Homeນານາສາລະຂອງກິນ 5 ຢ່າງທີ່ຄວນຮູ້ ຍິ່ງກິນ ຍິ່ງເຖົ້າ!!!

ຂອງກິນ 5 ຢ່າງທີ່ຄວນຮູ້ ຍິ່ງກິນ ຍິ່ງເຖົ້າ!!!

Published on

ຄໍາວ່າເຖົ້າ ຄົງຈະບໍ່ມີໃຜຢາກໃຫ້ຄົນອຶ່ນມາທັກທາຍໂຕເອງວ່າເຖົ້າແນ່ນອນ ເພາະວ່າໃຜໆກໍ່ຄົງຈະບໍ່ຢາກເຖົ້າ ເຖິງແມ່ນວ່າມັນຈະເປັນເລື່ອງທີ່ຫຼີກລ່ຽງບໍ່ໄດ້ກໍຕາມ. ສະນັ້ນ, ຈຶ່ງຄວນຮູ້ຈັກເບິ່ງແຍງໂຕເອງເພື່ອບໍ່ໃຫ້ຄໍາວ່າເຖົ້າມາຮອດໂດຍໄວເກີນຄວນ ແລະ ເລື່ອງອາຫານການກິນກໍ່ສໍາຄັນເພາະບາງຢ່າງກິນແລ້ວມັນຈະເຮັດໃຫ້ເຮົາເບິ່ງອ່ອນກວ່າໄວ ແຕ່ຫຼາຍຄົນອາດຈະຍັງບໍ່ທັນຮູ້ ວ່າອາຫານບາງຢ່າງກິນແລ້ວຈະເພີ່ມຄວາມເຖົ້າໃຫ້ກັບເຮົາໄດ້. ຈະມີຫຍັງແດ່ນັ້ນ ໄປເບິ່ງນໍາກັນ.

4239400300

1 ນໍ້າຕານ

ບັນຫາຂອງນໍ້າຕານຄືມັນມີຢຸູ່ທຸກບ່ອນເຊັ່ນ: ຊອສໝາກເລັ່ນ ນໍ້າອັດລົມ ນໍ້າຊາສໍາເລັດຮູບ ເຂົ້າໜົມ ແລະ ອຶ່ນໆ ເຊິ່ງປັດໄຈເຫຼົ່ານີ້ມັນໄດ້ເຮັດໃຫ້ຄົນເຮົາໄດ້ຮັບປະທານນໍ້າຕານຫຼາຍເກີນຄວາມຕ້ອງການຂອງຮ່າງກາຍໄດ້ງ່າຍ.

ນໍ້າຕານເຮັດໃຫ້ເຮົາເຖົ້າໄວເພາະນໍ້າຕານທີ່ມີຢູ່ໃນກະແສເລືອດເມື່ອລວມໂຕກັບໂປຣຕີນໃນຄໍລລາເຈນ ຂອງຜິວໜັງແລ້ວຈະເຮັດໃຫ້ຜິວໜັງອ່ອນແອ ນໍ້າຕານເຮັດໃຫ້ຕູ້ຍ ເຈັບຂໍ້ ແລະ ເຈັບຫົວໄດ້ງ່າຍອີກດ້ວຍ.

หsoft02

2 ນໍ້າຕານທຽມ

ຄືສານຜະລິດຄວາມຫວານແທນນໍ້າຕານເຮັດໃຫ້ເກີດບັນຫາສຸຂະພາບຫຼາຍຢ່າງ ເຊັ່ນ: ແອສປາຣ໌ເທມ (aspartame) ທີ່ຖືກຮຽກຮ້ອງຫຼາຍທີ່ສຸດ ແຕ່ກໍ່ຍັງມີການນໍາໃຊ້ກັນຢູ່ໂດຍສະເພາະໃນນໍ້າອັດລົມ. ນໍ້າຕານທຽມເຮັດໃຫ້ເຈັບຫົວ ເຈັບຂໍ້ ແລະ ຫີວຫຼາຍກວ່າປັກກະຕິ ສັງເກດໄດ້ເວລາທີ່ຄົນດື່ມນໍ້າອັດລົມ sugar free ສ່ວນໃຫຍ່ຈະມີບັນຫາເລື່ອງນໍ້າໜັກໂຕ.

images

3 ເກືອ

ເກືອຖ້າເຮົາຮັບປະມານໃນປະລິມານທີ່ພໍ່ດີ ກໍ່ຈະເປັນສານອາຫານທີ່ສໍາຄັນ ແລະ ດີຕໍ່ສຸຂະພາບແຕ່ຄົນສ່ວນໃຫຍ່ຈະກິນເກືອຫຼາຍເກີນຄວາມຕ້ອງການຂອງຮ່າງກາຍ ເກືອເຮັດໃຫ້ຮ່າງກາຍບວມນໍ້າ ຂໍ້ໃຫຍ່ ນິ້ວບວມ ເຮັດໃຫ້ເປັນໂລກໄຕ ແລະ ຄວາມດັນສູງ.

หแ

4 ກາເຟ

ກາເຟເຮັດໃຫ້ຮ່າງກາຍຂາດນໍ້າ ແລະ ຜົນຕາມມາຄືການຜິວແຫ້ງທີ່ມີຮອຍ-ແຫງ ທາງທີ່ດີບໍ່ຄວນດືມກາເຟເກີນມື້ລະຈອກ ແລະ ຄວນດື່ມນໍ້າເພີ່ມຂຶ້ນ.

df

5 ແອລກໍຮໍລ໌(ເຫຼົ້າ)

ແອລກໍຮໍລ໌ເຮັດໃຫ້ຜິວແຫ້ງ ແລະ ແຕກເປັນຮອຍໄດ້ງ່າຍ.

ເຖີງແມ່ນແຕ່ລະຢ່າງທີ່ກ່າວມານີ້ ມັນອາຈະເປັນຂອງມັກບາງ ແຕ່ກໍ່ຄວນຈະຫຼຸດຜ່ອນໃນການຮັບປະທານລົງເພື່ອເຮັດໃຫ້ທ່ານ ເບິ່ງເຖົ້າຊ້າລົງ.

>>ຂອບໃຈແຫຼ່ງຂໍ້ມູນ http://campus.sanook.com/1371011/

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...