Homeສຸຂະພາບ ແລະ ສີ່ງແວດລ້ອມອາຊີບທີ່ສ່ຽງຕໍ່ການເກີດນິ້ວມືອ່ອນແຮງ

ອາຊີບທີ່ສ່ຽງຕໍ່ການເກີດນິ້ວມືອ່ອນແຮງ

Published on

145_1

ປະຕິເສດ​ບໍ່​ໄດ້ວ່າ​ປະຈຸບັນ​ການເຮັດວຽກງານ​ຂອງ​ເຮົາ​ມີ​ຫລາຍ​ປັດ​ໄຈ​ທີ່​ເຮັດໃຫ້​ສ່ຽງ​ຕໍ່​ການ​ເກີດ​ນິ້ວ​ມືອ່ອນແຮງບໍ່​ວ່າ​ຈະ​ເປັນ​ການ​ຍົກ​ຂອງ​ໜັກຫິ້ວ​ຂອງ​ໜັກກົດ​ໂທລະ​ສັບຫລື​ແມ່ນແຕ່​ການ​ພິມ​​​ຄອມພິວເຕີ​ດົນ​ໆກໍ​ອາດ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ອາການ​ນິ້ວ​ອ່ອນແຮງ

ນິ້ວ​ອ່ອນແຮງ​ຈະ​ມີ​ອາການ​ຈັງ​ຂໍ້​ມືບໍ່​ສາມາດ​​ຈັບບາຍ​ຫຍັງ​ໄດ້​ສະ​ດວກແລະ​ຍັງ​ຕ້ອງ​ລະ​ມັດ​ລະ​ວັງ​ເປັນ​ພິເສດ​ເພື່ອຈະ​ໄດ້​ບໍ່​ເກີດ​ການ​ຜິດ​ພາດ​ໃນ​ການ​​ຈັບບາຍ

ອາ​ຊີໃດທີ່​ສ່ຽງ​ຕໍ່​ການ​ເກີດ​ນິ້ວ​ມືອ່ອນແຮງ

1. ນັກ​ກອຟສາ​ເຫດ​ທີ່​ນັກ​ກອ​ຟ​ເກີດ​ອາການ​ນິ້ວ​ອ່ອນແຮງ​ມາ​ຈາກ​ການ​ທີ່​ນັກ​ກອຟຕ້ອງ​ຊ້ອມ​ຕີ​ກອຟ​ເປັນ​ເວລາ​ດົນ ດັ່ງ​ນັ້ນ​ການ​ທີ່​ນິ້ວ​ມືນັກ​ກອ​ຟ​ຈັງ​ມື​ຈັບ​ໄມ້​ກອຟ​ໄວ້​ແໜ້ນຈຶ່ງ​ເກີດ​ເປັນ​ນິ້ວ​ອ່ອນແຮງ​ໄດ້​ໂດຍ​ບໍ່​ຮູ້​ໂຕ

2. ໝໍນວດ​ແຜນ​ບູຮານສາ​ເຫດ​ທີ່​ໝົດ​ນວດ​ບູຮານ​ເກີດ​ອາການ​ນິ້ວ​ລັອກ​ມາ​ຈາກ​ການ​ທີ່​ໝອນ​ວົດ​ແຜນ​ບູຮານ​ຈະ​ຕ້ອງ​ອອກ​ແຮງ​ນິ້ວ​ມື​ຢ່າງ​ຫລາຍໂດຍ​ສະເພາະ​ນິ້ວ​ຫົວ​ໂປ້​ມື,ຂໍ້​ນິ້ວ​ມືທີ່​ສອງແລະ​ສາມເພາະ​ຕ້ອງ​ໃຊ້​ໃນ​ການ​ກົດ​ບີບ​ທີ່​ເສັ້ນ​ໃຫ້​ກັບ​ລູກ​ຄ້າ​ທີ່​ເສັ້ນ​ເຄັ່ງຕຶງ

3. ຊ່າງສາ​ເຫດ​ທີ່​ຊ່າງ​ເກີດ​ອາການ​ນິ້ວ​ມືອ່ອນແຮງ​ມາ​ຈາກ​ການ​ທີ່​ຊ່າງ​ຕ້ອງ​ຢູ່​ກັບ​ເຄື່ອງ​ມື​ທີ່​ຕ້ອງ​ໃຊ້​ແຮງ​ທັງ​ມື້ຕົວຢ່າງ ເລື່ອຍຄ້ອນຍິ່ງ​ຖ້າ​​ເປັນ​ວຽກ​ທີ່​ຕ້ອງ​ເຮັດ​ເປັນ​ວຽກທີ​ປະ​ນີດ​ເພື່ອ​ໃຫ້​ວຽກອອກ​ມາ​ດີ​ທີ່ສຸດກໍ​ອາດຈະ​ເກີດ​ການ​ຈັງ​ນິ້ວ​ມືຈົນ​ເກີດ​ອາການ​ນິ້ວ​ອ່ອນແຮງ​ໄດ້

4. ນັກ​ຢູໂດສາ​ເຫດ​ທີ່​ນັກ​ຢູ​ໂດ​ເກີດ​ອາການ​ນິ້ວມື​ອ່ອນແຮງ​ມາ​ຈາກ​ການ​ທີ່ນັກ​ຢູ​ໂດ​ຕ້ອງ​ໃຊ້ແຂນ,ຂໍ້​ມື,ນິ້ວ​ມືໃນ​ການ​ເຝິກ​ຊ້ອມ​ເພື່ອ​ໃຫ້​ມີ​ຄວາມ​ແຂງ​ແຮງ​ພໍ​ທີ່​ຈະ​ສູ້​ກັບ​ຜູ້​ຕໍ່ສູ້ແລະ​ການ​ເຝິກ​ຊ້ອມ​ຂອງ​ນັກ​ຢູ​ໂດ​ຈະ​ສ່ຽງ​ຕໍ່​ການ​ເປັນ​ນິ້ວມື​ອ່ອນແຮງ​ໄດ້​ຫລາຍກວ່າ​ອາ​ຊີບ​ອື່ນ​ເພາະ​ໃນ​ການ​ເຝິກ​ຊ້ອມ​ໂດຍການ​ນຳ​ເອົາ​ຢາງ​ໃນ​ລົດຖີບມາ​ມັດ​ເຂົ້າ​ກັບ​ເສົາແລ້ວ​ດຶງ​ຂຶ້ນ​ລົງ​ຢູ່​ຕະຫລອດ​ເວລາ

5.ແມ່​ເຮືອນສາ​ເຫດ​ທີ່​ແມ່​ເຮືອນເກີດ​ອາການ​ນິ້ວມື​ອ່ອນແຮງ​ມາ​ຈາກ​ການເຮັດວຽກງານ​ຂອງ​ແມ່​ເຮືອນ​ບໍ່​ວ່າ​ຈະ​ເປັນ ເຮັດ​ຂອງກິນໄປຕະຫ​ລາດ,ເຮັດ​ຄວາມ​ສະ​ອາດ​ເຮືອນ,ການ​ຊັກ​ຜ້າ,ປັ້ນ​ຜ້າລ້ວນ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ອາການ​ນິ້ວ​ອ່ອນແຮງ​ໄດ້

ເມື່ອ​ເຮົາ​ຮູ້​ສາ​ເຫດ​ກັນ​ແລ້ວ​ວ່າອາການ​ນິ້ວ​ອ່ອນແຮງເກີດ​ຂຶ້ນ​ໄດ້ແບບໃດເຮົາ​ມາ​ຮູ້ວິທີ​ການ​ປິ່ນປົວ​ກັນດີກ່ວາ

1. ການ​ໃຊ້​ຢາ​ປິ່ນປົວອາດຈະ​ເປັນ​ຢາ​ທາ​ເພື່ອ​ບັນ​ເທົາ​ອາການ​ອັກ​ເສບປວດບວມຫລືກິນ​ຢາ
2. ການເຮັດ​ກາຍະ​ພາບ​ບຳ​ບັດໂດຍ​ການ​ນວດ​ຄ່ອຍໆບໍລິເວນ​ນິ້ວ​ມື​ທີ່​ມີ​ອາການ​ນິ້ວ​ອ່ອນແຮງ
3. ການ​ພົບ​ແພດ​ເພື່ອ​ສີດ​ຢາ​ເຕຍ​ລອຍ​ສະເພາະ​ທີ່ເພື່ອຫ​ລຸດ​ອາການ​ອັກ​ເສບລຸດ​ປວດ​ບວມວິທີ​ນີ້​ເປັນ​ການ​ປິ່ນປົວ​ທີ່​ມີ​ປະ​ສິດ​ທິ​ພາບ​ຄ່ອນ​ຂ້າງ​ຫລາຍ
4. ການ​ປິ່ນປົວ​ໂດຍ​ການ​ຜ່າ​ຕັດ​ວິທີ​ນີ້​ເປັນ​ວິທີ​ທີ່​ດີ​ທີ່ສຸດເພາະ​ເມື່ອ​ຜາ​ຕັດ​ແລ້ວ​ຈະ​ບໍ່​ກັບ​ມາ​ເປັນ​ອີກ


ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...