​ຜັກ​ສາລະພັດ​ຊະນິດ​ທີ່​​ກຽມ​ໄວ້​ເຮັດ​ອາຫານດັ່ງ​ນັ້ນ​ບໍ່​ວ່າ​ເຈົ້າ​ຈະ​ນຳ​ຜັກ​ຫຍັງ​ມາ​ແຊ່​ອີກເຊື້ອ​ນີ້​ກໍ​ຈະ​ແພ່​ກະ​ຈາຍ​ໄປ​ທົ່ວ​ຢ່າງແນ່ນອນ
    3. ຊ່ອງ​ເກັບ​ຊີ້ນໃນ​ຕູ້​ເຢັນ ຊີ້ນ​ສັດ​ດິບ​ອາດ​ມີ​ເຊື້ອ​ອີ​ໂຄ​ໄລ,ຍີດຫລື​ລາ​ຢູ່​ໄດ້ດັ່ງ​ນັ້ນ​ການ​ລ້າງ​ຊ່ອງ​ເກັບ​ຊີ້ນຢູ່​ສະເໝີຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫລາຍເພາະ​ຫລາຍເທື່ອ​ທີ່​ເຮົາ​ເຊັດ​ທຳຄວາມ​ສະ​ອາດ​ຕູ້​ເຢັນແຕ່​ກັບ​ລະ​ເລີຍ​ໃນ​ຈຸດ​ນີ້
    4. ເຄື່ອງ​ປັ່ນ​ອາ​ຫາ ຖ້າ​ບໍ່​ເຮັດ​ຄວາມ​ສະ​ອາດ​ເຄື່ອງ​ປັ່ນ​ອາຫານ​ເລີຍສິ່ງ​ທີ່​ຈະ​ຖືກ​ປັ່ນ​ຮ່ວມ​ກັບ​ອາຫານ​ສະເໝີກໍ​ຄື​ເຊື້ອ​ແບກ​ທີ​ເລຍ​ຕ່າງໆນັ້ນ​ເອງແລະ​ເຊື່ອ​​ວ່າ​ມີ​ເຊື້ອ​ພະຍາດ​ແຝງ​ຢູ່ໃນ​ເຄື່ອງ​ປັ່ນ​ແບບ​ຄາດ​ບໍ່​ເຖິງ​ເລີຍ​
    5. ແນວ​ເປີດ​ກະ​ປອ໋ ຫລາຍ​ເຮືອນ​ໃຊ້​ອຸປະກອນ​ອັນ​ນີ້​ທຸກ​ມື້ແຕ່​ບໍ່​ເຄີຍ​ເຮັດ​ຄວາມ​ສະ​ອາດ​ກ່ອນ​ເກັບ​ມ້ຽນ​​ເລີຍຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າເຮົາ​ກຳ​ລັງ​ກະ​ຈາຍ​ເຊື້ອ​ແບກ​ທີ​ເລຍແລະ​ລາ​ຢູ່ເຖິງ​ຈະ​ນິດໆໜ່ອຍໆກໍ​ລ້າງ​ເຮັດ​ຄວາມ​ສະ​ອາດ​ຈະ​ດີກວ່າ
    6. ກ່ອງ​ພາດ​ສະຕິກ​ໃສ່​ອາ​ຫານ ເຖິງຈະ​ລ້າງ​ກ່ອງ​ໃສ່​ອາຫານ​ທຸກ​ເທື່ອ​ຫລັງ​ການ​ໃຊ້ແຕ່​ກໍ​ຍັງ​ບໍ່​ພຽງ​ພໍ ເພາະ​ຮູ້​ບໍ​ວ່າ​ມີ​ເຊື້ອ​ພະຍາດ​ເຊື່ອ​ຕົວ​ຢູ່ໃນ​ຢາງ​ທີ່​ຊີນ​ອ້ອມຮອບກ່ອງ​ຢ່າງ​ຄາດ​ບໍ່​ເຖິງ ທາງທີ່ດີທຸກຄັ້ງກ່ອນໃຊ້ຕ້ອງນຳມາລ້າງອີກຄັ້ງ

 

 

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...