spot_img
Homeຂ່າວທ້ອງຖິ່ນຫລາຍ​ພາກ​ສ່ວນ ໃຫ້​ການ​ຊ່ວຍ​ເຫລືອ ຜູ້​ປະ​ສົບ​ໄພ​ພາ​ຍຸເຂດ​ຮ້ອນ ຢູ່​ຫາດ​ຊາຍ​ຟອງ

ຫລາຍ​ພາກ​ສ່ວນ ໃຫ້​ການ​ຊ່ວຍ​ເຫລືອ ຜູ້​ປະ​ສົບ​ໄພ​ພາ​ຍຸເຂດ​ຮ້ອນ ຢູ່​ຫາດ​ຊາຍ​ຟອງ

Published on

20150220122034

ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ແລະ ສະແດງ​ຄວາມ​ເຫັນ​ອົກເຫັນໃຈ ​ຕໍ່​ປະຊາຊົນ​ຜູ້​ທີ່​ຖືກ​ຜົນ​ກະທົບ​ຈາກ​ພະຍຸ​ລະດູ​ຮ້ອນ​ ໃນ​ວັນ​ທີ 18 ກຸມພາ 2015 ທີ່​ຜ່ານ​ມາ ເຊິ່ງເຫດການ​ດັ່ງກ່າວ​ນີ້​ແມ່ນ​ເກີດຈາກ​ໄພ​ທຳ​ມະ​ຊາດ ບໍ່​ມີ​ຜູ້​ໃດ​ປາຖະ​ໜາ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ຄື​ແນວນັ້ນ ຜົນ​ເສຍ​ຫາຍ​ປະກອບ​ມີ 24 ບ້ານ ໃນ​ນັ້ນ ຍັງ 2 ບ້ານ ບໍ່​ໄດ້ເກັບ​ຂໍ້​ມູນ​ລະອຽດ​ເທື່ອ ມີ​ພົນ​ລະເມືອງ 2.988 ຄົນ ຍິງ 1.524 ຄົນ ມີ 2.348 ຫຼັງຄາ​ເຮືອນນີ້ ແມ່ນ​ລາຍ​ງານ​ຂອງ​ວັນ​ທີ 20 ກຸມພາ 2015 ແລະ ຈະ​ລາຍງານ​ໃຫ້​ຊາບ​ໃນຕໍ່ໜ້າທີ່​ສຳຄັນ ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ບ້ານ ໄດ້​ຮັບ​ຄວາມ​ເສຍ​ຫາຍ ເປັນຕົ້ນແມ່ນ​ ໄຟຟ້າ ໂຮງຮຽນ ສຸກສາລາ ເຮືອນ​ຊານ​ບ້ານ​ຊ່ອງ ໂຮງ​ຈັກ ໂຮງງານ ບໍລິສັດ ຟາມ​ສັດລ້ຽງ ຜົນລະປູກ​ການ​ຜະລິດ​ອື່ນໆ.

ວັນ​ທີ 19 ກຸມພາ 2015 ທີ່ຜ່ານ​ມາ ມີ​ບັນດາ​ພາກສ່ວນຕ່າງໆ ​ໄດ້​ນຳ​ເອົາ​ເງິນ​ໄປ​ມອບ​ໃຫ້ຄະນະ​ກຳມະການ​ຟື້ນ​ຟູ​ ລະດົມທຶນ​ຊ່ວຍເຫຼືອ​ຜົນ​ກະທົບ​ ຈາກພະຍຸ​ລະດູ​ຮ້ອນ​ຢູ່​ທີ່​ປົກຄອງ​ເມືອງຫາດ​ຊາຍ​ຟອງ ປະກອບ​ມີ​ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ຕາງໜ້າ​ໃຫ້​ລັດຖະບານສະພາ​ແຫ່ງ​ຊາດ ​ເຂດ​ເລືອກ​ຕັ້ງ​ທີ I ນວ ອົງການ​ປົກຄອງ ນວ ຈຳນວນ 40 ລ້ານ​ກີບ ກະຊວງ​ແຮງງານ ແລະ ສະຫວັດດີ​ການ-ສັງຄົມ 50 ລ້ານ​ກີບ ພະ​ແນກ​ແຮງງານ ແລະ ສະຫວັດດີ​ການ-ສັງຄົມ ນວ ສັງກະສີ 500 ແຜ່ນ ມູນຄ່າ 16 ລ້ານ​ກວ່າ​ກີບ ພະ​ແນກສາທາລະນະ​ສຸກ ນວ ມອບ​ມຸ້ງ ແລະ ຜ້າຫົ່ມ ມູນ​ຄ່າ 1 ລ້ານ​ກວ່າກີບ ໂດຍ​ກ່າວ​ຮັບ​ຂອງ​ທ່ານ ບຸນທາມ ພຸດ​ທະ​ວົງສາ ເຈົ້າເມືອງຫາດ​ຊາຍ​ຟອງ ທັງ​ນີ້ກໍ່​ເພື່ອພ້ອມ​ກັນ​ຟື້ນ​ຟູ​ຜົນ​ກະທົບ​ນີ້ ​ໃຫ້​ກັບຄືນ​ມາສູ່​ສະພາບ​ປົກກະຕິ​ໂດຍ​ໄວ ເຊັ່ນ: ໄຟຟ້າ ໂຮງຮຽນ ສຸກ​ສາລາ ເຮືອນ​ຊານ​ຂອງ​ປະຊາຊົນ ແລະ ໃຫ້​ສືບຕໍ່​ກັນ​ຈັດ​ຕັ້ງ​ການ​ສົງເຄາະ ​ຊ່ວຍເຫຼືອ​ຜູ້​ທີ່​ປະສົບ​ເຄາະຮ້າຍ ​ຜູ້ທີ່​ບໍ່​ມີ​ເຮືອນ​ຢູ່​ກ່ອນ ພ້ອມກັນ​ນັ້ນ ຍັງ​ໄດ້​ຈັດ​ຕັ້ງ​ລະດົມ​ທຶນຊ່ວຍເຫຼືອ ເປັນຕົ້ນ​ເອົາ​ການ​ຊ່ວຍເຫຼືອ​ພາຍ​ໃນ​ເມືອງ​ເປັນ​ຫຼັກ ໃຫ້ປະຊາຊົນ​ເມືອງ​ຫາດ​ຊາຍ​ຟອງນີ້​ຊ່ວຍເຫຼືອເຊິ່ງ​ກັນ ແລະ ກັນ ຈາກ​ນັ້ນ ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະນະ ກໍ່​ໄດ້​ລົງ​ໄປ​ຢ້ຽມຢາມ​ພົບ​ປະ​ອຳນວຍ​ການ ຄູ-ອາຈານ​ຢູ່​ທີ່​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ບໍ່​ໂອ ທີ່​ຖືກ​ຜົນ​ກະທົບ​ຈາກ​ພະຍຸ​ລະດູຮ້ອນ​ນີ້​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...