ນັກ​ວິ​ໄຈ​ງຶດ! ສະ​ແກນ​ພະ​ພຸດ​ທະ​ຮູບຈີນ ພົບ​ໂຄງ​ກະ​ດູກ​ມະ​ນຸດ​ຢູ່​ຂ້າງ​ໃນ!

buddah1

ນັກ​ວິ​ໄຈ​ງຶດ​ຕາມໆ​ກັນ ເມື່ອ​ນຳ​ພະ​ພຸດ​ທະ​ຮູບ​ເຂົ້າ​ເຄື່ອງ​ທີ​ຊີ​ສະ​ແກນ ພົບ​ມີ​ໂຄງ​ກະ​ດູກ​ຢູ່​ດ້ານ​ໃນ ແຕ່​ບໍ່​ມີ​ອະ​ໄວ​ຍະ​ວະ ​ແລະ ມີ​ເຈ້ຍ​ອັກ​ສອນ​ຈີນ​ບູ​ຮານ​ບັນ​ຈຸ​ຢູ່.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພານີ້​ວ່າ ພະ​ພຸດ​ທະ​ຮູບ​ສີ​ລ​ະ​ປະ​ແບບ​ຈີນ​ອົງ​ນີ້ ຄາດ​ວ່າ​ມີ​ອາ​ຍຸ​ປະ​ມານ 1,000 ປີ ຖືກ​ຈັດ​ສະ​ແດງ​ໄວ້​ຢູ່​ພາຍ​ໃນ​ພິ​ພິ​ທະ​ພັນ​ເດ​ຣນ ປະ​ເທດ​ໂຮນ​ລັງ​ຕັ້ງ​ແຕ່​ປີ​ຜ່ານ​ມາ ກ່ອນ​ທີ່​ຈະ​ຖືກ​ນຳ​ໄປ​ສຳ​ຫລວດ ດ້ວຍ​ການ​ນຳ​ເຂົ້າ​ເຄື່ອງ​ທີ​ຊີ​ສະ​ແກນ ຢູ່​ໂຮງ​ໝໍ​ມີ​ແອນ​ເດີ ເມືອງ​ອາ​ເມີ​ໂຟດ ເຊິ່ງ​ເຮັດ​ໃຫ້​ຜູ້​ວິ​ໄຈ​ຕ້ອງ​ຕົກ​ຕະ​ລຶງ ເມື່ອ​ພາບ​ສະ​ແກນ​ໄດ້​ເຜີຍ​ໃຫ້​ເຫັນ ໂຄງ​ກະ​ດູກ​ມະ​ນຸດ​ແບບ​ຄົບ​ຖ້ວນ​ທັງ​ຮ່າງກາຍ ຢູ່​ດ້ານ​ໃນ​ຂອງ​ພະ​ພຸດ​ທະ​ຮູບ ເຊິ່ງ​ຢູ່​ໃນ​ທ່ານັ່ງ​ຂັດ​ສະ​ມາ​ທິ ເຊັ່ນ​ດຽວ​ກັນ​ກັບ​ພະ​ພຸດ​ທະ​ຮູບ ໂດຍ​ທີມ​ນັກ​ວິ​ໄຈ​ໄດ້​ນຳ​ເອົາ​ກ້ອງ​ຂະ​ໜາດ​ນ້ອຍ ສອດເຂົ້າ​ໄປ​​ເພື່ອ​ເກັບ​ຕົວ​ຢ່າງ​ໃນ​ບໍ​ລິ​ເວນ​ໜ້າ​ເອິກ ແລະ ທ້ອງ ແຕ່​ບໍ່​ພົບ​ຊາກ​ຊິ້ນ​ສ່ວນ​ອະ​ໄວ​ຍະ​ວະ​ພາຍ​ໃນ ໃນ​ນັ້ນ​ໄດ້​ພົບ​ເຈ້ຍ​ເກົ່າໆ ເຊິ່ງ​ຂຽນ​ດ້ວຍ​ອັກ​ສອນ​ພາ​ສາ​ຈີນ​ບູ​ຮານ​ແທນ.

ທີມ​ນັກ​ວິ​ໄ​ຈ​ໄດ້​ສັນ​ນິ​ຖານ​ວ່າ ຮ່າງ​ໂຄງ​ກະ​ດູກ​ທີ່​ຢູ່​ພາຍ​ໃນ​ພະ​ພຸດ​ທະ​ຮູບ​ອົງ​ນີ້ ອາດ​ແມ່ນ​ຮ່າງ​ຂອງ ” ຫລິວ​ສວນ ” (Luiquan) ພະ​ນັກ​ບຳ​ເພັນ​ພຽນ​ຊື່​ດັງ​ຂອງ​ຈີນ ເຊິ່ງ​ໄດ້​ເສຍ​ຊີ​ວິດ​ລົງເມື່ອ​ປະ​ມານ 1 ພັນ​ປີ​ທີ່​ແລ້ວ ໂດຍ​ທາງ​ທີມ​ນັກ​ວິ​ໄຈ​ໄດ້​ມີ​ຄວາມ​ເຊື່ອ​ວ່າ ຮ່າງ​ໂຄງ​ກະ​ດູກ​ດັ່ງ​ກ່າວ ໄດ້​ເປັນ​ຕົວ​ຢ່າງ​ຂອງ​ນັກ​ບວດ​ທີ່​ໄດ້​ຕັ້ງ​ໃຈ​ບຳ​ເພັນ​ພຽນ ເພື່ອ​ບັນ​ລຸ​ທຳ​ຂັ້ນ​ສູງ​ສຸດ ຫລື ການ​ບຳ​ເພັນ​ພຽນ​ເພື່ອ​ເປັນ​ພະ​ພຸດ​ທະ​ເຈົ້າ ເຊິ່ງ​​ພະ​ເຖ​ຣະ​ຄູ​ອາ​ຈານ​ໃນ​ພ​ະ​ພຸດ​ທະ​ສາ​ສະ​ໜາເຊື່ອ​ວ່າ ຖ້າ​ຫາກ​ບັນ​ລຸ​ທຳ​ເຖິງ​ຂັ້ນ​ດັ່ງ​ກ່າວ​ນີ້ ຮ່າງ​ກາຍ​ກໍ​ຈະ​ຍັງ​ບໍ່​ທັນ​ເສຍ​ຊີ​ວິດ​ເທື່ອ ພຽງ​ແຕ່​ຢູ່​ໃນ​ພະ​ວັງ​ຂັ້ນ​ເລິກ​ເທົ່າ​ນັ້ນ.

ປັດ​ຈຸ​ບັນ​ນີ້ ພະ​ພຸດ​ທະ​ຮູບ​ດັ່ງ​ກ່າວ ໄດ້​ຖືກ​ນຳ​ໄປ​ວາງ​ສະ​ແດງ​ຢູ່​ໃນ​ພິ​ພິ​ທະ​ພັນປະ​ຫວັດ​ທຳ​ມະ​ຊາດຂອງ​ຮົງ​ກາ​ລີ ໂດຍ​ຈະ​ສະ​ແດງ​ໄວ້​ຈົນ​ເຖິງ​ເດືອນ​ພຶດ​ສະ​ພາ​ປີ​ນີ້ ສ່ວນ​ຂໍ້​ສົງ​ໄສວ່າ ເປັນ​ຫຍັງ​ອະ​ໄວ​ຍະ​ວະ​ພາຍ​ໃນ​ຂອງ​ຮ່າງ​ດັ່ງ​ກ່າວ​ຈິ່ງ​ບໍ່​ມີ ແລະ ເສດ​ເຈ້ຍ​ທີ່​ຂຽນ​ອັກ​ສອນ​ຈີນ​ບູ​ຮານ ໄດ້​ເຂົ້າ​ໄປ​ຢູ່​ໃນ​ຮ່າງ​ກາຍ​ໄດ້​ແນວ​ໃດ​ນັ້ນ ຍັງ​ຄົງ​ເປັນ​ປິດ​ສະ​ໜາ ທີ່​ນັກ​ວິ​ໄຈ​ກໍ​ຍັງ​ງຶດ​ຢູ່​ເຊັ່ນ​ກັນ.

buddah2

buddah3